Back to Hiring Guide
Employer Zone

ການສ້າງທັດສະນະຄະຕິການເຮັດວຽກແບບເຊິງລຸກສູ່ຄວາມສຳເລັດຂອງອົງກອນ

ການເຮັດວຽກຕາມໜ້າທີ່ຂອງຕົນເອງ ຫຼືຄຳສັ່ງທີ່ໄດ້ຮັບໃຫ້ສຳເລັດໄປແຕ່ລະມື້ນັ້ນ ອາດຈະບໍ່ພໍ ແລະ ຕອບໂຈດຕໍ່ການເຮັດວຽກໃນຍຸກປະຈຸບັນທີ່ກຳລັງມີການປ່ຽນແປງເກີດຂື້ນຢ່າງວ່ອງໄວ;…

23 Sept 2021·5 min read·By the 108.jobs team

            ການເຮັດວຽກຕາມໜ້າທີ່ຂອງຕົນເອງ ຫຼືຄຳສັ່ງທີ່ໄດ້ຮັບໃຫ້ສຳເລັດໄປແຕ່ລະມື້ນັ້ນ ອາດຈະບໍ່ພໍ ແລະ ຕອບໂຈດຕໍ່ການເຮັດວຽກໃນຍຸກປະຈຸບັນທີ່ກຳລັງມີການປ່ຽນແປງເກີດຂື້ນຢ່າງວ່ອງໄວ; ອົງກອນມີຄວາມຄາດຫວັງໃຫ້ພະນັກງານສາມາດເຮັດວຽກໄດ້ໃນສະພາບທີ່ບໍ່ພ້ອມນີ້ຄຽງຄູ່ໄປກັບການຮັບມືກັບການປ່ຽນແປງ ແລະ ຮຽນຮູ້ຈາກບັນຫາທີ່ເຄີຍເກີດຂື້ນຜ່ານມາ ໂດຍການເຮັດວຽກແບບເຊິງລຸກ “Proactive”ທີ່ສາມາດຊ່ວຍໃຫ້ເຮົາເຮັດວຽກໃນຍຸກໃຫມ່ໃຫ້ມີປະສິດທິພາບຂື້ນກວ່າເກົ່າ.

            ການເຮັດວຽກແບບ “Proactive”ນີ້ແມ່ນລັກສະນະການເຮັດວຽກຂອງຄົນທີ່ມັກວາງແຜນໄວ້ລ່ວງໜ້າ ລວມທັງສາມາດຄາດຄະເນບັນຫາ ຫຼື ອຸປະສັກທີ່ອາດຈະເກີດຂື້ນໄດ້ໂດຍບໍ່ໄດ້ລໍຖ້າໃຫ້ມັນເກີດຂື້ນກ່ອນ, ການເຮັດວຽກແມ່ນຈະມຸ້ງເນັ້ນໄປທີ່ເປົ້າໝາຍ, ເຊື່ອໝັ້ນໃນສັກກະຍະພາບຕົນເອງ ແລະ ຄົນເຮັດວຽກຮ່ວມກັນ ລວມເຖິງການຍອມຮັບຜົນທີເກີດຂື້ນ ເພື່ອນຳໄປປັບປຸງ ແກ້ໄຂໂດຍບໍ່ມີຄວາມຮູ້ສຶກຫຍໍ້ທໍ້ ຈົນກວ່າວຽກນັ້ນຈະປະສົບຜົນສຳເລັດ; ການເຮັດວຽກແບບ “Proactive”ຈະມັກເຮັດວຽກເຊິງບວກດ ບໍ່ຍອມແພ້ຕໍ່ອຸປະສັກ ແລະ ບັນຫາຕ່າງໆ, ມີຄວາມຫວັງແຕ່ຢາກໃຫ້ວຽກໂຕເອງສຳເລັດສະເໝີ ເຊິ່ງບອກໄດ້ເລີຍວ່າຄົນແບບນີ້ຄືຄົນທີ່ຫຼາຍໆອົງກອນຕ້ອງການຢ່າງແທ້ຈິງ.

