1. ຢູ່ກັບຄວາມຈິງໃຫ້ຫຼາຍທີ່ສຸດ
ສິ່ງທີ່ສ້າງຄວາມກົດດັນໃຫ້ກັບການເຮັດວຽກຫຼາຍທີ່ສຸດແມ່ນ: ການທີ່ຕ້ອງອົດທົນກັບຄວາມຄາດຫວັງ ທີ່ບໍ່ເປັນຈິງ ເຊິ່ງເປັນປັດໄຈທີ່ກົດທັບລູກຈ້າງຢູ່ ແລະ ຈະຍິ່ງເຮັດໃຫ້ກົດດັນ, ຖ້າລູກຈ້າງບໍ່ມີສິດໃນການອອກຄວາມຄິດເຫັນ ຈະຍິ່ງສ້າງບັນຫາໃນການເຮັດວຽກ ໃຫ້ໄດ້ຕາມເປົ້າໝາຍຂອງບໍລີສັດຍາກ ແຕ່ການເປິດໃຫ້ມີ ການສົນທະນາແບບກົງໄປກົງມາ ຈະເປັນແນວທາງທີ່ຈະຊ່ວຍໃຫ້ການເຮັດວຽກຂອງທີມເປັນໄປໄດ້ດ້ວຍດີ ແລະ ປະສົບຜົນສໍາເລັດ.
2. ຜົນຕອບແທນຈາກການເຮັດວຽກດີ
ການໃຫ້ລາງວັນ, ໂບນັດຕອບແທນຈາກການເຮັດວຽກແມ່ນ: ວິທີງ່າຍທີ່ສຸດ ແລະ ປະຍັດຫຼາຍທີ່ສຸດ, ໃນການສ້າງຄວາມສຸກໃຫ້ລູກຈ້າງ ບໍ່ມີໃຜມັກເຮັດວຽກໜັກແຕ່ບໍ່ມີໃຜເບິ່ງເຫັນ. ດັ່ງນັ້ນ, ນາຍຈ້າງຕ້ອງໝັ່ນຊື້ໃຈລູກຈ້າງເອົາໄວ້ເພື່ອວຽກທີ່ດີຕໍ່ໄປ.
3. ສຸມໃສ່ໃນໄລຍະຍາວ
ຄວາມຍືນຍົງທີ່ແທ້ຈິງຂອງບໍລີສັດທີ່ປະສົບຄວາມສໍາເລັດແມ່ນ: ການສຸມໃສ່ກັບແຜນວຽກທີ່ເປັນໄລຍະຍາວ ແລະ ຕ້ອງໝັ່ນໃຈວ່າທັງນາຍຈ້າງ ແລະ ລູກຈ້າງເຂົ້າໃຈຄືກັນເພາະການເຮັດວຽກພາຍໃຕ້ເປົ້າໝາຍດຽວກັນສາມາດເປັນຕົວຊ່ວຍເປັນແຮງຜັກດັນທີ່ສຸດຢ່າງໜຶ່ງ.
4. ສື່ສານກັບລູກຈ້າງໃຫ້ຫຼາຍກ່ວາເກົ່າ
ຫຼາຍຄົນເບິ່ງຂ້າມເລື່ອງການສື່ສານ ມີງານວິໄຈພົບວ່າ: ການຂາດການສື່ສານກັນໃນບ່ອນເຮັດວຽກເປັນຕົວການຫຼັກທີ່ເຮັດໃຫ້ບັນຍາກາດບ່ອນເຮັດວຽກບໍ່ຄ່ອຍດີ. ດັ່ງນັ້ນ, ການສ້າງບັນຍາກາດທີ່ເປິດກ້ວາງ, ຈິງໃຈໃຫ້ມີສື່ສານລະຫວ່າງຄົນໃນທີມ, ໃນບໍລິສັດຈະເປັນຕົວຊ່ວຍສ້າງຄວາມເຂົ້າໃຈ ແລະ ເປົ້າໝາຍໄດ້.
5. ເບິ່ງແຍງສຸຂະພາບຂອງລູກຈ້າງ
ການເບິ່ງແຍງ, ຖາມທຸກສຸກຂອງລູກຈ້າງ ເປັນການເບິ່ງທັງສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດໃຈ, ໂດຍສະເພາະສຸຂະພາບຈິດທີ່ເປັນສ່ວນສໍາຄັນຫຼາຍ ໃນເລື່ອງຄວາມພໍໃຈຂອງລູກຈ້າງ, ການສ້າງສະພາບແວດລ້ວມ, ການເຮັດວຽກໃຫ້ປາສາຈາກຄວາມກົດດັນ ຈະສົ່ງຜົນໂດຍກົງຕໍ່ປະສິດທິພາບການເຮັດວຽກຂອງ ລູກຈ້າງໃນສ່ວນການເບິ່ງແຍງຮ່າງກາຍ ບໍລິສັດອາດຈັດສະຫວັດດີການຕ່າງໆເຊັ່ນ: ສ່ວນຫຼຸດຟິດເນສ, ຈັດໂປຣແກຣມອອກກໍາລັງກາຍ ຫຼື ການປັບເວລາເຮັດວຽກໃຫ້ພະນັກງານມີເວລາວ່າງຫຼາຍຂຶ້ນເພື່ອເບິ່ງແຍງຕົນເອງກໍເປັນອີກໜຶ່ງແນວທາງທີ່ໜ້າສົນໃຈ.
6. ເປີດໂອກາດໃຫ້ລູກຈ້າງຕໍ່ຍອດຄວາມຮູ້ເພີ່ມເຕີມ
ພັດທະນາການຂອງລູກຈ້າງ ເປັນສິ່ງທີ່ສໍາຄັນຂອງອົງກອນ. ເມື່ອໃດກໍຕາມທີ່ພວກເຂົາຮູ້ສຶກວ່າໄດ້ອອກໄປຮຽນຮູ້ສິ່ງໃໝ່, ຄວາມທ້າທາຍຈະຊ່ວຍໃຫ້ປ່ຽນວຽກທີ່ໜ້າເບື່ອໃຫ້ເປັນວຽກທີ່ມ່ວນໄດ້, ເປິດໂອກາດ ຫຼື ຫາຂໍ້ສະເໜີໃຫ້ພວກເຂົາໄດ້ພັດທະນາຕົນເອງ ເຊິ່ງສິ່ງທີ່ເວົ້າອາດລວມເຖິງໂປຣແກຣມເທຣນນິ່ງ, ພັດທະນາສັກກະຍະພາບ, ງົບປະມານໃນການສຶກສາຕໍ່ໃນລະດົບທີ່ສູງຂຶ້ນເປັນຕົ້ນ.
