ແນ່ນອນວ່າຜູ້ສະໝັກສ່ວນຫຼາຍມັກມີຄວາມກັງວົນ ເຮັດໃຫ້ເວລາສະແດງຄວາມສາມາດຂອງຕົນເອງອອກມາຈະໜ້ອຍລົງ. ນອກຈາກຈະສົ່ງຜົນເສີຍຕໍ່ຜູ້ຖືກສຳພາດ ບໍລິສັດເອງກໍອາດຈະເສຍພະນັກງານທີ່ມີປະສິດທິພາບມາຮ່ວມງານພ້ອມ ການສ້າງບັນຍາກາດໃຫ້ຜ່ອນຄາຍລະຫວ່າງການສຳພາດເລຍຈຳເປັນ ເພາະຈະເຮັດໃຫ້ຜູ້ຖືກສຳພາດໄດ້ສະແດງຄວາມສາມາດອອກມາໄດ້ຫຼາຍຂຶ້ນ.
ເຮົາເລີຍມີວິທີທີ່ເຮັດໃຫ້ຜູ້ສະໝັກວຽກຜ່ອນຄາຍໃນລະຫວ່າງການສຳພາດມາຝາກ:
1. ໃຫ້ຂໍ້ມູນຫຼາຍທີ່ສຸດເທົ່າທີ່ເປັນໄປໄດ້
ບໍ່ວ່າຈະເປັນນັກສຶກສາຈົບໃມ່ ຫຼື ຜ່ານການສຳພາດມາແລ້ວກໍຕາມ ຈະມີຄວາມກັງວົນໃນການສຳພາດ ເພາະພວກເຂົາບໍ່ຮູ້ວ່າຈະຕ້ອງພົບເຈີກັບການສຳພາດແບບໃດ. ສະນັ້ນ, ການບອກຂໍ້ມູນທີ່ກ່ຽວກັບການສຳພາດບາງສ່ວນເຊັ່ນ: ການບອກໄລຍະເວລາ, ການນຸ່ງຖື, ບອກສະຖານທີ່ບໍລິສັດຕ່າງໆ ອາດເຮັດໃຫ້ເຂົາເຈົ້າໄດ້ກຽມໂຕກ່ອນ.
2. ສ້າງຄວາມປະທັບໃຈ
ຄວາມຮູ້ສຶກທຳອິດທີ່ດີສ້າງດ້ວຍການຍິ້ມ ແລະທັກທາຍຜູ້ສະໝັກດ້ວຍຄວາມເປັນກັນເອງ ກ່ອນເຂົ້າສຳພາດ. ການເລີ່ມຕົ້ນການສຳພາດເອງກໍບໍ່ແມ່ນເລື່ອງງ່າຍ ບາງຄັ້ງການຊວນຜູ້ສຳພາດລົມດ້ວຍຄຳຖາມທີ່ສະບາຍໆ ກໍຈະຊ່ວຍໃຫ້ເຂົາເຈົ້າຜ່ອນຄາຍໄດ້ ແລະພ້ອມທີ່ຈະສື່ສານກັບເຮົາໄດ້ທັນທີ່ເມື່ອການສຳພາດເພີ່ມຂຶ້ນ.
3. ກຳຈັດສິ່ງລົບກວນຕ່າງໆ
ກ່ອນເລີ່ມສຳພາດເຮົາຄວນບອກຜູ້ສະໝັກກ່ອນວ່າ ຫ້າມໃຫ້ມີການລົບກວນຕອນຄະນະທີ່ສຳພາດເຊັ່ນ: ການປິດສຽງໂທລະສັບກ່ອນເຂົ້າສຳພາດ, ບໍ່ໃຫ້ຜູ້ທີ່ຍັງບໍ່ຖືກສຳພາດວົນແຊວລົບກວນຜູ້ອື່ນ, ເຊິ່ງນີ້ຈະເປັນໂອກາດທີ່ດີທີ່ສຸດຈະຊ່ວຍໃຫ້ເຮົາປະເມີນເຂົາໄດ້ຢ່າງເຕັມທີ່.
4. ໃຫ້ເວລາໃນການຕອບຄຳຖາມ
ລະຫວ່າງການສຳພາດ ຄວນໃຫ້ຜູ້ຖືກສຳພາດມີວລາໃນການຄິດເພື່ອຫາຄຳຕອບ, ຢ່າກົດດັນຫຼາຍຈົນເກີນໄປເພາະຄົນທີ່ຈະໄດ້ຜົນປະໂຫຍດຈາກການໃຫ້ເວລາຜູ້ຖືກສຳພາດໄດ້ຄິດຫາຄຳຕອບທີ່ດີທີ່ສຸດກໍຄື: ບໍລິສັດເອງ ຖ້າຍັງມີເວລາຢູ່ໃຫ້ເບິ່ງຕາມຄວາມເໝາະສົມນຳ.
