ເວລາເຮັດວຽກ:
ອີງຕາມ ມາດຕາ 51 ຂອງກົດໝາຍແຮງງານ: ຜູ້ໃຊ້ແຮງງານຕ້ອງກຳນົດເວລາເຮັດວຽກ ແລະ ເວລາພັກຜ່ອນໃຫ້ຜູ້ອອກແຮງງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໂດຍສອດຄ່ອງກັບສະຖານທີ່ຕັ້ງຂອງຫົວໜ່ວຍແຮງງານ ແລະ ເງື່ອນໄຂຕົວຈິງຂອງວຽກ.ເວລາເຮັດວຽກປົກກະຕິ ຂອງຜູ້ອອກແຮງງານໃນທຸກຫົວໜ່ວຍແຮງງານບໍ່ໃຫ້ເກີນ 6ວັນຕໍ່ອາທິດ ແລະ 8ຊົ່ວໂມງຕໍ່ວັນ ຫຼື ອາທິດໜຶ່ງບໍ່ໃຫ້ເກີນ 48ຊົ່ວໂມງ ໂດຍບໍ່ຂຶ້ນກັບປະເທດການຮັບເງິນເດືອນ ຫຼື ຄ່າແຮງງານ.ເວລາພັກຜ່ອນ ເພື່ອຮັບປະທານອາຫານທ່ຽງບໍ່ໃຫ້ຫຼຸດ 60ນາທີ ເຊິ່ງບໍ່ໃຫ້ນັບເຂົ້າໃນເວລາເຮັດວຽກປະຈຳວັນ.ສຳລັບອາຊີບ ຫຼື ຂະແໜງການເສດຖະກິດໃດໜຶ່ງທີ່ມີຄວາມຈຳເປັນ ຫົວໜ່ວຍແຮງງານກໍ່ສາມາດກຳນົດເວລາເຮັດວຽກສະເພາະໄດ້ ໂດຍການເຫັນດີຈາກອົງການຄຸ້ມຄອງວຽກງານແຮງງານ ພາຍຫຼັງປຶກສາຫາລີ ແລະ ເປັນເອກະພາບກັບອົງການສາມຝ່າຍ.ຜູ້ອອກແຮງງານທີ່ອະນຸຍາດໃຫ້ເຮັດວຽກບໍ່ເກີນ 6ຊົ່ວໂມງຕໍ່ວັນ ຫຼື 30ຊົ່ວໂມງຕໍ່ອາທິດແມ່ນວຽກກ່ຽວກັບ: ກຳມັນຕະພາບລັງສີ ຫຼື ພະຍາດຕິດແປດ; ກິ່ນອາຍ, ຄວັນ ທີ່ເປັນອັນຕະລາຍ ເປັນຕົ້ນວັດຖຸລະເບີດ; ຢູ່ຂຸມ ຫຼື ອຸໂມງໃຕ້ດິນ, ຢູ່ພື້ນນໍ້າ ຫຼື ຢູ່ບ່ອນສູງ; ສະຖານທີ່ ເຊິ່ງມີຄວາມຮ້ອນ ຫຼື ຄວາມເຢັນ ຜິດປົກກະຕິ; ເຄື່ອງມືສັ່ນສະເທືອນ ເປັນປະຈຳ. ນອກຈາກນີ້ ຍັງມີວຽກອັນຕະລາຍອື່ນ ເຊິ່ງໄດ້ກຳນົດໄວ້ໃນສາລະບານສະເພາະ. ເວລາເຮັດວຽກປົກກະຕິ ອາດຈະຫຼຸດລົງຕາມຄວາມເໝາະສົມ ໃນກໍລະນີທີ່ເຫັນວ່າ ຄວາມອັນຕະລາຍຢູ່ໃນໜ້າວຽກບໍ່ສາມາດປ້ອງກັນ ຫຼື ຄວບຄຸມໄດ້.
