ບັນດາຝ່າຍບຸກຄະລາກອນ (HR) ສ່ວນຫຼາຍແລ້ວຄິດວ່າການສ້າງຄຸນຄ່າໃຫ້ກັບພະນັກງານໃນອົງກອນ: ແມ່ນໝາຍເຖິງການຝຶກອົບຮົມພັດທະນາບຸກຄະລາກອນ (Human Resource Development) ເປັນຫຼັກ, ບາງທີເຮົາອາດຈະລືມໄປວ່າເວລາເຮົາສັນຫາພະນັກງານເຂົ້າມາຮ່ວມງານແລ້ວ ການປະຖົມນິເທດພະນັກງານໃຫມ່ (New Employee Orientation) ກໍ່ເປັນອີກເລື່ອງໜຶ່ງທີ່ທີມສັນຫາ ແລະ ພັດທະນາບຸກຄະລາກອນຈະຕ້ອງໃຫ້ຄວາມສຳຄັນ.
ເຫດຜົນທີ່ວ່າສຳຄັນ ກໍ່ຍ້ອນຢາກໃຫ້ HR ລວມທັງຫົວໜ້າສາຍງານທັງຫຼາຍເຫັນວ່າ ການປະຖົມນິເທດໃຫ້ພະນັກງານໃຫມ່ນັ້ນບໍ່ແມ່ນເລື່ອງທີ່ເສຍເວລາ ຫຼື ເຮັດໃຫ້ພະນັກງານໃຫມ່ເສຍເວລາໃນການເຮັດວຽກໄປລ້າໆ ຫຼື ບໍ່ຄວນຄິດວ່າພະນັກງານທີ່ເຂົ້າໃຫມ່ບາງຄົນທີ່ມີປະສົບການຈາກອົງກອນອື່ນມາແລ້ວຕ້ອງຮູ້ປັບຕົວໄດ້ເອງ ແລະ ຄວນລົງມື້ເຮັດວຽກໄດ້ເລີຍ ເຊິ່ງມັນອາດຈະສົ່ງຜົນໃຫ້ເກີດຜົນເສຍຫາຍຫຼາຍກວ່າຜົນດີ
ເປັນສິ່ງທີ່ເຂົ້າໃຈວ່າຫຼາຍອົງກອນມີບັນຫາເລື່ອງການເລັ່ງພະນັກງານໃຫມ່ເຂົ້າເຮັດວຽກ ບໍ່ວ່າຈະເປັນຍ້ອນເຫດຜົນໃດໆກໍ່ຕາມກໍ່ຄວນສະຫຼະເວລາອັນເຫຼັກນ້ອຍເຂົ້າຮ່ວມກິດຈະກຳປະຖົມນິເທດ ເພາະວ່າພະນັກງານໃຫມ່ເຂົ້າມາຢູ່ບ້ານໃຫມ່. ຖ້າເຂົາບໍ່ຮູ້ວ່າເຮືອນຫຼັງນີ້ເປັນແນວໃດ ເຂົາຈະໃຊ້ຊີວິດໄປແບບອຶດອັດ, ດັ່ງນັ້ນ ຄວນໃຫ້ຄວາມສຳຄັນກັບການປະຖົມນິເທດພະນັກງານໃຫມ່ໃຫ້ຫຼາຍຂື້ນ ເພາະການປັບໂຕຂອງພະນັກງານໃຫມ່ຈາກອົງກອນອື່ນ ຫຼື ຈາກການປ່ຽນວຽກໃຫມ່ມາຮ່ວມງານນຳ ມັນຕ້ອງໃຊ້ເວລາ ສະນັ້ນ HRຕ້ອງເປັນຄົນລົມກັບພວກເຂົາວ່າອົງກອນເຮົາເປັນແບບໃດ ແລະ ມີຫຍັງແດ່ທີ່ຄວນຮູ້.
