1. ຄວາມຮູ້ ແລະ ຄວາມຊ່ຽວຊານກ່ຽວກັບວຽກງານຊັບພະຍາກອນມະນຸດ
HR ຈຳເປັນຫລາຍທີ່ຕ້ອງມີຄວາມຮູ້ ແລະ ຄວາມຊ່ຽວຊານຫຼາຍໆດ້ານໃນວຽກງານຊັບພະຍາກອນມະນຸດ ຍ້ອນວ່າປະຈຸບັນນີ້ HR ຈະຕ້ອງເປັນບຸກຄົນທີ່ຕ້ອງໄດ້ແກ້ໄຂບັນຫາຕ່າງໆໃຫ້ກັບພະນັກງານ ແລະ ອົງກອນ ນັບຕັ້ງແຕ່ເລື່ອງນ້ອຍໆເຊັ່ນວ່າ ພະນັກງານໄດ້ຮັບຄ່າຈ້າງບໍ່ເປັນທຳ, ບັນຫາທີ່ຫຍຸ້ງຍາກ ແລະ ຊັບຊ້ອນຫຼາຍເຊັ່ນ ບັນກາກ່ຽວກັບຄະດີການລ່ວງລະເມີດທາງເພດໃນສະຖານທີ່ເຮັດວຽກ, ການລັກ-ຂະໂມຍຂອງພະນັກງານ ແລະ ອື່ນໆ. ເຊິ່ງ HR ຕ້ອງໄດ້ແກ້ໄຂໃຫ້ສຳເລັດ ແລະ ຕ່າງຝ່າຍຕ່າງໄດ້ຮັບຄວາມເປັນທຳທີ່ສຸດ.
2. ທັກສະການສື່ສານທີ່ດີ
ການເປັນ HR ແບບມືອາຊີບ ຖ້າບໍ່ມີທັກສະທາງດ້ານການສື່ສານທີ່ດີແລ້ວ ຈະບໍ່ສາມາດເຮັດວຽກໃຫ້ມີປະສິດທິຜົນໄດ້ ເພາະວ່າການສື່ສານທີ່ດີ ບໍ່ໄດ້ແມ່ນແຕ່ການເວົ້າ ຫຼື ລົມກັນເທົ່ານັ້ນ, ແຕ່ລວມເຖິງການຮັບຟັງແລ້ວຮັບຮູ້ໄດ້ວ່າຜູ້ເວົ້າຕ້ອງການສື່ສານຫຍັງແທ້! ຈຶ່ງເອີ້ນວ່າການສື່ສານທີ່ແທ້ຈິງ; ມີຫລາຍຄົນທີ່ຟັງແລ້ວບໍ່ເຂົ້າໃຈວ່າສິ່ງທີ່ໄດ້ຟັງນັ້ນແມ່ນເລື່ອງຫຍັງກັນແທ້. ສະນັ້ນ, HR ຕ້ອງເຂົ້າໄປແກ້ໄຂບັນຫາໃຫ້ກັບພະນັກງານແບບເປັນມິດ ແລະ ມີມາລະຍາດເພື່ອໃຫ້ພະນັກງານມີຄວາມຮູ້ສຶກໄດ້ວ່າຢາກເຂົ້າຫາເພື່ອປຶກສາກ່ຽວກັບບັນຫາທີ່ເກີດຂື້ນໃນການເຮັດວຽກ ນອກຈາກການເວົ້າຫຼືລົມກັນແລ້ວ. ການຂຽນກໍ່ມີຄວາມສຳຄັນເຊັ່ນກັນໃນການສື່ສານ ເພາະວ່າເວລາເຮັດເອກະສານ ຫຼື ອອກແຈ້ງການຕ່າງໆໃຫ້ມີປະສິດທິພາບ ຄົນອ່ານເຂົ້າໃຈງ່າຍ ກໍ່ຕ້ອງໄດ້ມີວິທີການເຊັ່ນກັນ ໂດຍທຸກຄັ້ງທີ່ຈະເຮັດເອກະສານໃດຫນຶ່ງເຮົາຕ້ອງຮ່າງຂື້ນມາກ່ອນແລ້ວກວດສອບລາຍລະອຽດ, ຄວາມຖືກຕ້ອງ ແລະ ຄວາມຄົບຖ້ວນຂອງເນື້ອໃນທີ່ສຳຄັນທີ່ຕ້ອງການຢາກສື່ສານ ແລະ ສິ່ງທີ່ສຳຄັນຄືຄຳເວົ້າທີ່ຂຽນລົງໄປຕ້ອງມີຄວາມເປັນມິດ ແລະ ມີມາລະຍາດຫຼາຍທີ່ສຸດ ເພາະມັນສາມາດສະແດງອອກມາໄດ້ວ່າທັງພະນັກງານ ແລະ ນາຍຈ້າງມີຄວາມຮູ້ສຶກຢາກເຂົ້າມາສື່ສານໂອ້ລົມນຳໃນການຂໍຄຳປຶກສາ ແລະ ຄວາມຊ່ວຍເຫຼືອ; ສະນັ້ນ, HR ແບບມືອາຊີບຈຶ່ງຖືໄດ້ວ່າທັກສະການສື່ສານທີ່ດີນີ້ແມ່ນສິ່ງທີ່ສໍາຄັນຫຼາຍໃນການປະຕິບັດວຽກ.
3. ທັກສະການບໍລິຫານເວລາແບບມີວິໄນ
ປົກກະຕິແລ້ວ HR ຈະມີວຽກປະຈໍາວັນ, ປະຈຳເດືອນ ແລະ ປະຈຳປີຂອງຕົນຢູ່ແລ້ວ, ໃນແຕ່ລະມື້ກໍ່ມັກຈະມີບັນຫາເລື່ອງທີ່ບໍ່ຄາດຄິດເກີດຂື້ນເລື້ອຍໆ ບາງຄັ້ງອາດເປັນເລື່ອງດ່ວນພຽງສອງ-ສາມເລື່ອງ ແຕ່ບາງຄັ້ງອາດມີຫຼາຍໆເລື່ອງເກີດຂື້ນຢູ່ຫມົດມື້; ແຕ່ເວລາມີບັນຫາດ່ວນເກີດຂື້ນເຮົາຈຳເປັນຕ້ອງໄດ້ວາງວຽກປະຈຳໄວ້ກ່ອນເພື່ອແກ້ໄຂ ແຕ່ເວລາແກ້ໄຂສຳເລັດແລ້ວກໍ່ຕ້ອງໄດ້ກັບມາເຮັດວຽກປະຈຳຂອງຕົນເອງໃຫ້ສຳເລັດເຊັ່ນກັນ. ດັ່ງນັ້ນ, ການມີລະບຽບໃນການບໍລິຫານເວລາຈຶ່ງມີຄວາມສຳຄັນຫຼາຍເພາະຈະຊ່ວຍໃຫ້ເຮົາຮູ້ວ່າຈະຈັດການກັບວຽກແລ້ວບັນຫາໃຫ້ສຳເລັດໃນເວລາໃດ ແລະ ສ່ວນຫລາຍແລ້ວບັນຫາທີ່ເກີດຂື້ນໃຫ້ເຮົາຕ້ອງແກ້ໄຂດ່ວນນັ້ນມັກຈະມີຂອບເຂດ ຫຼື ກຳນົດໃນການປະຕິບັດ ສະນັ້ນວຽກປະຈຳຂອງເຮົາຈຶ່ງຖືກເລື່ອນເວລາໄປເລື້ອຍໆ ຈົນເຮັດໃຫ້ບາງຄັ້ງຈຳເປັນຕ້ອງເລີກວຽກຊ້າເພື່ອໃຫ້ວຽກສຳເລັດ. ແຕ່ເພື່ອບໍ່ໃຫ້ເຫດການແບບນີເກີດຂື້ນເລື້ອຍໆ HR ຕ້ອງມີທັກສະການບໍລິຫານເວລາໃຫ້ເປັນລະບຽບ.