            ຄົນເຮັດວຽກຍຸກໃຫມ່ຕ້ອງສ້າງແຮງຈູງໃຈໃນການເຮັດວຽກດ້ວຍໂຕເອງ, ເລີ່ມຈາກການຮັກສິ່ງທີ່ກຳລັດເຮັດຢູ່, ໃສ່ໃນ ແລະ ໃຫ້ຄວາມສຳຄັນກັບການເຮັດວຽກຢ່າງເຕັມທີ່, ບໍ່ລໍຖ້າຫົວໜ້າ ຫຼື ບຸກຄົນອື່ນມາບອກ ຫຼືສັ່ງການໃນສິ່ງທີ່ເຮົາຄວນເຮັດ, ຕ້ອງເຂົ້າໃຈຈຸດປະສົງທີ່ແທ້ຈິງຂອງວຽກ ແລະ ຕ້ອງ Proactiveກັບວຽກຂອງຕົນຕະຫຼອດເວລາ ເພື່ອສ້າງຄວາມແຕກຕ່າງ ແລະ ຄວາມກ້າວໜ້າໃນສາຍອາຊີບ, ຍົກລະດັບໂຕເອງໃຫ້ກາຍເປັນຊັບພະຍາກອນທີ່ມີຄຸນຄ່າໃນອົງກອນເພື່ອຂັບເຄື່ອນອົງກອນໃຫ້ກ້າວໄປສູ່ຄວາມສຳເລັດ. ດັ່ງນັ້ນ ທາງ 108jobຈຶ່ງມີຄຳແນະນຳດີໆມາຝາກໃຫ້ກັບຄົນເຮັດວຽກໄດ້ເລີ່ມປັບປ່ຽນທັດສະນະຄະຕິ ແລະ ວິທີການເຮັດວຽກໃຫ້ເປັນຄົນເຮັດວຽກເຊີງລຸກ “Proactive”ໄດ້ງ່າຍຂື້ນດັ່ງນີ້:

ການຄິດບວກ-ຄິດແບບສ້າງສັນ:ປັບທັດສະນະຄະຕິໃຫ້ເປັນຄົນຄິດເລື່ອງດີໆ, ເບິ່ງໂລກໃນແນ່ດີ, ມີຄວາມຄິດແບບສ້າງສັນກັບທຸກເລື່ອງ, ບໍ່ຄວນຄິດຫຼາຍກັບເລື່ອງເຫຼັກນ້ອຍທີ່ເປັນໂຕລົບກວນຈິດໃຈ, ກຳລັງໃຈ ແລະ ຄວາມຕັ້ງໃຈ, ຄວນເບິ່ງບັນຫາ ຫຼືເລື່ອງທີ່ບໍ່ດີເປັນເລື່ອງທຳມະດາທີ່ຄົນທັງຫຼາຍກໍ່ມີເຊັ່ນດຽວກັນ, ຢ່າປ່ອຍໃຫ້ຄວາມຄິດໃນທາງລົບ ຫຼືທາງບໍ່ສ້າງສັນມາເປັນໂຕເຮັດໃຫ້ການເຮັດວຽກໃນເຊິງລຸກ “Proactive”ຂອງເຮົາໄດ້.

ເປັນຜູ້ໃຫ້ຫຼາຍກວ່າຜູ້ຮັບ:ພື້ນຖານການເຮັດວຽກແບບ Proactiveນັ້ນຕ້ອງເປັນຄົນທີ່ມີຈິດສຳນຶກຂອງການເປັນຜູ້ໃຫ້ໂດຍສະເພາະການໃຫ້ກັບອົງກອນທີ່ເຮົາຮ່ວມງານ, ຕ້ອງພະຍາຍາມຄິດວ່າມີຫຍັງແດ່ທີ່ເຮົາສາມາດຊ່ວຍໃຫ້ອົງກອນໄດ້ຮັບຜົນປະໂຫຍດຫຼາຍເທົ່າທີ່ຊ່ວຍໄດ້, ມີຄວາມຄິດທີ່ເຮັດໃຫ້ອົງກອນຫຼາຍກວ່າເງິນເດືອນຫຼືຄ່າຕອບແທນທີ່ໄດ້ຮັບ ເພາະຄວາມຈິງແລ້ວ ຖ້າອົງກອນຢູ່ໄດ້ກໍ່ໝາຍເຖິງຄວາມໝັ້ນຄົງ ແລະ ຄຸນນະພາບຊີວິດທີ່ດີຂອງໂຕເຮົາເອງເຊັ່ນກັນ.

ບໍ່ມີຄຳເວົ້າວ່າ“ເປັນໄປບໍ່ໄດ້”: ທຸກສິ່ງຢ່າງໃນໂລກນີ້ລ້ວນແຕ່ເປັນໄປໄດ້, ຜູ້ທີ່ເຮັດວຽກແຕ່ລະຄົນຕ້ອງມີຄວາມພ້ອມຮັບມືໃນທຸກໆການປ່ຽນແປງ, ມີຄວາມກ້າ ແລະ ສາມາດປ່ຽນແປງໂຕເອງເພື່ອໃຫ້ໄປສູ່ຄວາມມຸ້ງຫວັງທີ່ຕັ້ງໄວ້ໄດ້; ສຳລັບຄົນເຮັດວຽກແບບ Proactiveເຂົາຈະບໍ່ມີຄຳວ່າເປັນໄປບໍ່ໄດ້ ຖ້າມີຄວາມຕັ້ງໃຈ ແລະ ຄວາມພະຍາຍາມຢ່າງເຕັມທີ່ແລ້ວ ທຸກບັນຫາຈະມີທາງອອກສະເຫມີ.

