Back to Hiring Guide
Employer Zone

“ບໍ່ຢາກເປັນ HR ທີ່ບໍ່ຢຸດຢູ່ຈຸດເກົ່າ” ຕ້ອງເຮັດວຽກແບບໃດ?

ການເຮັດວຽກໃນສາຍອາຊີບ HR ໃຫ້ກ້າວໜ້ານັ້ນ, ເຊື່ອວ່າເປັນສິ່ງທີ່ HR ທັງຫຼາຍທີ່ເປັນມະນຸດເງິນເດືອນທຸກຄົນຕ່າງຕ້ອງການທັງນັ້ນ ພຽງແຕ່ການທີ່ຈະເຮັດວຽກໃນສາຍອາຊີບໃດໜຶ່ງ ຫຼື…

23 Sept 2021·4 min read·By the 108.jobs team

ການເຮັດວຽກໃນສາຍອາຊີບ HR ໃຫ້ກ້າວໜ້ານັ້ນ, ເຊື່ອວ່າເປັນສິ່ງທີ່ HR ທັງຫຼາຍທີ່ເປັນມະນຸດເງິນເດືອນທຸກຄົນຕ່າງຕ້ອງການທັງນັ້ນ ພຽງແຕ່ການທີ່ຈະເຮັດວຽກໃນສາຍອາຊີບໃດໜຶ່ງ ຫຼື ໃນອາຊີບ HR (ກໍ່ເຊັ່ນກັນ) ໃຫ້ໄປຮອດທີ່ຫວັງໄວ້ນັ້ນ. ນອກຈາກຈະຕ້ອງມີພື້ນຖານຄວາມຮູ້ໃນບັນດາວຽກ HR ທຸກຂອບເຂດວຽກຢ່າງຊັດເຈນແລ້ວ ຍັງຕ້ອງມີການປັບມຸມມອງ ແລະ ສ້າງແຮງຈູງໃຈເພື່ອໃຫ້ຕົວເອງມີຄວາມມຸ່ງໝັ້ນທີ່ຈະກ້າວໄປໃນການທີ່ອາດຈະເຕັມໄປດ້ວຍອຸປະສັກທີ່ທ້າທາຍທາງໜ້າໄດ້.

 

“ການເຮັດວຽກໃນສາຍອາຊີບ HR ໃຫ້ກ້າວໜ້ານັ້ນ… ນອກຈາກຈະຕ້ອງອາໄສຄວາມຮູ້ໃນໜ້າວຽກ HR ຢ່າງຊັດເຈນແລ້ວ ຍັງຕ້ອງຝຶກປັບມຸມມອງ ແລະ ສ້າງແຮງຈູງໃຈເພື່ອໃຫ້ໂຕເອງເຕັມໄປດ້ວຍຄວາມມຸ່ງໝັ້ນ”

ຕໍ່ໄປສິ່ງທີ່ຂາດບໍ່ໄດ້ທີ່ຈະຕ້ອງຄິດ ແລະ ລົງມືໄຝ່ຫາເຂົ້າໂຕເອງໃຫ້ໄດ້:

 

1. ເລືອກເຮັດວຽກກັບອົງກອນທີ່ສະໜັບສະໜູນວຽກ HR

ການເລືອກເຮັດວຽກກັບອົງກອນກໍ່ຄືກັບການເລືອກເຂົ້າໂຮງຮຽນສະໄໝທີ່ເຮົາເປັນເດັກນ້ອຍ ຫຼື ຍັງເປັນນັກສຶກສາ, ການໄດ້ເຂົ້າໂຮງຮຽນທີ່ດີມີຊື່ສຽງ ຍ່ອມໝາຍເຖິງການທີ່ເຮົາຈະໄດ້ສຳຜັດກັບບັນຍາກາດຂອງໂຮງຮຽນທີ່ເອື້ອອຳນວຍກັບການຮຽນຮູ້, ມີຄູເກັ່ງ ແລະ ອຸປະກອນການຮຽນທີເໝາະສົມກັບຫຼັກສູດ. ຖ້າເຮົາມີຄວາມຕັ້ງໃຈ ຜົນການຮຽນກໍ່ຈະບໍ່ຕໍ່າກວ່າຄາດໝາຍທີ່ຕັ້ງໄວ້ແນ່ນອນ.

