Back to Hiring Guide
Employer Zone

HR ມືໃໝ່... ຫົວໃຈມືອາຊີບ

ເພາະ "ຄົນ" ຄືຊັບພະຍາກອນທີ່ມີຄ່າທີ່ສຸດຂອງອົງກອນ ການເລີ່ມຕົ້ນໃນສາຍ HR ອາດຟັງເບິ່ງຄືຍາກໂດຍສະເພາະຖ້າພວກເຮົານັ້ນບໍ່ໄດ້ຈົບກົງສາຍ ຫຼື…

3 Aug 2026·2 min read·By the 108.jobs team

ເພາະ “ຄົນ” ຄືຊັບພະຍາກອນທີ່ມີຄ່າທີ່ສຸດຂອງອົງກອນ

ການເລີ່ມຕົ້ນໃນສາຍ HR ອາດຟັງເບິ່ງຄືຍາກໂດຍສະເພາະຖ້າພວກເຮົານັ້ນບໍ່ໄດ້ຈົບກົງສາຍ ຫຼື ຫາກໍປ່ຽນສາຍງານມາແຕ່ເຊື່ອໂລດວ່າ...HR ບໍ່ໄດ້ຕ້ອງການພຽງແຕ່ຄວາມຮູ້ແຕ່ຕ້ອງການ "ຫົວໃຈ" ທີ່ເຂົ້າໃຈຄົນ

ໃຜໆ ກໍເລີ່ມຕົ້ນຈາກມືໃໝ່ໄດ້ຂໍແຕ່ມີໃຈຢາກຮຽນຮູ້ ແລະ ຕັ້ງໃຈແທ້.

HR ຍຸກໃໝ່ ບໍ່ແມ່ນທີ່ຄົນໄລ່ເງິນເດືອນເທົ່ານັ້ນ, ບໍ່ແມ່ນພຽງແຕ່ຄົນຈັດຝຶກອົບຮົມ ຫຼື ສັນຫາພະນັກງານແຕ່ຄື “ຄົນທີ່ອອກແບບວັດທະນະທຳອົງກອນ” ຄືຄົນທີ່ເຮັດໃຫ້ “ຄົນ” ຮູ້ສຶກຢາກຕື່ນມາເຮັດວຽກ ແລະ ເຕີບໃຫຍ່ໄປພ້ອມກັບອົງກອນ

ລອງເລີ່ມຕົ້ນດ້ວຍ 8 ແນວຄິດນີ້:

  • ເຂົ້າໃຈທິດທາງ ແລະ ນະໂຍບາຍຂອງອົງກອນ

  • ເຮັດວຽກດ້ວຍຈັນຍາບັນ

  • ມີລະບົບໃນການເຮັດວຽກ

  • ເນັ້ນຜົນລັບທີ່ວັດຜົນໄດ້

  • ໃຊ້ຊັບພະຍາກອນຢ່າງຄຸ້ມຄ່າ

  • ເລືອກຄົນໃຫ້ເໝາະກັບວຽກ

  • ສ້າງຄວາມຍືດຍຸ່ນ ແລະ ຄວາມຫຼາກຫຼາຍ

  • ສົ່ງເສີມພາບລັກຂອງ HR ໃຫ້ເບິ່ງທັນສະໄໝ ແລະ ໜ້າເຊື່ອຖື

ຢ່າລືມວ່າ HR ຄື “ນັກເຊື່ອມຕໍ່”

  • ເຊື່ອມຄົນກັບວຽກ

  • ເຊື່ອມຫົວໜ້າກັບທີມ

  • ເຊື່ອມເປົ້າໝາຍກັບຄວາມເປັນຈິງ

ຄຳແນະນຳຈາກນັກຈິດຕະວິທະຍາ

"ກ່ອນຈະເຂົ້າໃຈຄົນອື່ນ ເຮົາຕ້ອງຟັງໃຈໂຕເອງໃຫ້ເປັນ"

HR ບໍ່ຕ້ອງເກັ່ງໄປໝົດທຸກຢ່າງແຕ່ຄວນເປັນຄົນທີ່ ‘ຢູ່ກັບຄົນອື່ນໄດ້’ ຢ່າງມີຄວາມເຂົ້າໃຈ

ບາງມື້ອາດເມື່ອຍ ບາງມື້ອາດທໍ້ແຕ່ທ່ານກຳລັງເຮັດໜ້າທີ່ ທີ່ປ່ຽນຊີວິດໃຜບາງຄົນຢູ່… ຢ່າງງຽບໆ

ຢ່າລືມໃຫ້ກຳລັງໃຈໂຕເອງທຸກໆມື້ ເພາະ HR ທີ່ດີ ຄືຄົນທີ່ບໍ່ຢຸດຮຽນຮູ້ ແລະ ບໍ່ລືມຮັກໂຕເອງ

ພ້ອມແລ້ວ... ກໍລຸຍເລີຍຈາກມືໃໝ່ໃນມື້ນີ້ ສູ່ HR ມືອາຊີບໃນມື້ອື່ນ!

📍 ສາມາດອ່ານບົດຄວາມເພີ່ມເຕີມໄດ້ທີ່:  https://108.jobs/article