ການເຮັດວຽກເພີ່ມໂມງ:
ອີງຕາມ ມາດຕາ 53 ຂອງກົດໝາຍແຮງງານ: ໃນກໍລະນີມີຄວາມຈຳເປັນຜູ້ໃຊ້ແຮງງານສາມາດຮຽກຮ້ອງໃຫ້ຜູ້ອອກແຮງງານ ເຮັດວຽກເພີ່ມໂມງ ແຕ່ຕ້ອງໄດ້ຮັບຄວາມເຫັນດີຈາກໜ່ວຍກຳມະບານ ຫຼື ຜູ້ຕາງໜ້າຜູ້ອອກແຮງງານ ຫຼື ຜູ້ອອກແຮງງານສ່ວນຫຼາຍກ່ອນ. ຊົ່ວໂມງເຮັດວຽກເພີ່ມໃນເດືອນໜຶ່ງ ບໍ່ໃຫ້ເກີນ 45ຊົ່ວໂມງ ຫຼື ວັນໜຶ່ງບໍ່ໃຫ້ເກີນ 3ຊົ່ວໂມງ, ແຕ່ບໍ່ໃຫ້ເຮັດວຽກເພີ່ມໂມງເກີນ 4ວັນຕິດຕໍ່ກັນ, ເວັ້ນເສຍແຕ່ທີ່ມີເຫດສຸກເສີນເກີດຂຶ້ນເຊັ່ນ: ໄພພິບັດ ຫຼື ເຫດບັງເອີນ ທີ່ຈະນຳຄວາມເສຍຫາຍອັນໃຫຍ່ຫຼວງມາສູ່ຫົວໜ່ວຍແຮງງານ. ໃນການເຮັດວຽກເພີ່ມໂມງ ແຕ່ລະຄັ້ງ ຜູ້ໃຊ້ແຮງງານຕ້ອງແຈ້ງລ່ວງໜ້າ ແລະ ອະທິບາຍຄວາມຈຳເປັນໃນການເຮັດວຽກນີ້ ໃຫ້ຜູ້ອອກແຮງງານ ພ້ອມທັງຈ່າຍຄ່າແຮງງານເພີ່ມໂມງ ຕາມທີ່ກຳນົດໄວ້ໃນກົດໝາຍສະບັບບນີ້.
ວັນພັກປະຈຳອາທິດ:
ອິງຕາມ ມາດຕາ 54 ກົດໝາຍແຮງງານ: ຜູ້ອອກແຮງງານ ມີສິດໄດ້ພັກວຽກຢ່າງໜ້ອຍ 1ວັນຕໍ່ອາທິດ ຫຼື 4ວັນຕໍ່ເດືອນ, ຈະເປັນວັນອາທິດ ຫຼື ວັນໃດວັນໜຶ່ງກໍ່ໄດ້ ຕາມການຕົກລົງກັນລະຫວ່າງຜູ້ອອກແຮງງານກັບຜູ້ໃຊ້ແຮງງານ
ວັນພັກທາງລັດຖະການ ແລະ ພັກບຸນປະເພນີ:
ອີງຕາມ ມາດຕາ 55 ຂອງກົດໝາຍແຮງງານ: ຜູ້ອອກແຮງງານ ມີສິດພັກວຽກໃນວັນພັກທາງລັດຖະການ ໂດຍໄດ້ຮັບເງິນເດືອນ ຫຼື ຄ່າແຮງງານປົກກະຕິດັ່ງນີ້: ວັນຊາດ ວັນທີ 2ທັນວາ ພັກໜຶ່ງວັນ, ວັນບຸນປີໃໝ່ສາກົນ ວັນທີ 1ມັງກອນ ພັກໜຶ່ງວັນ, ວັນແມ່ຍິງສາກົນ 8ມີນາ ພັກໜຶ່ງວັນ ສຳລັບເພດຍິງ, ວັນບຸນປີໃໝ່ລາວ ພັກສາມວັນ, ວັນກຳມະກອນສາກົນ ວັນທີ 1ພຶດສະພາ ພັກໜຶ່ງວັນ, ວັນຄູ່ແຫ່ງຊາດ ວັນທີ 7ຕຸລາ ພັກໜຶ່ງວັນ ສຳລັບຄູ ແລະ ຜູ້ບໍລິຫານການສຶກສາ, ຜູ້ອອກແຮງງານຕ່າງປະເທດ ໃຫ້ພັກໜຶ່ງວັນ ສຳລັບວັນຊາດຂອງຕົນ. ໃນກໍລະນີວັນພັກທາງລັດຖະບານ ຫາກກົງກັບວັນພັກປະຈຳອາທິດນັ້ນໃຫ້ມີການພັກທົດແທນຄືນ.
