ຕະຫຼາດ ກໍ່ລ້ວນແຕ່ສົ່ງຜົນຕໍ່ການສັນຫາພະນນັກງານງ່າຍ ຫຼື ຍາກໂດຍຫຼີກລ້ຽງບໍ່ໄດ້ ໂດຍອາດຈະລົງເລິກໄປວ່າຕຳແໜ່ງໃດໃນອົງກອນທີ່ຈະກຳນົດການຈ້າງທຽບເທົ່າກັບຕະຫຼາດ ຫຼື ຕຳແໜ່ງໃດທີ່ອົງກອນຍອມຈ່າຍແພງເພື່ອແຂ່ງຂັນກັບຕະຫລາດເປັນຕົ້ນ, ອັດຕາເງິນເດືອນໃນແຕ່ລະຕຳແໜ່ງ ຫຼື ລະດັບວຽກສູງສຸດ-ຕ່ຳສຸດ ລວມທັງສະຫວັດດີການ ແລະ ຜົນປະໂຫຍດຕ່າງໆຄວນເປັນເທົ່າໃດ Com & Ben ຈຳຕ້ອງຮູ້ເລື່ອງນີ້ໃຫ້ເຊັດເຈນກ່ອນທີ່ຈະສະໜັບສະໜູນໃຫ້ຄຳປຶກສາ, ແນະນຳ ແລະ ເປັນຄູ່ຄິດໃຫ້ Line Manager ນຳໄປໃຊ້ ແລະ ປະຕິບັດກັບລູກນ້ອງເຂົາຢ່າງມີປະສິດທິພາບ HR ເອງທີ່ຈະເປັນຝ່າຍເມື່ອຍ, ຍ້ອນວ່າຈະຕ້ອງມານັ່ງແກ້ໄຂບັນຫາແຕ່ລະມື້ ແລະ ກັນ Line Manager ອອກຫ່າງຫຼາຍຂື້ນໄປເລື້ອຍໆ ເພາະພວກເຂົາມັກຄິດຢູ່ແລ້ວວ່າມັນເປັນວຽກຂອງ HR.
ຄວາມກ້າວໜ້າທາງສາຍອາຊີບ (Career Advancement)
ວຽກນີ້ທີມ Com & Ben ຄວນຮ່ວມມືໃກ້ຊິດກັບທີມພັດທະນາບຸກຄະລາກອນ ແລະ ທີມ Organization Development ເພື່ອອອກແບບລະບົບວຽກທັງຫຼາຍທີ່ໃຫ້ພະນັກງານໄດ້ເຫັນໂອກາດໃນການກ່າວໜ້າໃນສາຍອາຊີບ (Career Path), ມີການວາງແຜນເສັ້ນທາງຝຶກອົບຮົມພັດທະນາບຸກຄະລາກອນ (Training & Development Roadmap) ເພື່ອເຊື່ອມໂຍງໄປກັບແນວທາງການປັບຕຳແໜ່ງ ທີ່ສອດຄ່ອງກັບຄວາມຖະໜັດ, ຄວາມຊ່ຽວຊານ, ສັກກະຍະພາບໃນການເປັນຜູ້ນຳ ແລະ ຄວາມສົນໃຈໄດ້ແກ່:
Career Track ເພື່ອໃຫ້ພະນັກງານເຕີບໂຕໄດ້ທັງໃນສາຍບໍລິຫານ (Management Track) ແລະ ສາຍຄວາມຊ່ຽວຊານ (Professional Track)
Track ຜົນງານຂອງພະນັກງານທີ່ເຊື່ອມໂຍງເຂົ້າກັບການປັບຕຳແໜ່ງ ໂດຍອາດຈະປະກອບມີພະນັກງານກຸ່ມພັດທະນາໂຕເອງແບບດ່ວນ (Fast Track), ພະນັກງານກຸ່ມປານກາງ (Normal Track) ແລະ ພະນັກງານກຸ່ມທີ່ຊ້າ (Slow Track)
(People Development Program)
ໄວ້ຮອງຮັບ ການປັບຕຳແໜ່ງຖ້າອົງກອນເຫັນວ່າໃນການປັບຕຳແໜ່ງພະນັກງານໄປສູ່ຈຸດສູງຂື້ນຄວນຈະຕ້ອງກຳນົດ ໃຫ້ພະນັກງານຜ່ານການຝຶກອົບຮົມຫຼັກສູດໃດແດ່?