ການປະຖົມນິເທດນີ້ຄວນໃຊ້ເວລາປະມານ 1-2 ມື້ ລວມທັງໃຊ້ຊ່ອງທາງການຮຽນຮູ້ອື່ນເຂົ້ານຳກໍ່ຍິ່ງເປັນການດີ ຈະບໍ່ໄດ້ໃຊ້ເວລາຫົວໜ້າສາຍງານດົນເກີນໄປ
ຕອນນີ້ສິ່ງທີ່ຄວນຄິດນຳກັນກໍ່ຄື…
ປະຖົມນິເທດແບບໃດໃຫພະນັກງານໃຫມ່ເກີດຄວາມປະທັບໃຈ, ຮັກອົງກອນ ແລ້ວຢາກບອກຕໍ່ໃຫ້ຄົນອື່ນໆມາສະໝັກວຽກກັບອົງກອນຂອງເຮົາ?
ມື້ນີ້ 108.jobs ມີເທັກນິກ 5 ຂັ້ນຕອນການປະຖົມນິເທດສ້າງ“ຄວາມປະທັບໃຈ”ໃຫ້ກັບພະນັກງານໃຫມ່ ດັ່ງນີ້:
ຕ້ອນຮັບພະນັກງານໃຫມ່ໃຫ້ໜ້າປະທັບໃຈ
ເວລາພະນັກງານໃຫມ່ເຂົ້າມາເລີ່ມວຽກໃນອົງກອນ ຫຼາຍອົງກອນຈະໃຫ້ນ້ອງໃຫມ່ລໍຖ້າຢູ່ຫ້ອງຮັບແຂກ ຫຼື ຫ້ອງອື່ນໆເພື່ອຖ້າປະຖົມນິເທດເພາະເຂົ້າໃຈວ່າເຂົາເປັນຜູ້ສະຫມັກງານ (ລືມໄປວ່າພະນັກງານໃຫມ່ນີ້ເປັນພະນັກງານຂອງອົງກອນແລ້ວ ແຕ່ຍັງເຮັດກັບວ່າເຂົາຄືກັບຜູ້ມາສະຫມັກງານ) ເຊິ່ງເປັນການຕ້ອນຮັບທີ່ບໍ່ອົບອຸ່ນເລີຍ ແລະ HR ບາງທ່ານກໍມັກຄິດວ່າ ຖ້າຍັງບໍ່ຮອດເວລາເຂົ້າຫ້ອງປະຖົມນິເທດທີ່ຈັດໄວ້ກໍ່ຍັງບໍ່ມີຫຍັງທີ່ຕ້ອງໄປລົມກັບພະນັກງານໃຫມ່ເຫຼົ່ານີ້.
ກົງກັນຂ້າມກັບບາງອົງກອນທີ່ປູກຝັງການສ້າງຄວາມປະທັບໃຈໃຫ້ນ້ອງໃຫມ່ຢ່າງອົບອຸ່ນ ໂດຍມີພະນັກງານເກົ່າເຂົ້າມາທັກທາຍ ແລະ ໂອ້ລົມເບື້ອງຕົ້ນນຳ ຕັ້ງແຕ່ເວລານ້ອງໃຫມ່ເຂົ້າຫ້ອງການມາທຳອິດ ດ້ວຍຄວາມອົບອຸ່ນ ພ້ອມສະແດງອອກຊັດເຈນໃຫ້ນ້ອງເຫັນວ່າອົງກອນພູມໃຈທີ່ໄດ້ພວກເຂົາມາຮ່ວມງານນຳ, ບາງອົງກອນມີການໃຫ້ດອກໄມ້ ຫຼື ເຮັດປ້າຍຕ້ອນຮັບເປັນຢ່າງດີ.
