ໃນຍຸກທີ່ຕະຫຼາດແຮງງານເຕັມໄປດ້ວຍການແຂ່ງຂັນ ການດຶງດູດບຸກຄະລາກອນທີ່ມີຄວາມສາມາດບໍ່ແມ່ນເລື່ອງງ່າຍ ແລະ ສິ່ງທີ່ຈະຊ່ວຍໃຫ້ອົງກອນຂອງທ່ານໂດດເດັ່ນເໜືອຄູ່ແຂ່ງໄດ້ກໍຄື “Employer Branding” ການສ້າງພາບລັກທີ່ດີຂອງອົງກອນໃນຖານະ “ຜູ້ຈ້າງງານ” ຈະຊ່ວຍດຶງດູດຄົນເກັ່ງໃຫ້ສົນໃຈ ແລະ ຕ້ອງການຮ່ວມງານກັບອົງກອນຂອງທ່ານໄດ້. ນີ້ຈະແມ່ນເຄັດລັບສຳຄັນໃນການໃຊ້ Employer Branding ເພື່ອດຶງດູດບຸກຄະລາກອນ:
1. ສ້າງ Employer Value Proposition (EVP) ທີ່ເຂັ້ມແຂງ
- ກຳນົດຈຸດເດັ່ນຂອງອົງກອນຂອງທ່ານ ທີ່ສາມາດຕອບສະໜອງຄວາມຕ້ອງການຂອງພະນັກງານໄດ້ເຊັ່ນ ໂອກາດໃນການພັດທະນາຕົນເອງ, ວັດທະນະທຳອົງກອນທີ່ດີ ຫຼື ຜົນຕອບແທນທີ່ຄຸ້ມຄ່າ.
- ເຮັດໃຫ້ EVP ຂອງອົງກອນໂດດເດັ່ນ ແລະ ແຕກຕ່າງຈາກອົງກອນອື່ນ.
2. ນຳສະເໜີພະນັກງານໃນອົງກອນເປັນທູດອົງກອນ (Brand Ambassadors)
- ສົ່ງເສີມໃຫ້ພະນັກງານປະຈຸບັນແບ່ງປັນປະສົບການທີ່ດີໃນການເຮັດວຽກຜ່ານຊ່ອງທາງອອນລາຍ ຫຼື ຜ່ານກິດຈະກຳທາງສັງຄົມຕ່າງໆ
- ປະສົບການຈິງຂອງພະນັກງານຈະຊ່ວຍສ້າງພາບຄວາມໜ້າເຊື່ອຖື ແລະ ດຶງດູດໃຈຂອງຜູ້ສະໝັກ
3. ສື່ສານພາບລັກຂອງອົງກອນຢ່າງສະໝ່ຳສະເໝີ
- ໃຊ້ແພັດຟອມຫຼາກຫຼາຍເຊັ່ນ ເວັບໄຊ້ຂອງອົງກອນ, ຊ່ອງທາງອອນລາຍ ແລະ ງານອີເວັ້ນຕ່າງໆ ເພື່ອສະແດງວັດທະນະອົງການ ແລະ ຄວາມໜ້າສົນໃຈໃນການເຮັດວຽກກັບອົງກອນຂອງທ່ານ.
4. ປັບພາບລັກໃຫ້ເໝາະກັບກຸ່ມເປົ້າໝາຍ
- ເຂົ້າໃຈວ່າຄົນໃນແຕ່ລະຊ່ວງອາຍຸ ຫຼື ອຸດສາຫະກຳມີຄວາມຕ້ອງການ ແລະ ຄວາມຄາດຫວັງທີ່ຕ່າງກັນ
- ອອກປບບ Employer Branding ໃຫ້ສອດຄ່ອງກັບກຸ່ມເປົ້າໝາຍເຊັ່ນ: ເນັ້ນຄວາມທັນສະໄຫມສຳລັບຄົນ Gen Z ຫຼື ຄວາມໝັ້ນຄົງສຳລັບຜູ້ທີ່ມີປະສົບການສູງ.
5. ໃຊ້ເຕັກໂນໂລຊີເພື່ອເພີ່ມປະສິດທິພາບ
- ໃຊ້ແພັດຟອມອອນລາຍເຊັ່ນ: Company Profile ຫຼື Feature Employer ຈາກ 108.jobs ແລະ ສື່ມີເດຍອອນລາຍອື່ນໆ.
- ໃຊ້ AI ຫຼື ລະບົບອັດຕະໂນມັດໃນການສ້າງປະສົບການທີ່ດີໃຫ້ກັບຜູ້ສະໝັກເຊັ່ນ ການຕອບການໄວ ຫຼື ການໃຫ້ຂໍ້ມູນທີ່ຄົບຖ້ວນ ແລະ ຊັດເຈນ.
6. ສົ່ງເສີມຄວາມໂປ່ງໃສໃນອົງກອນ
- ສະແດງເຖິງຄວາມຊັດເຈນໃນຄ່ານິຍົມຂອງອົງກອນ, ການບໍລິຫານງານ ແລະ ຄວາມກ້າວໜ້າໃນອາຊີບ.
- ຜູ້ສະໝັກຈະຮູ້ສຶກໝັ້ນໃຈຫຼາຍຂຶ້ນຫາກອົງກອນມີຄວາມໂປ່ງໃສໃນຂໍ້ມູນ ແລະ ຂະບວນການເຮັດວຽກ.
7. ສະໜັບສະໜູນກິດຈະກຳທີ່ສ້າງຄຸນຄ່າ ແລະ ຜົນກະທົບທາງບວກ
- ຈັດກິດຈະກຳ CSR ຫຼື ສະໜັບສະໜູນໂຄງການທີ່ມີຜົນກະທົບທາງບວກຕໍ່ສັງຄົມ.
- ການສະແດງເຖິງຄວາມໃສ່ໃຈໃນສິ່ງແວດລ້ອມ ຫຼື ຊຸມຊົນຈະຊ່ວຍດຶງດູດບຸກຄະລາກອນທີ່ມີຄ່ານິຍົມ.
8. ປະເມີນຜົນ ແລະ ປັບປຸງກົນລະຍຸດ
- ໃຊ້ການສຳຫຼວດຄວາມຄິດເຫັນ ຫຼື ການເກັບຂໍ້ມູນຈາກຜູ້ສະໝັກເພື່ອປະເມີນຄວາມສຳເລັດຂອງ Employer Branding
- ປັບປຸງກົນລະຍຸດຕາມຂໍ້ມູນທີ່ໄດ້ຮັບເພື່ອໃຫ້ເຂົ້າເຖິງກຸ່ມເປົ້າໝາຍໄດ້ດີຍິ່ງຂຶ້ນ
ສະຫຼຸບລວມແລ້ວ Employer Branding ບໍ່ພຽງແຕ່ຊ່ວຍໃຫ້ອົງກອນດຶງດູດບຸກຄະລາກອນທີ່ມີຄວາມສາມາດ ແຕ່ຍັງເສີມສ້າງພາບລັກໃຫ້ກັບອົງກອນໄດ້ໃນໄລຍະຍາວ, ການສ້າງ ແລະ ສື່ສານພາບລັກທີ່ດີຢ່າງຕໍ່ເນື່ອງຈະຊ່ວຍໃຫ້ອົງກອນເປັນຕົວເລືອກທຳອິດໃນໃຈຂອງຜູ້ສະໝັກທີ່ມີຄຸນນະພາບ!