ການພັກວຽກເນື່ອງຈາກການເຈັບເປັນ:
ອີງຕາມ ມາດຕາ 56 ກົດໝາຍແຮງງານ ຜູ້ອອກແຮງງານທີ່ເຮັດວຽກຕາມລະບອບເງິນເດືອນ ມີສິດພັກວຽກ ຍ້ອນການເຈັບເປັນ ໂດຍມີການຢັ້ງຢືນຈາກແພດ ທັງໝົດບໍ່ໃຫ້ເກີນ 30 ວັນໃນໜຶ່ງປີ ໂດຍໄດ້ຮັບເງິນເດືອນ ຫຼື ຄ່າແຮງງານເຕັມຕາມປົກກະຕິ. ສຳລັບຜູ້ອອກແຮງງານທີ່ໄດ້ຮັບຄ່າແຮງງານເປັນວັນ, ເປັນຊົ່ວໂມງ, ຕາມຜະລິດຕະພັນ ຫຼື ຕາມການມອບເໝົາ ທີ່ມີສັນຍາແຮງງານນຳກັນ ທີ່ເຮັດວຽກເກີນ 90 ວັນ ຈະໄດ້ຮັບເງິນຄ່າແຮງງານໃນເວລາພັກວຽກເນື່ອງຈາກການເຈັບເປັນ.
ການລາພັກເພື່ອກິດທຸລະສ່ວນຕົວ:
ອີງຕາມ ມາດຕ 58 ກົດໝາຍແຮງງານ: ຜູ້ອອກແຮງງານມີສິດລາພັກເພື່ອກິດທຸລະສ່ວນຕົວ ຢ່າງໜ້ອຍບໍ່ໃຫ້ຫຼຸດ 3ວັນ ໂດຍໄດ້ຮັບເງິນເດືອນ ຫຼື ຄ່າແຮງງານຕາມປົກກະຕິໃນກໍລະນີດັ່ງນີ້:
- ພໍ່, ແມ່, ຜົວ ຫຼື ເມຍ ແລະ ລູກ ຂອງຕົນເອງເຈັບເປັນ ນອນໂຮງໝໍ ເຊິ່ງບໍ່ມີຜູ້ເບິ່ງແຍງດູແລ
- ພໍ່, ແມ່, ຜົວ ຫຼື ເມຍ ແລະ ລູກຂອງຕົນເສຍຊີວິດ
- ຕົນເອງແຕ່ງດອງ
- ເມຍອອກລູກ, ຫຼຸລູກ
- ໄດ້ຮັບຜົນກະທົບຈາກໄພພິບັດ ທີ່ຮ້າຍແຮງ
ການເຮັດວຽກກາງຄືນ:
ອີງຕາມ ມາດຕາ 61 ກົດໝາຍແຮງງານ: ເວລາກງາງຄືນໃຫ້ນັບແຕ່ 22ໂມງ ຫາ 6ໂມງເຊົ້າ. ວຽກກາງຄືນແມ່ນທຸກວຽກທີ່ໄດ້ປະຕິບັດບໍ່ຕໍ່າກວ່າ 7ຊົ່ວໂມງ ຕິດຕໍ່ກັນໃນເວລາກາງຄືນ ຜູ້ອອກແຮງງານທີ່ເຮັດວຽກກາງຄືນ ມີສິດໄດ້ພັກວຽກຢ່າງໜ້ອຍ 11ຊົ່ວໂມງ ກ່ອນຈະເລີ່ມວຽກໃນມື້ໃໝ່
ການນຳໃຊ້ແຮງງານເພດຍິງທີ່ຖືພາ ຫຼື ໃນໄລຍະລ້ຽງລູກນ້ອຍ
ອີງຕາມ ມາດຕາ 97 ກົດໝາຍແຮງງານ: ວຽກທີ່ບໍ່ອະນຸຍາດໃຫ້ເຮັດສຳລັບຜູ້ອອກແຮງງານເພດຍິງທີ່ຖືພາ ຫຼື ໃນໄລຍະລ້ຽງລູກນ້ອຍທີ່ມີອາຍຸຕ່ຳກວ່າ 1ປີ ມີດັ່ງນີ້:
- ວຽກເຮັດເທິງຮ້ານທີ່ມີຄວາມສູງກວ່າ 2ແມັດ