4. ມີຄວາມໜ້າເຊື່ອຖື
ເປັນສິ່ງທີ່ຈຳເປັນທີ່ສຸດທີ່ HR ຕ້ອງມີ ເພາະວ່າຜູ້ທີ່ມີບັນຫາສ່ວນໃຫຍ່ແລ້ວມັກຈະຫັນໜ້າເຂົ້າຫາບຸກຄົນທີ່ສາມາດເຊື່ອຖືໄດ້ ພະນັກງານຕ້ອງໝັ້ນໃຈວ່າບຸກຄົນດັ່ງກ່າວຈະສາມາດແກ້ໄຂບັນຫາໃຫ້ໄດ້ຢ່າງຖືກຕ້ອງ, ເປັນທໍາ ແລະ ຈະມີຄວາມເຕັມໃຈທີ່ຈະຊ່ວຍເຫຼືອພວກເຂົາຈາກໃຈ; ການທີ່ຈະສ້າງຄວາມເຊື່ອຖືໄດ້ຕ້ອງເປັນຄົນທີ່ສາມາດເກັບຄວາມລັບໄດ້ ເພາະຄົນທີ່ມີບັນຫາເຂົ້າມາຫາທຸກຄັ້ງພວກເຂົາອາດຈຳເປັນຕ້ອງເວົ້າເລື່ອງສ່ວນຕົວໃຫ້ຟັງ ແລະ ພວກເຂົາກໍ່ຄົງໝັ້ນໃຈວ່າເຮົາຈະບໍ່ເອົາໄປເວົ້າໃຫ້ຄົນອື່ນຟັງຕໍ່, ໂດຍທົ່ວໄປແລ້ວຄົນເຮົາ ຖ້າໄປຮູ້ແລ້ວວ່າໃຜສາມາດເກັບຄວາມລັບໄດ້ ຫຼື ເຊື່ອຖືໄດ້ແລ້ວ ຈະໄດ້ຮັບຄວາມໄວ້ວາງໃຈທີ່ສຸດ ແຕ່ຖ້າມື້ໃດເຮົາເຮັດໃຫ້ເຂົາໝົດຄວາມເຊື່ອຖື ການເຮັດວຽກໃນສາຍງານຊັບພະຍາກອນມະນຸດກໍ່ຈະຫຍຸ້ງຍາກ ແລະ ລຳບາກຫລາຍ ເພາະຈະບໍ່ມີໃຜຢາກເອົາບັນຫາມາປຶກສາ; ອີກຢ່າງເມື່ອເວລາຢາກດຶງຄວາມເຊື່ອໝັ້ນກັບຄືນມານັ້ນເປັນເລື່ອງທີ່ຍາກຫຼາຍ ແລະ ຕ້ອງໃຊ້ເວລາໃນການພິສູດພໍສົມຄວນ. ສະນັ້ນ, HR ຄວນປະພຶດໂຕເອງໃຫ້ມີຄວາມໜ້າເຊື່ອຖືໄວ້ຈະດີທີ່ສຸດໃນການເຮັດວຽກໃນສາຍງານນີ້.
