ບໍລິສັດ 108Jobs ຈັບມື ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ ລົງນາມບົດບັນທຶກຂໍ້ຕົກລົງ (MOU) ຮ່ວມມືພັດທະນາທັກສະ ແລະ ກຽມຄວາມພ້ອມໃຫ້ນັກສຶກສາກ່ອນກ້າວເຂົ້າສູ່ຕະຫຼາດແຮງງານ
ໃນວັນທີ 29 ພະຈິກ 2026 ທີ່ ຫ້ອງປະຊຸມ ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ. ບໍລິສັດ 108Jobs (ບໍລິສັດ ຮ້ອຍແປດພັນເກົ້າກຣຸບ) ແລະ ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ (ຄວສ) ໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານການສ້າງຄວາມເຂັ້ມແຂງ ແລະ ກຽມຄວາມພ້ອມໃຫ້ກັບນັກສຶກສາກ່ອນກ້າວເຂົ້າສູ່ຕະຫຼາດແຮງງານ.
ໃນພິທີມີທ່ານ ແກ້ວວິສຸກ ດາລາສາ,ຜູ້ອຳນວຍການບໍລິສັດ 108Jobs ແລະ ທ່ານ ຮສ. ປອ. ຄຳປະເສີດ ເທບວົງສາ, ຫົວໜ້າຄະນະວິຊາ ພ້ອມທັງຄະນະອາຈານ ແລະ ຕ່າງຫນ້າຈາກ 108Jobs ໄດ້ເຂົ້າຮ່ວມ ເປັນສັກຂີພະຍານ ໃນການລົງນາມໃນຄັ້ງນີ້.
ການລົງນາມບົດບັນທຶກຂໍ້ຕົກລົງ (MOU) ໃນຄັ້ງນີ້ ມີຈຸດປະສົງຫຼັກເພື່ອເປັນບ່ອນອີງໃນການແລກປ່ຽນຂໍ້ມູນຂ່າວສານ, ສ້າງຄວາມຮ່ວມມື, ພັດທະນາທັກສະ ແລະ ເຊື່ອມໂຍງຂໍ້ມູນຕຳແໜ່ງງານ, ບ່ອນຝຶກງານ, ວຽກເສີມ (Part-time) ແລະ ວຽກອາສາສະໝັກ ລວມເຖິງໂອກາດຕ່າງສຳລັບນັກສຶກສາ ແລະ ນັກສຶກສາຈົບໃຫມ່.
ການຮ່ວມມືຄັ້ງນີ້ ເປັນກ້າວສໍາຄັນໃນການເຊື່ອມໂຍງລະຫວ່າງສະຖາບັນການສຶກສາ ແລະ ພາກເອກະຊົນ ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ຄວາມສາມາດ ແລະ ທັກສະທີ່ຄົບຖ້ວນ ພ້ອມທີ່ຈະກ້າວເຂົ້າສູ່ການເຮັດວຽກຢ່າງມີປະສິດທິພາບ.
ເວັບໄຊລ: vipo.cc
ເຟສບຸກ: VIPO - ວີໂປ ພື້ນທີ່ຊອກວຽກສຳລັບນັກສຶກສາ
#108Jobs #VIPO #E2Eby108Jobs