ຫຼັງຈາກອ່ານສອງອົງກອນທີ່ຍົກຕົວຢ່າງມານີ້ທຽບກັນ ເຫັນໄດ້ວ່າມີຄວາມແຕກຕ່າງກັນຢ່າງສິ້ນເຊີງ
ກຳນົດມາດຕະຖານຂອງການຕ້ອນຮັບພະນັກງານໃໝ່
ອົງກອນຄວນຈະສື່ສານໃຫ້ຕົງກັນວ່າ ການຕ້ອນຮັບພະນັກງານໃຫມ່ທີ່ເຮົດຄັດເລືອກເຂົ້າມາຮ່ວມງານນັ້ນ ເປັນເລື່ອງທີ່ພະນັກງານທຸກຄົນຕ້ອງຊ່ວຍກັນເບິ່ແຍງຮັກສາ ບໍ່ແມ່ນເປັນແຕ່ໜ້າທີ່ຂອງ HR ຫຼື ຕົ້ນສັງກັດຢູ່ເທົ່ານັ້ນ, ຢ່າງນ້ອຍທີ່ສຸດຄືຕ້ອງມີມາດຕະຖານໃນການໂອລົມຄົນໃໝ່ ຫຼື ຄົນທີ່ອາດຈະບໍ່ເຄີຍເຫັນໜ້າມາກ່ອນ, ຄວນຈະເປັນການກ່າວທັກທາຍແບບງ່າຍໆ, ການສອບຖາມວ່າສັງກັດຢູ່ໜ່ວຍໃດ ເຊິ່ງຊ່ວຍໃຫ້ພະນັກງານໃໝ່ ແລະ ເກົ່າມີຄວາມເປັນມິດຕໍ່ກັນຫຼາຍຂື້ນ, ໃນນີ້ HR ຄວນຈະກຳນົດໃຫ້ຊັດເຈນວ່າຈະແນະນຳພະນັກງານທີ່ມາເລີ່ມວຽກໃໝ່ຊ່ວງໃດເຊັ່ນ: ກ່ອນໜ້າເລີ່ມວຽກ 7 ມື້ ຫຼື 1 ມື້ກ່ອນປະຖົມນິເທດເພື່ອໃຫ້ຄົນໃນພະແນກຕ່າງໆໄດ້ຮັບຮູ້ ແລະ ກຽມການຕ້ອນຮັບພະນັກງານໃຫມ່ແບບບໍ່ຕ້ອງງົງ ວ່ານີ້ແມ່ນໃຜ!!! ໂດຍການສົ່ງອີເມລ ຫຼື ສື່ຕ່າງໆພາຍໃນອົງກອນພ້ອມມີຮູບ, ຊື່ ແລະ ຕຳແໜ່ງຂອງພະນັກງານໃຫມ່ ເພື່ອເວລາພະນັກງານເກົ່າ ແລະ ໃຫມ່ໄດ້ພົບກັນຈຶ່ງບໍ່ຕົກໃຈ; ອີກຢ່າງຖ້າຢາກໃຫ້ມີຄວາມໜ້າສົນໃຈຂື້ນ ອາດຈະເຮັດເປັນ artwork ຍິ່ງເປັນການດີ.
ພະຍາຍາມຫຼຸດຄວາມຕຶງຄຽດ ຫຼື ຄວາມເກງໃຈຂອງພະນັກງານໃຫມ່
ການເຂົ້າເຮັດວຽກກັບອົງກອນໃຫມ່ທີ່ບໍ່ຄຸ້ນເຄີຍ ເປັນເລື່ອງທີ່ຕ້ອງປັບໂຕ ແລະ ປັບໃຈ ເຊິ່ງກິດຈະກຳປະຖົມນິເທດນີ້ຈະຊ່ວຍໃຫ້ຄຳຕອບຫຼາຍຢ່າງໃຫ້ກັບພະນັກງານໃຫມ່ທີ່ຢາກຮູ້, ຢາກເຫັນໃນສິ່ງທີ່ກັງວົນໃຈ; ຫຼາຍເລື່ອງທີ່ຢາກແນະນຳໃນຊ່ວງພະນັກງານໃຫມ່ທົດລອງງານ HR ຄວນຫາໂອກາດກິນເຂົ້າທ່ຽງຮ່ວມກັບພະນັກງານໃຫມ່ເດືອນລະຄັ້ງກໍ່ຍັງດີ ເຊິ່ງຈະສົ່ງຜົນດີໃຫ້ກັບພະນັກງານເຫຼົ່ານີ້ອຸ່ນໃຈ ແລະ ກ້າເວົ້າກ້າລົມກ່ຽວກັບບັນຫາຕ່າງໆໃນໜ່ວຍງານທີ່ເຂົາອາດຈະກຳລັງພົບຢູ່ ຫຼື ໃນອາທິດທຳອິດຂອງການເລີ່ມວຽກ HR ຄວນມີບົດບາດໃນການພາພະນັກງານໃຫມ່ແນະນຳ ແລະ ເຂົ້າພົບພະນັກງານເກົ່າທັງຫຼາຍທີ່ເຂົາຕ້ອງຕິດຕໍ່ປະສານງານພາຍໃນຂອບເຂດໜ້າທີ່ຮັບຜິດຊອບຂອງເຂົາ ພ້ອມໝັ່ນສັງເກດຢູ່ຢ່າງໃກ້ຊິດວ່ານ້ອງໃໝ່ເຫຼົ່ານີ້ ຕ້ອງການຄວາມຊ່ວຍເຫຼືອ ແລະ ຄຳແນະນຳຫຍັງແດ່?