ມື້ອື່ນຕ້ອງດີກວ່າມື້ນີ້ ແລະ ມື້ວານ:

ການເຮັດວຽກເຊິງລຸກ “Proactive”ນັ້ນບໍ່ແມ່ນການເຮັດວຽກທີ່ຄິດ ແລະ ກັງວົນຫາແຕ່ເລື່ອງທີ່ມັນເກີດຂື້ນມາແລ້ວໃນອາດີດ, ຈະເບິ່ງຫາແຕ່ເລື່ອງທີ່ກຳລັງຈະເກີດຂື້ນປະຈະບັນ ແລະ ໃນອານາຄົດ, ຄິດສະເໝີວ່າອານາຄົດຈະຕ້ອງດີກວ່າມື້ນີ້ ແລະ ມື້ວານ ເພາະເປົ້າໝາຍໃນອານາຄົດກໍ່ເກີດຈາກການລວບລວມເອົາຄວາມຮູ້, ປະສົບການ ລວມທັງຄວາມຜິດພາດຕ່າງໆທີ່ເກີດຂື້ນຈາກອາດີດ ແລະ ປະຈຸບັນມາເປັນບົດຮຽນເພື່ອບໍ່ໃຫ້ມັນເກີດຂື້ນຊ້ຳອີກ ແລະ ເປັນແນວທາງປະຕິບັດທີ່ດີຕໍ່ໄປໃນອານາຄົດ.

ເຮັດວຽກເຊິງລຸກແບບຢັ້ງຢຶນ:

ການເຮັດວຽກເຊິງລຸກທີ່ດີແມ່ນຂື້ນກັບການຮ່ວມມືຂອງທຸກຄົນ, ທຸກຝ່າຍໃນອົງກອນ ເພາະການເຮັດວຽກຫຍັງກໍ່ຕາມຈະບໍ່ສຳເລັດຖ້າເຮັດວຽກພຽງຄົນດຽວ, ດັ່ງນັ້ນຄວນໃຫ້ຄວາມສຳຄັນກັບການເຮັດວຽກເປັນທີມ ແລະ ທີມງານຂອງເຮົາກໍ່ຕ້ອງເຮັດວຽກຮ່ວມກັບທີມງານອື່ນໆອີກ. ດັ່ງນັ້ນ ການສ້າງທີມ ກໍ່ໝາຍເຖິງປະສິດທິພາບທີ່ດີໃນການເຮັດວຽກ ແລະ ໂດຍລວມແລ້ວຍັງເປັນຜົນດີຕໍ່ອົງກອນອີກດ້ວຍ

            ການປູກຈິດສຳນຶກໃນການເຮັດວຽກເຊິງລຸກໃຫ້ເກີດຂື້ນໃນອົງກອນ, ໂຕເຮົາຈະຕ້ອງເປັນຜູ້ເລີ່ມຕົ້ນ ແລ້ວສົ່ງຕໍ່ຄວາມຄິດເຊິງບວກໄປໃຫ້ທຸກຄົນໃນອົງກອນ, ໃນນັ້ນຜູ້ບໍລິຫານລະດັບສູງກໍ່ຕ້ອງໃຫ້ຄວາມສຳຄັນກັບການພັດທະນາການເຮັດວຽກເຊິງລຸກໃຫ້ກີດຂື້ນເຊັ່ນກັນ ເພື່ອຍົກລະດັບການເຮັດວຽກໃຫ້ມີປະສິດທິພາບສ້າງຄວາມກ້າວໜ້າໃນສາຍອາຊີບຕໍ່ກັບຜູ້ທີ່ເຮັດວຽກ.

            ດັ່ງນັ້ນ, ທີມງານ 108jobຫວັງຢ່າງຍິ່ງວ່າທັດສະນະຄະຕິການເຮັດວຽກເຊິງລຸກຈະສາມາດຊ່ວຍໃຫ້ທ່ານ ແລະ ອົງກອນຂອງທ່ານພັດທະນາໄປສູ່ທິດທາງຂອງຄວາມສຳເລັດໄດ້ດັ່ງຄວາມຫວັງທີ່ຕັ້ງໄວ້.