Back to Hiring Guide
Employer Zone

HR ຈະຮັກສາພະນັກງານແນວໃດ ເມື່ອ Benefits ຖືກຕັດ ແລະ ສະຫວັດດີການຕ້ອງຄຸ້ມຄ່າກັບຕົ້ນທຶນ‼️

ຫຼາຍປີຜ່ານມາ, ອົງກອນຈຳນວນຫຼາຍໄດ້ນຳໃຊ້ສະຫວັດດີການເປັນເຄື່ອງມືສຳຄັນໃນການດຶງດູດ ແລະ ຮັກສາພະນັກງານ ບໍ່ວ່າຈະເປັນປະກັນໄພສຸຂະພາບ, ວັນລາພັກ, ໂບນັດ…

14 Jul 2026·4 min read·By the 108.jobs team

ຫຼາຍປີຜ່ານມາ, ອົງກອນຈຳນວນຫຼາຍໄດ້ນຳໃຊ້ສະຫວັດດີການເປັນເຄື່ອງມືສຳຄັນໃນການດຶງດູດ ແລະ ຮັກສາພະນັກງານ ບໍ່ວ່າຈະເປັນປະກັນໄພສຸຂະພາບ, ວັນລາພັກ, ໂບນັດ ໄປຈົນເຖິງການໃຫ້ຄວາມຢືດຢຸ່ນໃນການເຮັດວຽກ ເພື່ອບອກພະນັກງານວ່າ ອົງກອນເຫັນຄຸນຄ່າຂອງພວກເຂົາຫຼາຍສຳໃດ.


ແຕ່ເມື່ອເສດຖະກິດຊະລໍຕົວ, ຕົ້ນທຶນດ້ານສຸຂະພາບສູງຂຶ້ນ ແລະ ງົບປະມານຖືກແບ່ງໄປລົງທຶນດ້ານ AI ຫຼາຍຂຶ້ນ, ຫຼາຍອົງກອນຈຶ່ງເລີ່ມກັບມາທົບທວນວ່າ ສະຫວັດດີການທີ່ໃຫ້ຢູ່ນີ້ ສາມາດຮັກສາພະນັກງານໄດ້ແທ້ ຫຼື ບໍ່? ຫຼື ເປັນພຽງລາຍການທີ່ເບິ່ງຄືດີໃນໃບປະກາດຮັບສະໝັກງານ ແຕ່ບໍ່ໄດ້ສ້າງຜົນປະໂຫຍດໃຫ້ກັບທັງພະນັກງານ ແລະ ທຸລະກິດຢ່າງພຽງພໍ?


ຕົ້ນທຶນສະຫວັດດີການສູງຂຶ້ນ ຈົນອົງກອນຕ້ອງກັບມາທົບທວນໃໝ່: ຂໍ້ມູນຈາກ Mercer ຄາດຄະເນວ່າ ຕົ້ນທຶນສະຫວັດດີການດ້ານສຸຂະພາບຕໍ່ພະນັກງານມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງຖືເປັນອັດຕາການເພີ່ມຂຶ້ນທີ່ສູງຫຼາຍ. ຄວາມກົດດັນນີ້ເຮັດໃຫ້ອົງກອນຕ່າງໆ ຕ້ອງເລືອກໃຫ້ຊັດເຈນຂຶ້ນວ່າງົບປະມານກ້ອນຕໍ່ໄປຄວນໃຊ້ກັບຫຍັງ: ເພີ່ມວົງເງິນປະກັນສຸຂະພາບ? ເພີ່ມງົບການຮຽນຮູ້? ເພີ່ມຄວາມຢືດຢຸ່ນ? ປັບຖານເງິນເດືອນ? ຫຼື ອອກແບບສະຫວັດດີການໃຫ້ພະນັກງານເລືອກໄດ້ຫຼາຍຂຶ້ນ?