ອົງກອນທີ່ມີນະໂຍບາຍສະໜັບສະໜູນວຽກ HR ຢ່າງແທ້ຈິງກໍ່ເຊັ່ນກັນ ເຊິ່ງເຂົາຈະມີທັງງົບປະມານ ແລະ ສະໜັບສະໜູນໃນການພັດທະນາເພື່ອປັບປຸງລະບົບວຽກ HR ໃຫ້ສາມາດຕອບໂຈດອົງກອນໄດ້ຢ່າງພຽງພໍ ແລະ ຖ້າ HR ຍັງຂາດຄວາມຮູ້ ແລະ ທັກສະໃນເລື່ອງໃດ ກໍ່ມັກຈະສົ່ງເສີມໃຫ້ໄດ້ມີໂອກາດໄປພັດທະນາຕົນເອງໃນວິທີການຕ່າງໆ. ເຖິງຈະປະຢັດແຕ່ກໍ່ຍອມລົງທຶນເພື່ອຜົນຮັບທີ່ດີກວ່າໃນມື້ໜ້າ; ກົງກັນຂ້າມກັບອົງກອນທີ່ບໍ່ສະໜັບສະໜູນ HR ຢ່າງຈິງຈັງ, ຄົນເຮັດວຽກ HR ອາດຈະມີອາລົມແບບວ່າ “ຢູ່ເຮັດວຽກໄປພໍແລ້ວມື້” ໄດ້ງ່າຍໆຍິ່ງ HR ບໍ່ຄິດພັດທະນາໂຕເອງໃຫ້ກ້າວໄປສູ່ສິ່ງໃຫມ່ໂອກາດຈະບໍ່ໄດ້ພັດທະນາຈະມີຂື້ນເລື້ອຍໆໄປຕາມສ່ວນ.

 

2. ເລືອກເຮັດວຽກັບຜູ້ທີ່ໃຫ້ຄວາມສຳຄັນກັບວຽກ HR

ເລືອກເຮັດວຽກກັບຜູ້ບໍລິຫານ, ຜູ້ນຳອົງກອນ ຫຼື ຜູ້ນຳທີ່ເຂົາສົນໃຈວຽກ HR ຢ່າງຈິງຈັງ, ຈະຊ່ວຍໃຫ້ເຮົາເຮັດວຽກໄດ້ງ່າຍຂື້ນ, ມີໂອກາດຜັກດັນວຽກງານໄດ້ດີຂື້ນ. ດັ່ງທີ່ຜູ້ຈັດການໃຫຍ່ຄົນໜຶ່ງເຄີຍຕອບຄຳຖາມທີ່ວ່າ: “ຈະເຮັດແນວໃດດີ ຖ້າເຈົ້າຂອງທຸລະກິດບໍ່ເຫັນຄວາມສຳຄັນຂອງວຽກ HR ແລະ HR ຄວນຈະເຮັດແນວໃດ? ເພື່ອໃຫ້ເຈົ້າຂອງທຸລະກິດສະໜັບສະໜູນ?” “ທ່ານຕອບວ່າ: “ໜ້າຈະປ່ຽນໄປເຮັດວຽກກັບອົງກອນອື່ນທີ່ເຈົ້າຂອງທຸລະກິດໃຫ້ຄວາມ ສຳຄັນກັບວຽກ HRດີກວ່າ” ອັນນີ້ກໍ່ໜ້າຄິດເຊັ່ນກັນ.

 

3. ວິເຄາະຄວາມຕ້ອງການພັດທະນາບຸກຄະລາກອນທຸກລະດັບໃນອົງກອນ

ການທີ່ມີຄວາມມຸ່ງໝັ້ນ, ຈິງຈັງ ແລະ ໃສ່ໃຈເຮັດແບບຕໍ່ເນື່ອງເລື່ອງນີ້ ຈະຊ່ວຍໃຫ້ພະນັກງານໃນອົງກອນໄດ້ເພີ່ມສັກກະຍະພາບທີ່ມີ ເຊິ່ງຈະສົ່ງຜົນດີຕໍ່ອົງກອນ ແລະ ຍັງຈະຊ່ວຍໃຫ້ HR ໄດ້ຮັບການຊື່ນຊົມ ແລະ ຍອມຮັບຈາກບັນດາພະນັກງານຫຼາຍຂື້ນອີກ.

