Back to Hiring Guide
Employer Zone

ເຂົ້າໃຈຄວາມແຕກຕ່າງ ຮ່ວມສ້າງວັດທະນະທຳການເຮັດວຽກຂ້າມ Generation🤝

ເຄີຍຕັ້ງຄຳຖາມບໍ່ວ່າ ເປັນຫຍັງການເຮັດວຽກຮ່ວມກັນຂອງຄົນຕ່າງ Generation ຈຶ່ງມັກເກີດກຳແພງ ແລະ ຄວາມບໍ່ເຂົ້າໃຈກັນຢູ່ສະເໝີ? ໃນໂລກການເຮັດວຽກປັດຈຸບັນ,…

3 Nov 2026·5 min read·By the 108.jobs team

ເຄີຍຕັ້ງຄຳຖາມບໍ່ວ່າ ເປັນຫຍັງການເຮັດວຽກຮ່ວມກັນຂອງຄົນຕ່າງ Generation ຈຶ່ງມັກເກີດກຳແພງ ແລະ ຄວາມບໍ່ເຂົ້າໃຈກັນຢູ່ສະເໝີ? 

ໃນໂລກການເຮັດວຽກປັດຈຸບັນ, ການທີ່ຄົນຫຼາຍລຸ້ນຕ້ອງມາປະສານງານກັນ ຖືເປັນທັງໂອກາດ ແລະ ຄວາມທ້າທາຍໃຫຍ່ຂອງອົງກອນ, ແຕ່ໃນຄວາມເປັນຈິງ ເຮົາມັກຈະເຫັນກຳແພງທີ່ເບິ່ງບໍ່ເຫັນ ເຊິ່ງເກີດຈາກຄວາມຕ່າງຂອງປະສົບການ, ວິທີການສື່ສານ ແລະ ທັດສະນະຄະຕິ. ອຸປະສັກເຫຼົ່ານີ້ເຮັດໃຫ້ທີມບໍ່ສາມາດດຶງສັກກະຍາພາບທີ່ແທ້ຈິງອອກມາໄດ້ຢ່າງເຕັມທີ່ ເມື່ອໄອເດຍໃໝ່ໆ ຖືກປະຕິເສດດ້ວຍຄວາມກັງວົນ ແລະ ຄວາມຊິນເຄີຍກັບວິທີເກົ່າໆ, ໃນຂະນະທີ່ຄົນລຸ້ນໃໝ່ກໍມັກຖືກມອງວ່າໃຈຮ້ອນ ແລະ ຂາດຄວາມອົດທົນ ຊ່ອງວ່າງເຫຼົ່ານີ້ຈຶ່ງຄ່ອຍໆ ຫຼຸດປະສິດທິພາບໃນການເຮັດວຽກໂດຍບໍ່ຮູ້ຕົວ. 

ຜົນການສຳຫຼວດຄວາມຄິດເຫັນຈາກຄົນເຮັດວຽກ 127 ທ່ານ ເຊິ່ງສ່ວນໃຫຍ່ແມ່ນພະນັກງານທົ່ວໄປລະດັບປະຕິບັດການ (66.9%), ມີປະສົບການເຮັດວຽກ 1–9 ປີ (66.1%) ແລະ ເກືອບທັງໝົດ (89%) ຕ້ອງເຮັດວຽກສື່ສານກັບຄົນຕ່າງ Generation ເປັນປະຈຳ  ໄດ້ເປີດເຜີຍຂໍ້ເທັດຈິງ ແລະ ຕົວເລກທີ່ໜ້າສົນໃຈຫຼາຍຢ່າງ ເຊິ່ງອາດຈະປ່ຽນມຸມມອງທີ່ແຕກຕ່າງໃນການເຮັດວຽກຮ່ວມກັນ.

 

  1. ເບື້ອງຫຼັງຄວາມຕ່າງ Generation ໃນບ່ອນເຮັດວຽກ

ຫຼາຍຄົນອາດຈະຄິດວ່າ ຄົນຕ່າງໄວສົນທະນາກັນບໍ່ຮູ້ເລື່ອງຍ້ອນວິຖີຊີວິດທີ່ຕ່າງກັນ ແຕ່ຂໍ້ມູນພັດຊີ້ໃຫ້ເຫັນວ່າ "ພຶດຕິກຳ" ຕ່າງຫາກທີ່ເປັນຕົ້ນເຫດ. ສິ່ງທີ່ເຮັດໃຫ້ຄົນຮູ້ສຶກອຶດອັດໃນການເຮັດວຽກຮ່ວມກັນຫຼາຍທີ່ສຸດ ອັນດັບໜຶ່ງແມ່ນ ການຍຶດຕິດກັບວິທີການເກົ່າໆ ໂດຍບໍ່ຍອມລອງວິທີໃໝ່ (ສູງເຖິງ 45.7%). ນອກຈາກນີ້, ວັດທະນະທຳ ລະບົບອາວຸໂສ (Hierarchy) ຍັງເປັນປັດໄຈສຳຄັນທີ່ເຮັດໃຫ້ຄົນລຸ້ນໃໝ່ ບໍ່ກ້າສະເໜີໄອເດຍ ເພາະເກງໃຈຜູ້ໃຫຍ່ (33.1%). 

