ການປະຊຸມ ຖືເປັນເວລາທີ່ສຳຄັນ: ທີ່ຄົນໃນອົງກອນຈະຊ່ວຍກັນລະດົມຄວາມຄິດ, ວາງແຜນກົນລະຍຸດ ຫຼື ອອກຜະລິດຕະພັນໃໝ່ຮ່ວມກັນ. ເພື່ອສ້າງຄວາມເພິ່ງພໍໃຈໃຫ້ກັບລູກຄ້າ ແຕ່ບັນຫາຫຼັກສ່ວນໃຫ່ຍທີ່ພົບຄືກັນກໍຄື: ປະຊຸມແລ້ວແຕ່ຈັບໃຈຄວາມບໍ່ຖືກ ໃນເວລາປະຊຸມເວົ້າເລື່ອງອື່ນ ຫຼື ຄວບຄຸມເວລາບໍ່ໄດ້ ທີ່ເຮັດໃຫ້ເສຍຊັບພະຍາກອນທີ່ມີຄ່າທີ່ສຸດກໍຄືເວລາ ແບບບໍ່ຄຸ່ມຄ່າເທົ່າໃດ.
ພວກເຮົາເຂົ້າໃຈບັນຫາທີ່ທ່ານພົບ, ມື້ນີ້ຈຶ່ງມີເທັກນິກດີໆ ທີ່ເອົາມາຝາກຄົນເຮັດວຽກ ບໍ່ວ່າຈະຢູ່ໃນລະດັບໃດກໍຕາມ ເພື່ອໃຫ້ການປະຊຸມຄັ້ງໜ້າມີປະສິດທິພາບຄຸ້ມຄ່າກັບເວລາທີ່ເສຍໄປຫຼາຍຂຶ້ນ.
1. ບອກໃຫ້ຊັດເຈນຕັ້ງແຕ່ກ່ອນປະຊຸມ
ສິ່ງສຳຄັນທີ່ເລີ່ມກ່ອນການປະຊຸມທີ່ເຮົາຄວນສົ່ງໃຫ້ກໍຄື: ລາຍລະອຽດ, ວາລະ, ລວມເຖິງວັດຖຸປະສົງຂອງແຕ່ລະຫົວວຂໍ້ທີ່ຈະເວົ້າ. ນອກຈາກນີ້, ວັນເວລາ ແລະ ສະຖານທີ່ປະຊຸມກໍຕ້ອງໃສ່ໃຈລາຍລະອຽດ ແລະ ທີ່ສຳຄັນຖ້າມີໃຜທີ່ຈະຕ້ອງຮັບຜິດຊອບປະເດັນໃດເປັນພິເສດ ກໍຄວນບອກເພື່ອໃຫ້ກຽມໂຕໃຫ້ໄດ້ທັນກ່ອນການປະຊຸມ.
2. ເພື່ອເວລາສຳລັບເລື່ອງອື່ນນຳ
ນອກຈາກາການປະຊຸມເປັນວາລະສຳຄັນແລ້ວ, ແຕ່ການຈັດການເວລາສຳລັບເລື່ອງອື່ນກໍສຳຄັນບໍ່ແພ້ກັນ ບໍ່ວ່າຈະເປັນການເຂົ້າຫ້ອງປະຊຸມກ່ອນເວລາ, ກຽມຄອມພິວເຕີ້, ໂປຣເຈັກເຕີ້, ອິນເຕີເນັດ ຫຼື ໄມໂຄໂຟນເປັນຕົ້ນ.
3. ເລືອກແຕ່ຄົນທີ່ຈຳເປັນເຂົ້າປະຊຸມ
ຫຼາຍຄົນເຂົ້າໃຈວ່າການຊວນຄົນເຂົ້າມາປະຊຸມຫຼາຍໆໄວ້ກ່ອນຈະເປັນເລື່ອງດີ ເພາະທຸກຄົນຈະໄດ້ຮັບຮູ້ເທົ່າກັນ ແຕ່ທີ່ແທ້ແລ້ວເຮົາຄວນເຊີນແຕ່ບຸກຄົນທີ່ຈຳເປັນເທົ່ານັ້ນໃນການເຂົ້າປະຊຸມ ເພາະຖ້າບາງຄົນບໍ່ຕ້ອງຮູ້ເລື່ອງທີ່ເຮົາເວົ້າກັນໃນບ່ອນປະຊຸມ ກໍຈະກາຍເປັນວ່າເຂົາເສຍເວລາໃນການເຮັດວຽກໄປລ້າໆ.
4. ໃຫ້ທຸກໆຄົນຮ່ວມໄອເດຍ
ໃນການປະຊຸມແຕ່ລະຄັ້ງ ທຸກຄົນຄວນມີໂອກາດເວົ້າ ສະແດງຄວາມຄິດເຫັນ ແລະ ຖາມຂໍ້ສົງໃສ, ບໍ່ໃຫ້ໃຜມາຜູກຂາດການເວົ້າ ຫຼື ສະເໜີຄວາມຄິດເຫັນຢູ່ແຕ່ຄົນດຽວ ເພາະຈະເຮັດໃຫ້ທັງທີມພາດໂອກາດໄດ້ຂໍ້ມູນ ແລະ ໄອເດຍໃໝ່ໆໄປຢ່າງໜ້າເສີຍດາຍ.
5. ບັນຍາກາດກໍເປັນສ່ວນສຳຄັນ
ຖ້າເຮົາເລືອກປະຊຸມແຕ່ສະຖານທີ່ເກົ່າໆ ຫ້ອງປະຊຸມເກົ່າໆ ກໍບໍ່ເໝາະກັບຫົວຂໍ້ທີ່ຢາກໄດ້ຄວາມຄິດແປກໃໝ່ ຫຼື ການລະດົມສະໝອງເພື່ອອອກໂປຣເຈັກໃໝ່ ຖ້າເຮົາລອງປ່ຽນຫ້ອງປະຊຸມເພື່ອປ່ຽນບັນຍາກາດເບິ່ງ ບາງຄົນທີ່ເຂົ້າຮ່ວມປະຊຸມກໍຈະຮູ້ສຶກເຖິງຄວາມປ່ຽນແປງຫຼາຍກ່ອນການໃຊ້ສະຖານທີ່ຊ້ຳໆ.
6. ກ່ອນຈົບຕ້ອງສະຫຼຸບ
5-10ນາທີ ສຸດທ້າຍກ່ອນຈົບການປະຊຸມຄື: ເວລາທີ່ດີໃນການປະຊຸມຕ່າງໆທີ່ເວົ້າກັນໄປ ຫຼື ບໍ່ກໍໃຊ້ຊ່ວງເວລານີ້ມີການສົ່ງວຽກໃຫ້ກັບຄົນທີ່ມີໜ້າາທີ່ຮັບຜິດຊອບ ເຊິ່ງຕ້ອງໄດ້ລະບຸໄວ້ຢ່າງຊັດເຈນເຖິງລາຍລະອຽດຂອງວຽກ, ຈຳນວນ ແລະ ໄລຍະເວລາທີ່ໃຊ້.