ເລື່ອງນີ້ ໜ້າສົນໃຈ ແລະ ຄວນໃຫ້ຄວາມສຳຄັນທີ່ສຸດ....!
ເປີດການພົບປະໂອ້ລົມ (ໃນຊ່ວງປະຖົມນິເທດ)
ເພື່ອໃຫ້ພະນັກງານໃຫມ່ຮູ້ເຖິງໂອກາດຄວາມກ້າວໜ້າ, HR ແລະ ຫົວໜ້າສາຍງານທັງຫຼາຍຄວນຊ່ວຍກັນເປີດພາບລວມຂອງອົງກອນ ໂດຍການເລົ່າໃຫ້ພະນັກງານໃຫມ່ຟັງວ່າເຂົາຈະຖືກຄາດຫວັງທັງເລື່ອງຜົນງານ ແລະ ພຶດຕິກຳການເຮັດວຽກຈາກອົງກອນແນວໃດແດ່ ແລະ ຄວນຢ່າງຍິ່ງທີ່ຈະຂະຫຍາຍພາບໃຫ້ພະນັກງານໃຫມ່ເຫັນເຖິງນະໂຍບາຍຂອງການສ້າງຕວາມເຕີບໃຫຍ່ໃນໜ້າທີ່ການງານຂອງອົງກອນ, ການຮຽນຮູ້ໜ້າວຽກ ແລະ ບົດບາດຂອງຜູ້ມີສ່ວນກ່ຽວຂອງທີ່ຈະຊ່ວຍສ້າງທັກສະ ແລະ ປະສົບການເຮັດວຽກໃຫ້ພຽງພໍ ແລະ ໝັ້ນໃຈວ່າພະນັກງານໃຫມ່ຈະໄດ້ຮັບການສະໜັບສະໜູນເພື່ອສ້າງຜົນງານທີ່ດີໄດ້ (ບໍ່ປ່ອຍປະໃຫ້ເຂົາເຮັດວຽກໄປຕາມມີຕາມເກີດ)
ມີເອື້ອຍ-ອ້າຍລ້ຽງໃກ້ຊິດເພື່ອໃຫ້ຄຳປືກສາ
ບາງອົງກອນຊັ້ນນຳໃນລາວ ມີການຈັດໃຫ້ມີເອື້ອຍ-ອ້າຍລ້ຽງໃຫ້ຄຳແນະນຳທັງເລື່ອງການໃຊ້ຊີວິດໃນອົງກອນ ແລະ ສະໜັບສະໜູນບົດບາດຂອງຫົວໜ້າສາຍງານໃຫ້ກັບພະນັກງານໃຫມ່ ໃນເລື່ອງການສອນວຽກ ເຊິ່ງອາດຈະເປັນຫຼຸ້ນເອື້ອຍ-ອ້າຍ ໃນໜ່ວຍງານດຽວກັນ ຫຼື ຕ່າງໜ່ວຍງານ (ເພື່ອແບ່ງປັນປະສົບການ ແລະ ສ້າງສຳພັນທີ່ດີລະຫວ່າງໜ່ວຍງານໃນອານາຄົດ)
ທົດລອງນຳໄປປັບໃຊ້ກັບອົງກອນຂອງທ່ານເບິ່ງ...!
