Back to Hiring Guide
Career Advice

ວິທີຮັບມື ເວລາ HR ຖາມເລື່ອງ "ຄົນ Toxic ຢູ່ບ່ອນເຮັດວຽກເກົ່າ"

ວິທີຮັບມື ເວລາ HR ຖາມເລື່ອງ "ຄົນ Toxic ຢູ່ບ່ອນເຮັດວຽກເກົ່າ" ຕອນສຳພາດ HR ຖາມວ່າເຄີຍເຈີເພື່ອນຮ່ວມງານ ຫຼື ຫົວໜ້າທີ່ເຮັດວຽກນຳຍາກບໍ່ ຫຼາຍຄົນຮູ້ສຶກຄືໄດ້ບ່ອນລະບາຍ…

21 Aug 2026·2 min read·By the 108.jobs team
ວິທີຮັບມື ເວລາ HR ຖາມເລື່ອງ
"ຄົນ Toxic ຢູ່ບ່ອນເຮັດວຽກເກົ່າ"

ຕອນສຳພາດ HR ຖາມວ່າເຄີຍເຈີເພື່ອນຮ່ວມງານ
ຫຼື ຫົວໜ້າທີ່ເຮັດວຽກນຳຍາກບໍ່ ຫຼາຍຄົນຮູ້ສຶກຄືໄດ້ບ່ອນລະບາຍ
ເລົ່າໄປເລື້ອຍໆ ວ່າບ່ອນເກົ່າມັນ Toxic ແນວໃດ? ຄົນນັ້ນເຮັດຫຍັງແດ່?

ພວກເຮົາເຂົ້າໃຈທ່ານ ບາງບ່ອນມັນໂຫດແທ້ ເຈີຄົນ Toxic ມາກໍເມື່ອຍສະສົມ
ພໍມີຄົນເປີດໂອກາດໃຫ້ເວົ້າ ກໍຢາກເລົ່າໃຫ້ໝົດ ແຕ່ບ່ອນນີ້ແຫຼະທີ່ຫຼາຍຄົນພາດ ໂດຍບໍ່ຮູ້ໂຕ

ຍ້ອນຄຳຖາມນີ້ HR ບໍ່ໄດ້ຢາກຮູ້ວ່າຄົນຢູ່ບ່ອນເກົ່າ Toxic ສ່ຳໃດ
ເຂົາຢາກຮູ້ວ່າ ເວລາເຈີເລື່ອງແບບນີ້ ທ່ານຮັບມືແນວໃດ?
ມື້ນີ້ພວກເຮົາເລີຍຈະມາແບ່ງປັນວິທີຕອບ ທີ່ເຮັດໃຫ້ທ່ານເບິ່ງເປັນຜູ້ໃຫຍ່ ບໍ່ແມ່ນເບິ່ງຄືຄົນມີບັນຫາ

1.) ຢ່າຖືໂອກາດລະບາຍ ເຖິງວ່າເຂົາຈະ Toxic ແທ້ກໍຕາມ

ຖ້າເຮົາກ່າວຮ້າຍບ່ອນເຮັດເກົ່າ ຫຼື ເພື່ອນຮ່ວມງານເກົ່າ ຕໍ່ໃຫ້ເປັນເລື່ອງຈິງສ່ຳໃດ ທ່ານກໍເສຍປຽບແນ່ນອນ
ຍ້ອນ HR ຈະຮູ້ສຶກວ່າ ມື້ໜຶ່ງທ່ານກໍຈະເວົ້າເຖິງເຂົາແບບນີ້ຄືກັນ

ເກັບອາລົມໄວ້ ຢ່າລົງເລິກລາຍລະອຽດວ່າໃຜເປັນແນວໃດ
ຄຳຖາມນີ້ແມ່ນການທົດສອບວຸດທິພາວະ ບໍ່ແມ່ນພື້ນທີ່ລະບາຍ

2.) ເລົ່າທີ່ສະຖານະການ ບໍ່ແມ່ນໂຈມຕີໂຕບຸກຄົນ

ແທນທີ່ຈະບອກວ່າຄົນນັ້ນນິໄສບໍ່ດີ ໃຫ້ເລົ່າວ່າເກີດຫຍັງຂຶ້ນແບບກາງໆ
ເຊັ່ນ: ເຫັນບໍ່ກົງກັນເລື່ອງວຽກ ຫຼື ສະໄຕລ໌ການເຮັດວຽກຕ່າງກັນ

ເວົ້າເຖິງເຫດການ ບໍ່ແມ່ນຕັດສິນໂຕບຸກຄົນ
HR ຈະເຫັນວ່າທ່ານເບິ່ງບັນຫາແບບມືອາຊີບ ບໍ່ແມ່ນເອົາອາລົມນຳໜ້າ

3.) ປິດທ້າຍດ້ວຍວ່າ ທ່ານຮັບມືກັບມັນແນວໃດ

ເລົ່າພຽງແຕ່ບັນຫາແລ້ວຈົບ HR ຍັງບໍ່ເຫັນວ່າທ່ານຈັດການບັນຫາເປັນບໍ່?
ເຂົາຢາກຮູ້ວ່າ ເຈີເລື່ອງຍາກແລ້ວທ່ານເຮັດຫຍັງຕໍ່

ປິດຕອນທ້າຍດ້ວຍວິທີທີ່ທ່ານຮັບມື ຫຼື ສິ່ງທີ່ໄດ້ຮຽນຮູ້ຈາກມັນ
ຈາກເລື່ອງດຣາມ່າ ກາຍເປັນການສະແດງໃຫ້ເຫັນວ່າທ່ານເຕີບໃຫຍ່ ແລະ ຮຽນຮູ້ຫຍັງຂຶ້ນຈາກມັນ

ຄຳຖາມເລື່ອງຄົນ toxic ບໍ່ໄດ້ມີໄວ້ໃຫ້ທ່ານລະບາຍ
ແຕ່ມີໄວ້ເບິ່ງວ່າ ທ່ານເປັນຄົນແບບໃດ ເວລາເຈີເລື່ອງທີ່ບໍ່ໂອເຄ


ຄົນທີ່ສຳພາດຜ່ານ ບໍ່ແມ່ນຄົນທີ່ເລົ່າໄດ້ດຣາມ່າທີ່ສຸດ
ແຕ່ແມ່ນຄົນທີ່ເລົ່າເລື່ອງແຍ່ໆ ໄດ້ແບບຍັງເບິ່ງເປັນມືອາຊີບ.