ເມື່ອບໍ່ດົນມານີ້, 108.jobs ໄດ້ຈັດງານສຳມະນາສຸດພິເສດ ໃນຊື່: “Nextdot Ep Special x 108Jobs china desk” ພາຍໃຕ້ຫົວຂໍ້ “ ຈາກວັນສໍາເລັດການສຶກສາ ກ້າວສູ່ເສັ້ນທາງສາຍອາຊີບ - ກ້າວທໍາອິດເລີ່ມຈາກຈຸດນີ້ | 从毕业到职场,踏出第一步从这里开始 ” ເຊີ່ງຈັດຂຶ້ນຢ່າງເປັນທາງການ ໃນວັນເສົາ, 22 ສິງຫາ 2026 ເວລາ 13:00-16:30 ທີ່ຜ່ານມາ ຢູ່ທີ່ Lab de line.
ງານໃນຄັ້ງນີ້ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກ ນັກສຶກສາຈົບໃຫມ່ ແລະ ກຸ່ມຄົນເຮັດວຽກ ທີ່ຕ້ອງການຍົກລະດັບທັກສະ ແລະ ເປີດປະຕູສູ່ໂອກາດໃໝ່ໆໃນການນຳໃຊ້ "ພາສາຈີນ" ເຂົ້າໃນໂລກແຫ່ງການເຮັດວຽກຍຸກປັດຈຸບັນ.
ພາຍໃນງານ, ຜູ້ເຂົ້າຮ່ວມໄດ້ຮັບຟັງການແບ່ງປັນຄວາມຮູ້, ເຕັກນິກ ແລະ ປະສົບການຕົວຈິງຈາກ 03 ວິທະຍາກອນຮັບເຊີນສຸດພິເສດ ຈາກຫຼາກຫຼາຍຂະແໜງການຄື:
1. ທ່ານ ນາງ ອໍລະສາ ທໍາມະວົງ ພະນັກງານຝ່າຍພັດທະນາທຸລະກິດ Amata U Laos Co., Ltd.
2. ທ່ານ ສົມໃຈ ລາວລີ ອາຈານສອນ ພາສາຈີນ; MC ສອງພາສາ ລາວ-ຈີນ; ເຈົ້າຂອງfacebook page: ເກັ່ງຈີນ汉语棒棒哒
3. ທ່ານ ປາວີນາ ອິນຊີຊຽງໄຫມ່ ຜູ້ອໍານວຍການສູນການສຶກສາມູ້ຫລານ
ໂດຍການດຳເນີນລາຍການ ແລະ ການສົນທະນາຈາກ ທ່ານ ແກ້ວວີສຸກ ດາລາສານ, ຜູ້ກໍ່ຕັ້ງ ແລະ ອຳນວຍການບໍລິສັດ 108.jobs.
ງານ “Nextdot Ep Special x 108Jobs china desk” ໃນຄັ້ງນີ້ ບໍ່ພຽງແຕ່ເປັນການນັ່ງຟັງບັນຍາຍເທົ່ານັ້ນ ແຕ່ຍັງອັດແໜ້ນໄປດ້ວຍກິດຈະກຳທີ່ມີປະໂຫຍດຢ່າງຫຼວງຫຼາຍ ເຊັ່ນ:
1. Mini Report | ແນວໂນ້ມການນຳໃຊ້ ພາສາຈີນ ໃນການພັດທະນາສາຍອາຊີບ ແລະ ກຽມຄວາມພ້ອມກ່ອນເຂົ້າສູ່ໂລກຂອງການເຮັດວຽກຈາກ 108Jobs China Desk
2. Tip and trick | ການກຽມພ້ອມໃນການສະໝັກວຽກ
3. Panel Discussion | ຮັບຟັງການແບ່ງປັນປະສົບການຈິງຈາກແຂກຮັບເຊີນ
4. Open Discussion | ພື້ນທີ່ຖາມ-ຕອບຢ່າງເປີດກວ້າງຈາກແຂກຮັບເຊີນ
5. Networking | ໂອ້ລົມແລກປ່ຽນກັບລຸ້ນເອື້ອຍອ້າຍທີ່ເຂົ້າຮ່ວມງານຢ່າງໃກ້ຊິດ
ງານ “Nextdot Ep Special x 108Jobs china desk” ໄດ້ຈົບລົງດ້ວຍຄວາມປະທັບໃຈ ແລະ ເຕັມໄປດ້ວຍບັນຍາກາດແຫ່ງການຮຽນຮູ້.
ທາງ 108.jobs ຂໍຂອບໃຈທຸກໆທ່ານ ທີ່ໃຫ້ການສະໜັບສະໜູນ ແລະ ເຂົ້າຮ່ວມງານໃນຄັ້ງນີ້.
ເບິ່ງຮູບໄດ້ທີ່: https://www.facebook.com/share/p/1CckmRJFwS/ ແລະ https://home.mycloud.com/public/8009065b-1ac6-40c0-a0d0-167252f3f7bf/folders/373rnv723fyzofnefmsowhjk?single=true
ສໍາລັບໃຜທີ່ພາດໂອກາດດີໆແບບນີ້ໄປ ສາມາດຕິດຕາມຂ່າວສານ ແລະ ກິດຈະກຳດີໆ ໃນຄັ້ງຕໍ່ໄປໄດ້ທີ່ເວັບໄຊ ແລະ ເພຈ Facebook ຂອງ 108.jobs.
