ແນ່ນອນວ່າບໍ່ມີອົງການຈັດຕັ້ງ ຫລື ບໍລິສັດໃດຈະມີພະນັກງານຄົນດຽວຊຸດເກົ່າເຮັດວຽກຕັ້ງແຕ່ເລີ່ມຕົ້ນຈົນເຖິງປະຈຸບັນ. ອີງຕາມວົງຈອນຊີວິດການເຮັດວຽກ ຈະມີທັງພະນັກງານເກົ່າ ແລະ ພະນັກງານໃໝ່ ຂື້ນກັບບໍລິສັດຕອບສະໜອງ ຄວາມຕ້ອງການຂອງພະນັກງານຫຼາຍເທົ່າໃດ? ເພາະວ່າພະນັກງານແຕ່ລະຄົນມີຊີວິດການເປັນຢູ່ແຕກຕ່າງກັນ ແລະແນ່ນອນ, ເມື່ອມີພະນັກງານເກົ່າ ກໍ່ຕ້ອງມີພະນັກງານໃໝ່ ບາງອົງກອນອາດຈະບໍ່ມີປັນຫາ ແຕ່ໃນຫລາຍອົງກອນມັກມີບັນຫາລະຫວ່າງພະນັກງານເກົ່າກັບພະນັກງານໃໝ່.
ຂໍ້ດີຂອງພະນັກງານໃໝ່
- 1. ຊ່ວຍແບ່ງເບົາບາງວຽກ ເພາະເຫດຜົນຫຼັກໆທີ່ຫຼາຍບໍລິສັດຮັບເອົາພະນັກງານໃໝ່ ແມ່ນການຊ່ວຍໃນການເຮັດວຽກພາຍໃນຫ້ອງການ.
- 2. ສອນງ່າຍ ເພາະເປັນພະນັກງານໃໝ່ ຍັງບໍ່ຮູ້ຈກໃຜ ຍ່ອມບໍ່ມີປາກສຽງ ຫຼື ເຮັດໂຕບໍ່ດີແນ່ນອນ.
- 3. ມີຄວາມຄິດສ້າງສັນ ດ້ວຍຄວາມທີ່ເປັນນ້ອງໃໝ່, ບໍ່ວ່າຈະເປັນນັກສຶກສາທີ່ຫາກໍຮຽນຈົບ ຫລື ໃໝ່ຢູ່ນີ້ ແຕ່ເກົ່າມາຈາກບ່ອນອື່ນ ພວກເຂົາທັງໝົດລ້ວນແຕ່ມີແນວຄວາມຄິດໃໝ່ສະເໝີ ບາງສ່ວນຈາກອົງກອນອື່ນ, ທັດສະນະອື່ນເປັນອີກມຸມໜຶ່ງກະຕຸ້ນໃຫ້ກັບທີມ
- 4. ຄວາມກະຕືລືລົ້ນ ດ້ວຍຄວາມທີ່ເປັນນ້ອງໃໝ່. ສະນັ້ນ, ຈຶ່ງບໍ່ແປກທີ່ຈະສາມາດເຮັດວຽກໄດ້ຫຼາຍໆໂດຍທີ່ບໍ່ເມື່ອຍ ຫຼື ຈະສັ່ງຫຍັງມາເຮັດໄດ້ເຕັມທີ່.
- 5. ຮຽນຮູ້ສິ່ງໃໝ່ໆໄດ້ງ່າຍ ເພາະມີຄວາມສົດໃໝ່ ເຮັດຄືກັບນ້ຳທີ່ບໍ່ເຕັມຈອກ. ກຽມພ້ອມທີ່ຈະໄດ້ຮັບສິ່ງໃໝ່ໆ ແລະ ສຳຄັນທີ່ສຸດຮຽນຮູ້ໄດ້ໄວ
ຂໍ້ເສຍຂອງພະນັກງານໃໝ່
- 1. ປະສົບການໜ້ອຍ ຫລື ບໍ່ມີປະສົບການ ເຊິ່ງແມ່ນຂໍ້ເສຍປຽບທີ່ມັກພົບເຫັນເລື້ອຍໆ.