ໃນມຸມກັບກັນ, ຄົນລຸ້ນໃໝ່ກໍມັກຈະຖືກຕັດສິນຜິດໆ ໂດຍຄວາມເຂົ້າໃຈຜິດສ່ວນຫຼາຍ ຄືການຖືກເບິ່ງວ່າ ເປັນຄົນບໍ່ມີຄວາມອົດທົນ ແລະ ຢາກໄດ້ທຸກຢ່າງໄວໆ(38.6%)  ເຊິ່ງກາຍເປັນອະຄະຕິທີ່ເຮັດໃຫ້ການສະເໜີແນວທາງໃໝ່ໆ ຖືກປັດຕົກໄປຢ່າງໜ້າເສຍດາຍ.

ເຖິງຢ່າງໃດກໍຕາມ, ພາຍໃຕ້ຄວາມເຂົ້າໃຈຜິດເຫຼົ່ານັ້ນ ຍັງມີສິ່ງທີ່ຕ່າງຝ່າຍຕ່າງແນມເຫັນນັ້ນຄືການຍອມຮັບ ແລະ ການຊື່ນຊົມເຊິ່ງກັນແລະກັນ ໂດຍຄົນລຸ້ນໃໝ່ຍົກຍ້ອງ ແລະ ຢາກຮຽນຮູ້ "ປະສົບການ ແລະ ຄວາມໜັກແໜ້ນໃນການແກ້ໄຂບັນຫາ" ຂອງລຸ້ນອາວຸໂສຫຼາຍທີ່ສຸດ (46.5%). ໃນຂະນະດຽວກັນ, ຄົນລຸ້ນອາວຸໂສກໍຍອມຮັບ ແລະ ຢາກຮຽນຮູ້ "ຄວາມຄິດສ້າງສັນ ແລະ ຄວາມກ້າທີ່ຈະແຕກຕ່າງ" ຂອງຄົນລຸ້ນໃໝ່ເຊັ່ນກັນ (28.3%). 


  1. ປັດໄຈສຳຄັນໃນການກ້າວຂ້າມຊ່ອງວ່າງລະຫວ່າງໄວ 

ເມື່ອຖາມເຖິງວິທີແກ້ໄຂເວລາທີ່ມີຄວາມເຫັນບໍ່ກົງກັນ, ຄຳຕອບທີ່ໄດ້ຮັບບໍ່ແມ່ນການປະນີປະນອມແບບຂໍແຕ່ໃຫ້ແລ້ວໆໄປ  ແຕ່ຄົນເຮັດວຽກສ່ວນໃຫຍ່ (41.7%) ເລືອກທີ່ຈະໃຊ້ ຂໍ້ມູນ (Data), ຕົວເລກ ແລະ ຂໍ້ມູນຄວາມຈິງ ມາເປັນໂຕຕັດສິນແທນຄວາມຮູ້ສຶກ ຫຼື ປະສົບການ ເພາະເມື່ອອາຍຸ ແລະ ຕຳແໜ່ງບໍ່ສາມາດຕັດສິນວ່າໃຜຖືກ ຫຼື ຜິດ, "ຂໍ້ມູນ" ຈຶ່ງກາຍເປັນພາສາສາກົນທີ່ຍຸດຕິທຳທີ່ສຸດໃນການເຮັດວຽກ. ຄຽງຄູ່ໄປກັບການໃຊ້ຂໍ້ມູນ, ສິ່ງທີ່ຂາດບໍ່ໄດ້ເລີຍແມ່ນ ການເປີດໃຈຮັບຟັງ ໂດຍບໍ່ເອົາອາຍຸ ຫຼື ຕຳແໜ່ງມາເປັນໂຕຕັດສິນ ເຊິ່ງເປັນປັດໄຈອັນດັບ 1 (ສູງເຖິງ 52%) ທີ່ທຸກຄົນເຊື່ອວ່າຈະຊ່ວຍໃຫ້ການເຮັດວຽກຮ່ວມກັນດີຂຶ້ນ ເພາະທ້າຍທີ່ສຸດແລ້ວ ການຮັບຟັງຢ່າງແທ້ຈິງ (Active Listening) ຄືຈຸດເລີ່ມຕົ້ນຂອງຄວາມເຂົ້າໃຈ.


ແລ້ວໃນລະດັບອົງກອນເຮົາໄດ້ສ້າງ “ພື້ນທີ່” ໃຫ້ຄົນຕ່າງໄວໄດ້ເຊື່ອມຕໍ່ກັນຢ່າງແທ້ຈິງແລ້ວ ຫຼື ຍັງ? 