- ວຽກຍົກ ແລະ ລາກແກ່ດ້ວຍມື, ແບກ, ຫາມ, ຫາບ ວັດຖຸສິ່ງຂອງທີ່ມີນໍ້າໜັກເກີນກວ່າ 10ກິໂລກຣາມ
- ວຽກກາງຄືນ
- ວຽກເພີ່ມໂມງ ແລະ ວຽກໃນວັນພັກ
- ວຽກທີ່ຕ້ອງໄດ້ຢືນເປັນເວລາ 2ຊົ່ວໂມງຕິດຕໍ່ກັນ
- ວຽກທີ່ໄດ້ກຳນົດໄວ້ໃນສາລະບານວຽກອັນຕະລາຍ ສຳລັບຜູ້ອອກແຮງງງານເພດຍິງທີ່ຖືພາ ຫຼື ໃນໄລຍະລ້ຽງລູກນ້ອຍ ທີ່ມາອາຍຸຕ່ຳກວ່າ 1ປີ ເຊິ່ງຜ່ານມາເຮັດວຽກຕາມທີ່ກ່າວມາຂ້າງເທິງນີ້ ຜູ້ໃຊ້ແຮງງານຕ້ອງສັບຊ້ອນໃຫ້ຜູ້ກ່ຽວໄປເຮັດວຽກໃໝ່ທີ່ເໝາະສົມຊົ່ວຄາວ ແຕ່ໃຫ້ຮັກສາລະດັບເງິນເດືອນ ຫຼື ຄ່າແຮງງານໄວ້ຄືເກົ່າ
ການພັກວຽກຂອງຜູ້ອອກແຮງງານເພດຍິງກ່ອນ ແລະ ຫຼັງອອກລູກ
ອີງຕາມ ມາດຕາ 98ຂອງກົດໝາຍແຮງງານ: ຜູ້ອອກແຮງງານເພດຍິງມີສິດໄດ້ພັກວຽກກ່ອນ ແລະ ຫຼັງອອກລູກຢ່າງໜ້ອຍ 105ວັນ, ແຕ່ຢ່າງໜ້ອຍຕ້ອງໄດ້ພັກວຽກບໍ່ໃຫ້ຫຼຸດ 42ວັນຫຼັງຈາກອອກລູກ. ໃນກໍລະນີລູກຝາແຝດ ໃຫ້ພັກຢ່າງໜ້ອຍ 120ວັນ. ໃນເວລາພັກວຽກນັ້ນຜູ້ກ່ຽວໄດ້ຮັບເງິນເດືອນ ຫຼື ຄ່າແຮງງານເຕັມຕາມປົກກະຕິຈາກຜູ້ໃຊ້ແຮງງານ ພາຍຫຼັງການອອກລູກໃນໄລຍະ 1ປີ ລົງມາ ຜູ້ອອກແຮງງານເພດຍິງ ມີສິດພັກວຽກ 1ຊົ່ວໂມງຕໍ່ມື້ ເພື່ອໃຫ້ນົມ ຫຼື ເບິ່ງແຍງລູກ ແລະ ມີສິດພັກເອົາລູກໄປສັກຢາກັນພະຍາດຕາມລະບຽບການ. ຜູ້ອອກແຮງງານເພດຍິງທີ່ຫຼຸລູກ ຫຼື ລູກຕາຍໃນທ້ອງ ຈະໄດ້ພັກວຽກຕາມການກຳນົດຂອງແພດໂດຍໄດ້ຮັບເງິນເດືອນ ຫຼື ຄ່າແຮງງານປົກກະຕິ
ການເບີກຈ່າຍເງິນເດືອນ
ອີງຕາມ ມາດຕາ 110ຂອງກົດໝາຍແຮງງານ: ຜູ້ໃຊ້ແຮງງານ ຕ້ອງເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານໃຫ້ຜູ້ອອກແຮງງານຢ່າງໜ້ອຍ 1ຄັ້ງຕໍ່ເດືອນ ຖ້າຜູ້ໃຊ້ແຮງງານຫາກຈ່າຍເງິນເດືອນ ຫຼື ຄ່າແຮງງານຊັກຊ້າ ໂດຍບໍ່ມີເຫດຜົນພຽງພໍ ຜູ້ໃຊ້ແຮງງານຕ້ອງຈ່າຍເພີ່ມໃຫ້ຜູ້ອອກແຮງງານ ໃນກໍລະນີທີ່ໄດ້ຕົກລົງກັນໄວ້ໃນສັນຍາ.