ການອອກແບບຫຼັກສູດຫຼັກເກນ ແລະ ເງື່ອນໄຂການປັບຕຳແໜ່ງ (Promotional Criteria) ທີ່ເຊື່ອມໂຍງເຂົ້າກັບລະບົບວຽກເບື້ອງຕົ້ນທັງຫຼາຍ
ນອກຈາກນີ້, ຖ້າເຮົາວິເຄາະໃຫ້ຖີ່ຖ້ວນກໍ່ຈະເຫັນວ່າ ລະບົບການເຮັດວຽກທັງຫຼາຍທີ່ຕ້ອງອອກແບບໄວ້ໃຫ້ດີເຊັ່ນ: ທີ່ໄດ້ກ່າວໄປໃນທີມ Com & Ben ຕ້ອງເຮັດວຽກໃກ້ຊິດຮ່ວມກັບທີມ Performance Management ທີ່ເບິ່ງເລື່ອງລະບົບການບໍລິຫານຜົນການປະຕິບັດງານຂອງບຸກຄະລາກອນ
ຕົວຢ່າງ: ເມື່ອຫົວໜ້າສາຍງານໃຫ້ຄຳຄິດເຫັນ (Feedback) ເຮົາກໍ່ຈະຕ້ອງດຳເນີນການປະເມີນສ່ອງຫວ່າງຄວາມສາມາດ (Competency Gap Assessing) ຂອງພະນັກງານ ແລ້ວນຳໄປໃຊໃນການວາງແຜນພັດທະນາພະນັກງານໃນສັງກັດຂອງຕົວເອງເປັນລາຍບຸກຄົນ (Individual Development) ເຊິ່ງຄວາມຈິງແລ້ວກໍ່ເປັນວຽກໃນວົງການບໍລິຫານຜົນການປະຕິບັດງານ (Performance Management Cycle) ນັ້ນເອງ.
ຕົວຢ່າງເທິງນີ້ ນັບເປັນພຽງສ່ວນໜຶ່ງໃນໜ້າວຽກທີ່ທີມ Com & Ben ຈະສາມາດເຮັດໄດ້ເພື່ອສ້າງແຮງຈູງໃຈ, ຄວາມຮູ້ສຶກເພິ່ງພໍໃຈ ແລະ ຄວາມຜູກພັນຕໍ່ການເຮັດວຽກໃຫ້ກັບພະນັກງານທັງຫຼາຍ ແຕ່ບໍ່ໄດ້ພິຈາລະນາເຖິງເຄື່ອງມື ແລະ ເທັກນິກໃນເຊິງຈິດວິທະຍາ ຫຼື ກິດຈະກຳແຊກແຊງໃດເພື່ອກະຕຸ້ນຜົນງານຂອງພະນັກງານ ແຕ່ຢາກສະທ້ອນພາບໃຫ້ເຫັນເຖິງໂຄງສ້າງ ແລະ ລະບົບວຽກທີ່ທ່ານຕ້ອງຕັ້ງໄວ້ໃຫ້ຮຽບຮ້ອຍກ່ອນ ເຊິ່ງສຸດທ້າຍນັ້ນຈະເຮັດອອກມາໄດ້ດີ ແລະ ໃຊ້ໄດ້ຜົນຫຼືບໍ່ ແມ່ນຂື້ນກັບຫົວໜ້າສາຍງານທຸກລະດັບວ່າຈະໃຫ້ຄວາມສຳຄັນ,ມີສ່ວນຮ່ວມ ແລະ ສາມາດນຳມັນໄປໃຊ້ໄດ້ຈິງ.