ສະຫວັດດີການຍຸກໃໝ່ຕ້ອງຕອບໂຈດທັງພະນັກງານ ແລະ ທຸລະກິດ ໃນມື້ທີງົບປະມານມີຈຳກັດ, HR ອາດຕ້ອງປ່ຽນບົດບາດຈາກການຈັດສະຫວັດດີການໃຫ້ຄົບ ມາເປັນການອອກແບບ Total Rewards (ຜົນຕອບແທນລວມ) ທີ່ຕອບໂຈດຊີວິດພະນັກງານແຕ່ລະກຸ່ມ ເພາະແຕ່ລະໄວໃຫ້ຄຸນຄ່າບໍ່ຄືກັນ:

  • ພະນັກງານລຸ້ນໃໝ່: ອາດເນັ້ນການຮຽນຮູ້, ສຸຂະພາບຈິດ ແລະ ຄວາມຢືດຢຸ່ນ.

  • ພະນັກງານທີ່ມີຄອບຄົວ: ເນັ້ນປະກັນສຸຂະພາບ ແລະ ສະຫວັດດີການລູກ.

  • ພະນັກງານລະດັບ Senior: ເບິ່ງເລື່ອງໂບນັດ ແລະ ແຮງຈູງໃຈໄລຍະຍາວ.

  • ພະນັກງານໂຮງງານ/ພາກສະໜາມ: ຕ້ອງການຄ່າເດີນທາງ, ອາຫານ ແລະ ຄວາມປອດໄພ.

ຫາກໃຫ້ຄືກັນທັງໝົດ ຕົ້ນທຶນຈະສູງແຕ່ຄວາມພໍໃຈອາດບໍ່ເພີ່ມຂຶ້ນ.

ການຕັດສະຫວັດດີການຜິດຈັງຫວະ ອາດກະທົບຄວາມໄວ້ວາງໃຈຫຼາຍກວ່າທີ່ຄິດ: ການຫຼຸດສະຫວັດດີການອາດປະຢັດຕົ້ນທຶນໄລຍະສັ້ນ ແຕ່ຖ້າຕັດໂດຍບໍ່ມີຂໍ້ມູນຮອງຮັບ ຫຼື ສື່ສານບໍ່ດີ ອົງກອນອາດເສຍຫາຍຫຼາຍກວ່າ. ດັ່ງນັ້ນ ກ່ອນປັບຫຼຸດ HR ຕ້ອງຕັ້ງຄຳຖາມເຫຼົ່ານີ້:

  1. ສະຫວັດດີການໃດຕົ້ນທຶນສູງ ແຕ່ຄົນໃຊ້ໜ້ອຍ?

  2. ສະຫວັດດີການໃດຄົນສົນໃຈ ແຕ່ບໍ່ຄ່ອຍໄດ້ໃຊ້?

  3. ສະຫວັດດີການໃດມີຜົນຕໍ່ການຮັກສາ Talent (ຄົນເກັ່ງ) ຂອງອົງກອນ?

  4. ສະຫວັດດີການໃດສາມາດປັບຈາກ Fixed ມາເປັນ Flexible Benefits (ເລືອກເອງໄດ້) ໄດ້?

ບົດສະຫຼຸບສຳລັບ HR ໃນ ສປປ ລາວ 

ໃນລາວ: ປະຈຸບັນ ສປປ ລາວ ພວມຜະເຊີນກັບບັນຫາເງິນເຟີ້, ຄ່າຄອງຊີບສູງ ແລະ ບັນຫາການຍົກຍ້າຍແຮງງານ (Brain Drain) ໄປຕ່າງປະເທດ. ການ "ຕັດ" ສະຫວັດດີການຊື່ໆ ໂດຍບໍ່ມີກົນລະຍຸດ ອາດເຮັດໃຫ້ພະນັກງານລາອອກໄດ້ງ່າຍຂຶ້ນ.

ກົນລະຍຸດການບໍລິຫານສະຫວັດດີການໃຫ້ຄຸ້ມຄ່າ ແລະ ຮັກສາຄົນໄວ້ໄດ້ ມີ 3 ຫົວຂໍ້ຫຼັກ ດັ່ງນີ້:

1. ປ່ຽນຈາກ "Fixed" ເປັນ "Flexible Benefits" (ສະຫວັດດີການແບບຢືດຢຸ່ນ)