ຄ່າເຮັດວຽກເພີ່ມໂມງ
ອີງຕາມ ມາດຕາ 114ຂອງກົດໝາຍແຮງງານ: ຄ່າເຮັດວຽກເພີ່ມໂມງຂອງວັນເຮັດວຽກປົກກະຕິນັບແຕ່ເວັລາ 17ໂມງ ຫາ 22ໂມງ ຈະໄດ້ຮັບເງິນຄ່າແຮງງານເພີ່ມເທົ່າກັບ 150/100ຂອງຄ່າແຮງງານປົກກະຕິ. ຄ່າເຮັດວຽກເພີ່ມໂມງຂອງວັນເຮັດວຽກປົກກະຕິນັ້ບແຕ່ເວລາ 22ໂມງ ຫາ 6ໂມເຊົ້າ ຈະໄດ້ຮັບເງິນຄ່າແຮງງານເພີ່ມເທົ່າກັບ 200/100ຂອງຄ່າແຮງງານປົກກະຕິ ຄ່າເຮັດວຽກເພີ່ມໂມງ ໃຫ້ຄິດໄລ່ດ້ວຍການເອົາເງິນເດືອນ ຫຼື ຄ່າແຮງງານຫານໃຫ້ 26ວັນ, ຈາກນັ້ນຈຶ່ງຫານໃຫ້ 8ຊົ່ວໂມງ ແລ້ວຄູນໃຫ້ຈຳນວນສ່ວນຮ້ອຍ ແລະ ຄູນໃຫ້ຈຳນວນຊົ່ງໂມງທີ່ເຮັດວຽກເພີ່ມນັ້ນ.
ຄ່າເຮັດວຽກໃນວັນພັກປະຈຳອາທິດ ແລະ ວັນພັກທາງລັດຖະການ
ອີງຕາມ ມາດຕາ 115ຂອງກົດໝາຍແຮງງານ: ຄ່າເຮັດວຽກໃນວັນພັກປະຈຳອາທິດ ແລະ ວັນພັກທາງລັດຖະການ ຈະໄດ້ຮັບເທົ່າກັບ 250/100ຂອງຄ່າແຮງງານປົກກະຕິ ຄ່າເຮັດວຽກໃນວັນພັກປະຈຳອາທິດ ແລະ ວັນພັກທາງລັດຖະການນັບແຕ່ເວລາ 16ໂມງ ຫາ 22ຈະໄດ້ຮັບເທົ່າກັບ 300/100ຂອງຄ່າແຮງງານປົກກະຕິ ຄ່າເຮັດວຽກເວລາກາງຄືນ ໃນວັນພັກປະຈຳອາທິດ ແລະ ວັນພັກທາງລັດຖະການ ນັບແຕ່ເວລາ 22ໂມງ ຫາກ 6ໂມເຊົ້າ ຈະໄດ້ຮັບເທົ່າກັບ 350/100ຂອງຄ່າແຮງງານ ຄ່າເຮັດວຽກໃນວັນພັກປະຈຳອາທິດ ແລະ ວັນພັກທາງລັດຖະການ ໃຫ້ຄິດໄລ່ດ້ວຍການເອົາເງິນເດືອນ ຫຼື ຄ່າແຮງງານຫານໃຫ້ 26ວັນ, ຈາກນັ້ນຈຶ່ງຫານໃຫ້8ຊົ່ວໂມງ ແລ້ວຄູນໃຫ້ຈຳນວນສ່ວນຮ້ອຍ ແລະ ຄູນໃຫ້ຈຳນວນຊົ່ງໂມງທີ່ເຮັດວຽກເພີ່ມນັ້ນ.