- 2. ເສຍເວລາໃນການຝຶກອົບຮົມ ສຳລັບນັກຮຽນທີ່ຫາກໍ່ຈົບການສຶກສາຖືວ່າຕ້ອງສອນເພື່ອປັບຕົວໃຫ້ກັບໂລກໃໝ່. ເຊິ່ງຕ້ອງໄດ້ປັບຕົວເຂົ້າກັບບໍລິສັດ ຕ້ອງຮຽນຮູ້ຫຼາຍກວ່າຈຶ່ງສາມາດເຮັດວຽກໄດ້ເຕັມທີ່ ຕ້ອງໃຊ້ເວລາພໍສົມຄວນ ຫຼື ແມ່ນແຕ່ຄົນທີ່ມີປະສົບການ ເຖິງຢ່າງໃດກໍ່ຕາມຕ້ອງໃຊ້ເວລາໃນການປັບຕົວ ເຂົ້າກັບອົງກອນໃໝ່ ຮຽນຮູ້ວຽກໃໝ່ ເພາະວ່າແຕ່ລະບໍລິສັດ ເຖິງແມ່ນວ່າພວກເຂົາເຮັດວຽກຢູ່ໃນຂອບເຂດດຽວກັນ ແຕ່ວິທີການອາດຈະບໍ່ຄືກັນ.
- 3. ຄ່າໃຊ້ຈ່າຍສູງ ປະຈຸບັນພື້ນຖານເງິນເດືອນຂັ້ນຕ່ຳກໍກຳນົດໄວ້ແລ້ວ ແລະ ຍັງມີຄ່າຝຶກອົບຮົມໃຫ້ເຮັດວຽກໄດ້ດີອີກ ບໍລິສັດກໍ່ຖືວ່າມີຄ່າໃຊ້ຈ່າຍໂຕນີ້ຢູ່ພ້ອມ.
- 4. ບໍ່ແນ່ນອນ, ບາງຄັ້ງພະແນກ HR ຕ້ອງໄດ້ປະເຊີນກັບພະນັກງານບໍ່ມາເຮັດວຽກໂດຍບໍ່ຕ້ອງແຈ້ງໃຫ້ຊາບລ່ວງໜ້າ ຫຼື ຕົກລົງທີ່ຈະມາເຮັດວຽກແຕ່ວ່າຮອດເວລາແລ້ວກໍບໍ່ມາເຮັດວຽກ, ພະນັກງານໃໝ່ບາງຄົນທີ່ເຮັດວຽກກໍ່ອາດຈະທົນບໍ່ໄດ້ເຮັດໃຫ້ລາອອກ.
ຂໍ້ດີຂອງພະນັກງານເກົ່າ
- 1. ເຮັດວຽກງ່າຍ ດ້ວຍປະສົບການເຮັດວຽກທີ່ຍາວນານ ບໍ່ເຮັດໃຫ້ບໍລິສັດສະດຸດ ຫລື ສະງັກແນ່ນອນ.
- 2. ຮູ້ວຽກ ເພາະການເຮັດວຽກເປັນເວລາດົນສາມາດແກ້ໄຂບັນຫາຕ່າງໆໄດ້ດີ ເພາະມີປະສົບການໃນການເຮັດວຽກ ຍ່ອມມີທັກສະໃນການແກ້ໄຂບັນຫາ.
- 3. ໝັ້ນຄົງ ຮູ້ປະຫວັດຂອງບໍລິສັດ, ຮູ້ຕົ້ນກຳເນີດ, ສ່ວນຫຼາຍບໍ່ມັກປ່ຽນວຽກ. ເຮັດໃຫ້ບໍ່ເສຍເວລາໃນການເທນສາມາດສັ່ງວຽກໄດ້ເລີຍ.