ເນື່ອງຈາກງົບປະມານມີຈຳກັດ, HR ບໍ່ສາມາດເພີ່ມທຸກຢ່າງໃຫ້ທຸກຄົນໄດ້. ຄວນປ່ຽນມາໃຊ້ລະບົບ "ຈັດສັນເຄຣດິດ" ແລ້ວໃຫ້ພະນັກງານເລືອກສິ່ງທີ່ຈຳເປັນຕໍ່ຊີວິດພວກເຂົາເອງ:

  • ກຸ່ມຄົນໂສດ/ໄວລຸ້ນ: ອາດຂໍປ່ຽນງົບປະກັນໄພສຸຂະພາບສ່ວນເກີນ ມາເປັນຄ່າ Support, ຄ່ານ້ຳມັນ ຫຼື ຄ່າຮຽນຄອສອອນລາຍ.

  • ກຸ່ມມີຄອບຄົວ: ເນັ້ນຄ່າຮັກສາພະຍາບານ ແລະ ຄ່າຊ່ວຍເຫຼືອການສຶກສາລູກ.

2. ເນັ້ນສະຫວັດດີການທີ່ "ຊ່ວຍຫຼຸດຄ່າຄອງຊີບໂດຍກົງ" (Cost-of-Living Support)

ໃນສະພາວະເງິນເຟີ້, ພະນັກງານລາວຈະໃຫ້ຄຸນຄ່າສູງກັບສະຫວັດດີການທີ່ຊ່ວຍພວກເຂົາປະຢັດເງິນໃນກະເປົ໋າ ແມ້ວ່າອົງກອນຈະໃຊ້ຕົ້ນທຶນບໍ່ສູງຫຼາຍເຊັ່ນ:

  • ການຈັດຫາອາຫານທ່ຽງຟຣີ ຫຼື ສະຫວັດດີການເຂົ້າສານ/ເຄື່ອງອຸປະໂພກບໍລິໂພກ.

  • ລົດຮັບ-ສົ່ງ ພະນັກງານ ຫຼື ຄ່ານ້ຳມັນລົດ (ຊ່ວຍຫຼຸດຜົນກະທົບຈາກລາຄານ້ຳມັນແພງ).

  • ການໃຫ້ຄວາມຢືດຢຸ່ນເຮັດວຽກຢູ່ເຮືອນ (Hybrid Work) 1-2 ວັນ/ອາທິດ ເພື່ອຫຼຸດຄ່າເດີນທາງ.

3. ສື່ສານຢ່າງໂປ່ງໃສ ແລະ ວັດຜົນດ້ວຍຂໍ້ມູນ (Data-Driven & Empathy)

  • ເຮັດ Survey ກ່ອນຕັດ: HR ຕ້ອງເຮັດແບບສຳຫຼວດເພື່ອເບິ່ງວ່າ ສະຫວັດດີການໃດທີ່ພະນັກງານ "ມັກທີ່ສຸດ" ແລະ "ໃຊ້ອີ່ຫຼີ". ບາງຢ່າງຕົ້ນທຶນຕ່ຳແຕ່ໄດ້ໃຈຄົນ (ເຊັ່ນ ວັນລາພັກໃນວັນເກີດ) ກໍຄວນເກັບໄວ້.

  • ຊີ້ແຈງເຫດຜົນ: ຫາກຈຳເປັນຕ້ອງຕັດ ຕ້ອງອະທິບາຍຢ່າງຈິງໃຈວ່າ ເພື່ອຄວາມຢູ່ລອດຂອງທຸລະກິດ ແລະ ຮັກສາຕຳແໜ່ງງານຂອງທຸກຄົນໄວ້ ບໍ່ແມ່ນຍ້ອນບໍລິສັດບໍ່ເຫັນຄວາມສຳຄັນ.

Key Takeaway ສັ້ນໆ: ໃນລາວຊ່ວງເວລານີ້ "ເງິນເດືອນຊ່ວຍໃຫ້ເຂົາຢູ່ລອດ ແຕ່ສະຫວັດດີການທີ່ຕົງຈຸດຈະຊ່ວຍໃຫ້ເຂົາຢາກຢູ່ຮ່ວມທຸກຮ່ວມສຸກກັບອົງກອນ" ໂດຍເນັ້ນຄວາມຢືດຢຸ່ນ ແລະ ການຊ່ວຍເຫຼືອຄ່າຄອງຊີບເປັນຫຼັກ.