5. ມີຄວາມຍຸດຕິທຳ
ການເປັນ HR ແບບມືອາຊີບຈະຄິດ ຫຼື ປະຕິບັດຢ່າງເປັນທໍາ ແລະ ເປັນກາງທີ່ສຸດໃນເວລາເຮັດວຽກ ຫຼື ແກ້ໄຂບັນຫາໃຫ້ແກ່ພະນັກງານເຖິງແມ່ນວ່າບາງເຫດການເຮົາອາດຈະມີຄວາມຄິດເຫັນແຕກຕ່າງກໍ່ຕາມ, ໃນເວລາປະຕິບັດວຽກງານແຕ່ລະຄັ້ງເຮົາຕ້ອງຕັດຄວາມຄິດສ່ວນຕົວອອກໄປ ແລະ ຕັດສິນໃຈຈາກຫຼັກຖານທີ່ເຫັນຕາມຄວາມເປັນຈິງເທົ່ານັ້ນ, ຖ້າມີເຫດການໃດທີ່ເຮົາຮູ້ສຶກອ່ຽງເຂົ້າຂ້າງຝ່າຍໃດຝ່າຍໜຶ່ງເຊິ່ງອາດສົ່ງຜົນກະທົບຕໍ່ພະນັກງານ ຫຼື ນາຍຈ້າງໄດ້ນັ້ນ ເຮົາອາດຈຳເປັນຕ້ອງໃຫ້ຄົນອື່ນມາຕັດສິນຊ່ວຍ ຫຼື ແທນເຮົາກໍ່ເປັນການດີເພາະນອກຈາກມີຄວາມຍຸດຕິທຳແລ້ວ ຍັງສາມາດຄວບຄຸມໂຕເອງໃນສະຖານະການກົດດັນໄດ້ອີກ ແລະ ເປັນການຕັດສິນທີ່ຖືກຕ້ອງໂດຍອິງໃສ່ຫຼັກຖານທີ່ມີ ບໍ່ແມ່ນຕັດສິນດ້ວຍອາລົມ; ທຸກຄັ້ງທີ່ມີບັນຫາເກີດຂື້ນເຮົາຕ້ອງຄິດຫາທາງອອກທີ່ເປັນບວກທີ່ສຸດທີ່ຈະເປັນໄປໄດ້ຕາມສະຖານະການນັ້ນໆ ແລະ ແນ່ນອນວ່າທັກສະແບບນີ້ແມ່ນຕ້ອງໃຊ້ເວລາ ແລະ ປະສົບການພໍສົມຄວນໃນການຊ່ວຍໃຫ້ທ່ານເກັ່ງຂື້ນໄດ້.
6. ທັກສະການສອນ, ພັດທະນາ ຫຼື ຖ່າຍທອດຄວາມຮູ້
ໜຶ່ງໃນບົດບາດ ແລະ ໜ້າທີ່ຂອງ HR ແບບມືອາຊີບຄືການຖ່າຍທອດຄວາມຮູ້, ການພັດທະນາ ຫຼື ຝຶກອົບຮົມ ໃຫ້ກັບພະນັກງານ ລວມເຖິງຜູ້ບໍລິຫານໃນໜ່ວຍງານຕ່າງໆເປັນຕົ້ນ; ເພາະທີ່ຈິງແລ້ວການຝຶກອົບຮົມນີ້ແມ່ນການພັດທະນາທັກສະການເຮັດວຽກ, ການເພີ່ມສັກກະຍະພາບ ແລະ ຄວາມຮູ້ກ່ຽວກັບວຽກໃຫ້ຫຼາຍຂື້ນ ເຊິ່ງບໍ່ໄດ້ເປັນພຽງແຕ່ການພັດທະນາອາຊີບຂອງພວກເຂົາເທົ່ານັ້ນ ແຕ່ຍັງເປັນການພັດທະນາອົງກອນໄປພ້ອມໆກັນ ເພາະວ່າພະນັກງານໃນອົງກອນຈະມີສັກກະຍະພາບໃນການເຮັດວຽກຫລາຍຂື້ນ ແລະ ເຮົາເອງກໍ່ເຊັ່ນກັນ ຍັງຖືວ່າໄດ້ເປັນບຸກຄົນໜຶ່ງທີ່ຊ່ວຍໃຫ້ເພື່ອນຮ່ວມງານໄດ້ມີຊີວິດທີ່ດີຂື້ນໃນອານາຄົດ.
