Back to Hiring Guide
Employer Zone

ກົນລະຍຸດຮັກສາພະນັກງານ "Top Talent"

ກົນລະຍຸດຮັກສາພະນັກງານ Top Talent ໃນຍຸກທີ່ມີການແຂ່ງຂັນທາງທຸລະກິດມີຄວາມເຂັ້ມຂຸ້ນ ການຮັກສາພະນັງການງານທີ່ມີຄວາມສາມາດສູງ (Top Talent) ໃຫ້ຢູ່ກັບອົງກອນຢ່າງຢືນຢົງນັ້ນ…

26 Feb 2025·3 min read·By the 108.jobs team

ກົນລະຍຸດຮັກສາພະນັກງານ Top Talent 

 

ໃນຍຸກທີ່ມີການແຂ່ງຂັນທາງທຸລະກິດມີຄວາມເຂັ້ມຂຸ້ນ ການຮັກສາພະນັງການງານທີ່ມີຄວາມສາມາດສູງ (Top Talent) ໃຫ້ຢູ່ກັບອົງກອນຢ່າງຢືນຢົງນັ້ນ ຖືເປັນໜື່ງໃນຄວາມທ້າທາຍທີ່ສຳຄັນສຳລັບຜູ້ຈ້າງງານ, ດ້ວຍເຫດນີ້ ການມີກົນລະຍຸດທີ່ຊັດເຈນ ແລະ ມີປະສິດທິພາບໃນການຮັກສາພະນັກງານ ຈຶ່ງເປັນສີ່ງທີ່ຈຳເປັນ ເພື່ອປ້ອງການການສູນເສຍບຸກຄະລາກອນທີ່ມີຄວາມສາມາດ ແລະ ສາມາດສ້າງຄວາມໄດ້ປຽບທາງທຸລະກິດໄດ້ໃນໄລຍະຍາວ: 

 

1. ສ້າງວັດທະນະທຳອົງກອນໃຫ້ໜ້າສົນໃຈ

  • ການສ້າງສະພາບແວດລ້ອມການເຮັດວຽກທີ່ສະໜັບສະໜູນຄວາມຄິດສ້າງສັນ, ການມີສ່ວນຮ່ວມ ແລະ ຄວາມເຄົາລົບເຊິ່ງກັນ ແລະ ກັນ. ຊ່ວຍໃຫ້ພະນັກງານຮູ້ສຶກເປັນສ່ວນໜື່ງຂອງອົງກອນ. 
  • ສົ່ງເສີມວັດທະນະທຳທີ່ເນັ້ນການຮຽນຮູ້ ແລະ ການພັດທະນາຕົນເອງເຊັ່ນ: ການສະໜັບສະໜູນການຝຶກອົບຮົມ ຫຼື ການໃຫ້ທຶນການສຶກສາສຳລັບພະນັກງານ. 

2. ຈັດສະພາບແວດລ້ອມໃຫ້ມີໂອກາດໃນການພັດທະນາ ແລະ ເຕີບໂຕ

  • ພະນັກງານທີ່ມີຄວາມສາມາດສູງມັກເບິ່ງຫາຄວາມກ້າວໜ້າທາງອາຊີບ ແລະ ຄວາມທ້າທາຍໃຫມ່ໆ. ດັ່ງນັ້ນ ການມອບໂອກາດໃນການພັດທະນາເຊັ່ນ: ການໝູນວຽນວຽກ (Job Rotation) ຫຼື ການມອບໝາຍງານທີ່ມີຄວາມຮັບຜິດຊອບສູງຂຶ້ນ ຈະຊ່ວຍຮັກສາຄວາມສົນໃຈຂອງພະນັກງານໄດ້. 
  • ຈັດໃຫ້ມີແຜນການພັດທະນາທັກສະສ່ວນບຸກຄົນ (Personal Development Plan) ທີ່ເໝາະສົມກັບແຕ່ລະບຸກຄົນ. 

3. ໃຫ້ການຍອມຮັບ ແລະ ຍ້ອງຍໍຜົນງານຕາມຄວາມເໝາະສົມ

  • ການສະແດງຄຳຂອບໃຈ ແລະ ຍ້ອງຍໍພະນັກງານທີ່ມີຜົນງານໂດດເດັ່ນ ບໍ່ວ່າຈະຜ່ານຄຳຍ້ອງຍໍ, ການມອບລາງວັນ ຫຼື ການເລື່ອນຕຳແໜ່ງ ເປັນສິ່ງທີ່ຊ່ວງສ້າງຄວາມເພິງພໍໃຈ ແລະ ກະຕຸ້ນແຮງຈູງໃຈ. 
  • ໃຊ້ລະບົບ Feedback ທີ່ເປີດກວ້າງ ແລະ ໂປ່ງໃສ ເພື່ອໃຫ້ພະນັກງານຮູ້ສຶກເຖິງການມີສ່ວນຮ່ວມໃນອົງກອນ.