 

4. ເປັນ Partner ທີ່ສະໜັບສະໜູນ Line Manager

ການຈະເຮັດໃຫ້ຫົວໜ້າສາຍງານ ກໍ່ຄືບັນດາຜູ້ບໍລິຫານ, ຜູ້ຈັດການ ແລະ ຫົວໜ້າທຸກພະແນກເຂົ້າໃຈ ແລະ ຍອມຮັບວ່າການຈັດການບໍລິຫານຄົນເປັນໜ້າທີ່ອັນໜຶ່ງຂອງວຽກຂອງເຂົາ ແລະ HR ນັ້ນມີບົດບາດຫຼັກໃນການສະໜັບສະໜູນ, ໃຫ້ຄຳປືກສາວຽກທີ່ກ່ຽວກັບການສັນຫາ, ພັດທະນາ ແລະ ຮັກສາພະນັກງານທຸກຄົນໃນພາບລວມ ທັ້ງທີ່ໜ້າທີ່ນີ້ລ້ວນແຕ່ເປັນເລື່ອງທີ່ຕ້ອງເບິ່ງໂດຍຫົວໜ້າສາຍງານທັງນັ້ນ.

 

5. ຮຽນຮູ້ ແລະ ເຮັດວຽກແບບມີກົນລະຍຸດ

ການຮຽນຮູ້ເພື່ອການເຮັດວຽກທີ່ມີຄຸນຄ່າເຊັ່ນ: ການສ້າງວັດທະນະທຳ ຫຼື ຄ່ານິຍົມຂອງອົງກອນ, ການບໍລິຫານພະນັກງານເກົ່າ ຫຼື ໃຫມ່, ການບໍລິຫານຄວາມຫຼາກຫຼາຍຂອງພະນັກງານ (Diversity Management), ການວິເຄາະ ແລະ ຈັດການກັບຂໍ້ມູນເພື່ອຊ່ວຍໃຫ້ການຕັດສິນໃຈຂອງຜູ້ບໍລິຫານກ່ຽວກັບວຽກ HR ໃຫ້ມີປະສິດທິພາບຫຼາຍຂື້ນ

 

6. ເຂົ້າໃຈທຸລະກິດຂອງອົງກອນ

ນີ້ບໍ່ແມ່ນວຽກດ້ານການຂາຍ ແລະ ການຕະຫຼາດ, ທີ່ຈະຕ້ອງສຶກສາໃຫ້ເຂົ້າໃຈທຸລະກິດແຕ່ພຽງຝ່າຍດຽວ ວຽກ HR ກໍ່ຈຳຕ້ອງຮູ້ຈັກທຸລະກິດຂອງອົງກອນເຊັ່ນກັນ ເພາະຢ່າງນ້ອຍທີ່ສຸດການຮູ້ຈັກອົງກອນ ຫຼື ຮູ້ຈັກທຸລະກິດຂອງອົງກອນຈະຊ່ວຍໃຫ້ວາງແຜນງານດ້ານບຸກຄະລາກອນໄດ້ຢ່າງມີປະສິດທິພາບຫຼາຍຂື້ນ.

 

ຕ້ອງເຂົ້າໃຈນຳກັນວ່າ ຍຸກນີ້ເປັນຍຸກສະໄໝທີ່ HR ຈະຕ້ອງເນັ້ນການສ້າງຜົນງານດ້ວຍມັນສະໝອງຕອບການເພີ່ມພູນທັກສະ ແລະ ຄວາມຮູ້ຂອງຄົນເຮັດວຽກໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າໄດ້ຕົງປະເດັນທີ່ສຸດເຊິ່ງສິ່ງໜຶ່ງທີ່ HR ອາດຈະເຮັດໄດ້ກໍ່ຄື ການຕິດຕາມຝ່າຍຂາຍ ແລະ ການຕະຫຼາດໄປພົບລູກຄ້າພາຍນອກ-ທາງໃນ ພ້ອມຢ່າລືມທີ່ຈະຕິດຕາມເລື່ອງຄວາມເຄື່ອນໄຫວໃນທຸລະກິດຂອງອົງກອນເຮົາ.