ຕອນລາອອກຈາກວຽກ ຫຼາຍຄົນອາດຄິດວ່າ “ຄືຈະບໍ່ໄດ້ເຈີກັນອີກແລ້ວ” ເລີຍເວົ້າທຸກຢ່າງທີ່ຢາກເວົ້າ, ປະຖິ້ມວຽກແບບບໍ່ສົນໃຈ ຫຼື ຈົບຄວາມສຳພັນດ້ວຍອາລົມ ເພາະຄິດວ່າອອກແລ້ວກໍຈົບ.
.
ແຕ່ໂລກແຫ່ງການເຮັດວຽກມັນ “ແຄບກວ່າທີ່ຄິດ” ມື້ໜຶ່ງຄົນທີ່ເຄີຍເຮັດວຽກນຳກັນ ອາດກາຍມາເປັນລູກຄ້າ, ເພື່ອນຮ່ວມງານ, ຫົວໜ້າ ຫຼື ຄົນທີ່ຖືກຖາມເຖິງເຮົາໃນບໍລິສັດໃໝ່ໄດ້ອີກຄັ້ງ. ສິ່ງທີ່ເຮົາປະໄວ້ໃນມື້ສຸດທ້າຍ ຈຶ່ງອາດຕິດຕາມເຮົາໄປໄກກວ່າວຽກເກົ່າ.
.
ຖ້າຈະລາອອກແບບມືອາຊີບ ລອງເຮັດ 4 ຂໍ້ນີ້ໃຫ້ຄົບ:
1. ແຈ້ງລາອອກລ່ວງໜ້າຕາມກຳນົດເວລາທີ່ເໝາະສົມ
2. ເຄຼຍວຽກ ແລະ ສົ່ງມອບວຽກຕໍ່ໃຫ້ຈະແຈ້ງ
3. ແຍກ “ຄວາມບໍ່ພໍໃຈ” ອອກຈາກການໃຊ້ອາລົມ
4. ຂອບໃຈ ແລະ ຮັກສາສາຍພົວພັນທີ່ດີກັບຄົນທີ່ເຄີຍຮ່ວມງານ
.
ເພາະ “ວຽກເກົ່າ” ອາດຈົບລົງໃນມື້ລາອອກ ແຕ່ “ຊື່ສຽງຂອງເຮົາ” ຍັງເດີນທາງຕໍ່ໄປໃນວົງການເຮັດວຽກສະເໝີ. ແລະ ຖ້າການລາອອກຄັ້ງນີ້ຄືຈຸດເລີ່ມຕົ້ນຂອງວຽກໃໝ່ ໃຫ້ https://108.jobs/ ເປັນອີກໜຶ່ງແຫຼ່ງຊອກວຽກທີ່ແມ່ນສຳລັບທ່ານ.
═══════════
108.jobs ພວກເຮົາເຊື່ອວ່າ “ຄົນຄືກະແຈສູ່ຄວາມສຳເລັດ”
ໃຫ້ພວກເຮົາເປັນອີກໜຶ່ງແຮງ ຊ່ວຍທ່ານຊອກ “ວຽກທີ່ແມ່ນ”
ສ້າງໂປຣໄຟລ໌ສະໝັກວຽກ ແລະ ຝາກ resume
Filed under Career Advice
Post a job