ຂໍ້ເສຍປຽບຂອງພະນັກງານເກົ່າ
1. ຮຽນຮູ້ເຕັກໂນໂລຢີໃໝ່ໄດ້ຊ້າ ບາງຄັ້ງບໍລິສັດບໍ່ສາມາດປັບຕົວກັບໂລກພາຍນອກໄດ້ທັນທີ ກໍອາດກາຍເປັນອົງກອນທີ່ລ້າສະໄຫມ.
2. ມີຄວາມຄິດເປັນຂອງຕົວເອງສູງ ດ້ວຍການເຮັດວຽກມາເປັນເວລາດົນນານ ມີປະສົບການໃນການເຮັດວຽກຫຼາຍຂື້ນ ເຮັດໃຫ້ພະນັກງານເກົ່າຍຶດຄວາມຄິດຂອງຕົນເອງເປັນຫຼັກ ຈົນປິດກັ້ນແນວຄວາມຄິດໃໝ່.
- 3. ຄວາມຄິດບໍ່ສ້າງສັນຫຼາຍ ສ່ວນໜຶ່ງແມ່ນຍ້ອນຄວາມຕ້ອງການທີ່ຈະເຮັດວຽກເກົ່າຊ້ຳໆ ເຊິ່ງມັນຍາກທີ່ຈະພັດທະນາແນວຄວາມຄິດ ຫຼື ສ້າງສິ່ງໃໝ່. ສະນັ້ນ, ວຽກທີ່ອອກມາຈຶ່ງແມ່ນວຽກເກົ່າໆ.
- 4. ໝົດໄຟ ພະນັກງານເກົ່າຫຼາຍຄົນກໍ່ເລີ່ມມີຄອບຄົວ, ມີຄວາມຮັບຜິດຊອບເພີ່ມຂື້ນ ເພາະສະນັ້ນຈຶ່ງມີເວລາທຸ່ມເທໃຫ້ວຽກໜ້ອຍ ບາງຄົນເຮັດວຽກໜັກຢູ່ຫ້ອງການ ກັບບ້ານຕ້ອງເຮັດວຽກເຮືອນ, ເບິ່ງແຍງເຮືອນ, ຄອບຄົວ. ໃນຕອນເຊົ້າຕື່ນໄປເຮັດວຽກ ໝູນວຽນແບບນີ້ ເຮັດໃຫ້ໝົດໄຟກັບການເຮັດວຽກໄດ້ງ່າຍ.
ໃຜສຳຄັນກວ່າ?
ໃນຈຸດນີ້ ອາດຈະເຫັນໄດ້ວ່າບໍ່ວ່າຈະເປັນພະນັກງານໃໝ່ ຫຼື ພະນັກງານເກົ່າກໍມີຂໍ້ດີ ແລະ ຂໍ້ເສຍທີ່ແຕກຕ່າງກັນ, ແຕ່ຖ້າທ່ານຕ້ອງການຕັດສິນໃຈວ່າທ່ານແມ່ນໃຜສຳຄັນ ພວກເຮົາຢາກບອກວ່າ: “ມີຄວາມ ສຳຄັນເທົ່າທຽມກັນ”. ເພາະວ່າພະນັກງານໃໝ່ມີຂໍ້ດີທີ່ພະນັກງານເກົ່າບໍ່ມີ ໃນເວລາດຽວກັນ ຂໍ້ໄດ້ປຽບຂອງພະນັກງານເກົ່າບໍ່ສາມາດພົບເຫັນຢູ່ໃນພະນັກງານໃໝ່. ສະນັ້ນການສົມທຽບຂໍ້ໄດ້ປຽບຂອງກັນ ແລະ ກັນແມ່ນດີທີ່ສຸດ. ຫົວໜ້າຕ້ອງຊອກຫາວິທີເພື່ອລະລາຍພຶດຕິກຳທີ່ບໍ່ດີຂອງທັງສອງຝ່າຍ ແລະ ຊອກຫາການລວມຕົວຂອງຂໍ້ດີຂອງແຕ່ລະຝ່າຍ.