ນອກຈາກນີ້, ຜົນການສຳຫຼວດຍັງຊີ້ໃຫ້ເຫັນເຖິງ ນະໂຍບາຍ ແລະ ສະຫວັດດີການ ທີ່ຈະຊ່ວຍເຊື່ອມຕໍ່ຄວາມສຳພັນຂ້າມ Generation ໄດ້ດີທີ່ສຸດ ໂດຍຄົນເຮັດວຽກສ່ວນໃຫຍ່ເລືອກ ກິດຈະກຳສ້າງສັນ ແລະ ເຄືອຂ່າຍພາຍໃນເຊັ່ນ: Team Building, ກິລາ ຫຼື Workshop ເປັນອັນດັບ 1 ສູງເຖິງ (34.6%) ເພາະເປັນພື້ນທີ່ຜ່ອນຄາຍທີ່ຊ່ວຍ ຫຼູດກຳແພງ ແລະ ສ້າງຄວາມສຳພັນທີ່ດີນອກໂມງວຽກ, ຮອງລົງມາແມ່ນ ແຜນການເຕີບໂຕໃນໜ້າທີ່ການງານ (Career Path) ທີ່ຊັດເຈນ ແລະ ຍຸດຕິທຳ (27.6%) ເຊິ່ງເປັນຕົວຂັບເຄື່ອນໃຫ້ຄົນທຸກຊ່ວງໄວເຫັນເປົ້າໝາຍການເຮັດວຽກຮ່ວມກັນຢ່າງມີທິດທາງ ແລະ ໄດ້ຮັບການປະເມີນຜົນຢ່າງສະເໝີພາບ. 

 

  1. ຈຸດຮ່ວມທີ່ຄົນເຮັດວຽກຕ່າງ Generation ທຸກຄົນຕ້ອງການ (Common Ground) 

ບໍ່ວ່າທ່ານຈະເປັນ Baby Boomer ທີ່ເຕັມໄປດ້ວຍປະສົບການ, Gen X ທີ່ເປັນເສົ້າຫຼັກ, Gen Y ທີ່ກຳລັງຂັບເຄື່ອນອົງກອນ ຫຼື Gen Z ທີ່ມາພ້ອມພະລັງອັນລົ້ນເຫຼືອ. ສຸດທ້າຍແລ້ວ, ຂໍ້ມູນໄດ້ສະຫຼຸບໃຫ້ເຮົາເຫັນວ່າ ທຸກຄົນລ້ວນແຕ່ສະແຫວງຫາສິ່ງດຽວກັນໃນການເຮັດວຽກນັ້ນກໍຄື:

  • ໂອກາດໃນການເຕີບໂຕ (Career Growth): ທຸກຄົນຢາກພັດທະນາທັກສະ ແລະ ກ້າວໜ້າໃນອາຊີບໄປພ້ອມກັບອົງກອນ (31.5%).

  • ລາຍຮັບ ແລະ ຜົນຕອບແທນທີ່ຍຸດຕິທຳ (Fair Compensation): ຄ່າຕອບແທນທີ່ຄຸ້ມຄ່າກັບເຫື່ອແຮງ, ຄວາມສາມາດ ແລະ ເໝາະສົມກັບສະພາວະເສດຖະກິດ (26%).

  • ສະພາບແວດລ້ອມທີ່ບໍ່ເປັນພິດ (Toxic-free Environment): ການໄດ້ຕື່ນມາເຮັດວຽກໃນບ່ອນທີ່ສະບາຍໃຈ, ມີຄວາມສຸກ ແລະ ໃຫ້ກຽດເຊິ່ງກັນແລະກັນ (26%).

 

ສະຫຼຸບແລ້ວ, ຄວາມແຕກຕ່າງລະຫວ່າງ Generation ບໍ່ແມ່ນຈຸດອ່ອນ ແຕ່ເປັນຈຸດແຂງ ທີ່ເຮັດໃຫ້ອົງກອນມີຫຼາກຫຼາຍມຸມມອງ, ພຽງແຕ່ເຮົາປ່ຽນຈາກການຍຶດຕິດໃນມຸມມອງຂອງຕົນເອງ  ມາເປັນການເປີດໃຈຮັບຟັງ, ຫຼຸດການອ້າງອີງປະສົບການໃນອະດີດ ແລ້ວປ່ຽນມາໃຊ້ ຂໍ້ມູນຄວາມຈິງ ເປັນຫຼັກໃນການສົນທະນາ ພ້ອມທັງຄຳນຶງສະເໝີວ່າ ບໍ່ວ່າຈະຢູ່ Generation ໃດ ເປົ້າໝາຍຮ່ວມກັນຂອງທຸກຄົນ ກໍຄືການເຮັດວຽກຢ່າງມີຄວາມສຸກ ເມື່ອເຮົາເຂົ້າໃຈຈຸດນີ້, ຊ່ອງວ່າງຂອງອາຍຸຈະຖືກປ່ຽນເປັນຄວາມເຂົ້າໃຈ ທີ່ຊ່ວຍເຊື່ອມໂຍງຄົນທຸກ Generation ເຂົ້າກັນເພື່ອພາອົງກອນກ້າວໄປຂ້າງໜ້າໄດ້ຢ່າງຍືນຍົງ.