4. ຈັດສັນຄ່າຕອບແທນ ແລະ ສະຫວັດດິການທີ່ເໝາະສົມ

  • ຄ່າຕອບແທນທີ່ແຂ່ງຂັນໄດ້ ແລະ ສະຫວັດດິການທີ່ຕອບໂຈດຄວາມຕ້ອງການຂອງພະນັກງານເຊັ່ນ: ການເຮັດປະກັນສຸຂະພາບໃຫ້ກັບພະນັກງານ, ການລາວຽກທີ່ສາມາດຍືດຫຍຸ່ນໄດ້, ຫຼື ໂປຣແກຣມສະໜັບສະໜູນຄອບຄົວພະນັກງານ ມີບົດບາດສຳຄັນໃນການຮັກສາພະນັກງານທີ່ມີຄວາມສາມາດ
  • ພິຈາລະນາປັບຄ່າຕອບແທນຕາມຜົນງານ (Performance-Based Pay) ເພື່ອສ້າງແຮງຈູງໃຈ.

5. ສະໜັບສະໜູນຄວາມສົມດຸນລະຫວ່າງວຽກງານ ແລະ ຊີວິດສ່ວນຕົວ 

  • ການມອບຄວາມຍືດຫຍຸ່ນໃນເລື່ອງເວລາການເຮັດວຽກ (Flexible working hours) ຫຼື ການເຮັດວຽກນອກຫ້ອງການ (Remote Work) ຊ່ວຍໃຫ້ພະນັກງານສາມາດຈັດການຊີວິດສ່ວນຕົວ ແລະ ວຽກໄດ້ຢ່າງລົງຕົວ. 
  • ສົ່ງເສີມກິດຈະກຳທີ່ຊ່ວຍຫຼຸດຄວາມຄຽດເຊັ່ນ ການຈັດກິດຈະກຳສຸຂະພາບ ຫຼື ວັນພັກພິເສດ

6. ສ້າງຄວາມສຳພັນທີ່ດີລະຫວ່າງຜູ້ບໍລິຫານ ແລະ ພະນັກງານ

  • ຄວາມສຳພັນທີ່ດີ ແລະ ການສື່ສານທີ່ເປີດກວ້າງລະຫວ່າງຜູ້ບໍລິຫານ ແລະ ພະນັກງານມີສ່ວນສຳຄັນໃນການສ້າງຄວາມໄວ້ວາງໃຈ ແລະ ຄວາມຜູກພັນໃນອົງກອນ. 
  • ຈັດໃຫ້ມີການປະຊຸມແບບຕົວຕໍ່ເປັນປະຈຳ ເພື່ອຮັບຟັງຄວາມຄິດເຫັນ ແລະ ຂໍ້ສະເໜີແນະຈາກພະນັກງານ.

7. ວາງແຜນການສືບທອດຕຳແໜ່ງ (Succession Planing) 

  • ການກຽມແຜນສືບທອດຕຳແໜ່ງ ຊ່ວຍໃຫ້ພະນັກງານທີ່ມີຄວາມສາມາດ ສາມາດເບິ່ງເຫັນເສັ້ນທາງການເຕີບໂຕໃນອົງກອນ ແລະ ຫຼຸດຄວາມສ່ຽງທີ່ພະນັກງານຈະຍ້າຍໄປອົງກອນອື່ນ. 

8. ຕິດຕາມ ແລະ ວິເຄາະຂໍ້ມູນການລາອອກຂອງພະນັກງານ

  • ການເກັບຂໍ້ມູນ ແລະ ການວິເຄາະເຫດຜົນທີ່ພະນັກງານລາອອກ ຊ່ວຍໃຫ້ອົງກອນສາມາດປັບປຸງກົນລະຍຸດການຮັກສາພະນັກງານໄດ້ຢ່າງມີປະສິດທິພາບ. 

 

ສະຫຼຸບລວມແລ້ວ ການຮັກສາພະນັກງານທີ່ມີຄວາມສາມາດສູງ ບໍ່ແມ່ນພຽງແຕ່ເປັນການໃຫ້ຄ່າຕອບແທນທີ່ດີ ແຕ່ຍັງລວມເຖິງການສ້າງຄວາມສຳພັນທີ່ດີ, ການພັດທະນາທັກສະ ແລະ ການສະໜັບສະໜູນຄວາມສົມດຸນໃນຊີວິດ. ການລົງທຶນໃນກົນລະຍຸດເຫຼົ່ານີ້ ບໍ່ພຽງຊ່ວຍໃຫ້ຫຼຸດອັດຕາການລາອອກ ແຕ່ຍັງຊ່ວຍເສີມສ້າງຄວາມສຳເລັດ ແລະ ຄວາມຢືນຢົງຂອງອົງກອນໄດ້ໃນໄລຍະຍາວ.