Back to Hiring Guide
Employer Zone

ຢາກເຮັດວຽກເປັນ HR (Human Resource) ການບໍລິຫານຊັບພະຍາກອນມະນຸດ ຕ້ອງເຮັດແບບໃດ?

ກ່ອນອື່ນຕ້ອງເຂົ້າໃຈກ່ອນວ່າວຽກ HR ເປັນອາຊີບທີ່ກຳລັງໄດ້ຮັບຄວາມສົນໃຈຫລາຍໃນຕະຫລາດແຮງງານປະຈຸບັນ ເພາະວ່າເປັນຕຳແໜ່ງທີ່ມີຄວາມຈຳເປັນຕໍ່ກັບວຽກສັນຫາບຸກຄະລາກອນຂອງບໍລິສັດ…

23 Sept 2021·4 min read·By the 108.jobs team

ກ່ອນອື່ນຕ້ອງເຂົ້າໃຈກ່ອນວ່າວຽກ HR ເປັນອາຊີບທີ່ກຳລັງໄດ້ຮັບຄວາມສົນໃຈຫລາຍໃນຕະຫລາດແຮງງານປະຈຸບັນ ເພາະວ່າເປັນຕຳແໜ່ງທີ່ມີຄວາມຈຳເປັນຕໍ່ກັບວຽກສັນຫາບຸກຄະລາກອນຂອງບໍລິສັດ ແລະ ຍັງມີສ່ວນຊ່ວຍພັດທະນາບຸກຄະລາກອນຂອງອົງກອນໃຫ້ມີປະສິດທິພາບຫຼາຍຂື້ນອີກ.

ມີຫລາຍໆຄົນມັກຖາມວ່າ: “ຢາກເຮັດວຽກ HR ຕ້ອງເຮັດແບບໃດແດ່?”

 

ວຽກ HR (Human Resource) ການບໍລິຫານຊັບພະຍາກອນມະນຸດ: ມີໜ້າທີ່ຮັບຜິດຊອບວຽກງານສັນຫາ, ຄັດເລືອກບຸກຄະລາກອນ, ການຈ້າງງານ, ຄ່າຈ້າງ ຫຼື ເງິນເດືອນ ແລະ ສະຫວັດດີການຕ່າງໆ. ສ່ວນຫຼາຍແລ້ວຜູ້ທີ່ເຮັດວຽກ HR ໄດ້ຕ້ອງເປັນບຸກຄົນທີ່ສາມາດເຂົ້າກັບຄົນໄດ້ທຸກກຸ່ມ ທຸກລະດັບເພື່ອຈະໄດ້ຮັບຮູ້ເຖິງບັນຫາ, ຕ້ອງມີແນວຄິດໃນດ້ານການພັດທະນາບຸກຄະລາກອນໃຫ້ມີປະສິດທິພາບຫຼາຍໆຂື້ນໄປ.

 

ຄົນທີ່ຈະເຂົ້າເຮັດວຽກ HR ກົງກັບຄວາມຕ້ອງການຂອງນາຍຈ້າງນັ້ນ ແມ່ນຄົນທີ່ຮຽນຈົບໃນສາຍງານບໍລິຫານຊັບພະຍາກອນມະນຸດເທົ່ານັ້ນ, ແຕ່ປັດຈຸບັນນີ້ ຄົນທີ່ຮຽນສາຍງານດັ່ງກ່າວຍັງມີໜ້ອຍ. ສະນັ້ນ, ຄົນທີ່ບໍ່ໄດ້ຮຽນຈົບສາຍງານຕົງມາກໍ່ຍັງມີໂອກາດທີ່ຈະໄດ້ເຮັດວຽກ HR ເພາະຫຼາຍໆບໍລິສັດກໍ່ຍັງເປີດກວ້າງໃຫ້ກັບຜູ້ທີ່ຈົບສາຂາອື່ນໄດ້ເຮັດວຽກ HR ຂໍພຽງແຕ່ມີຄວາມມັກ, ມີຄວາມຕັ້ງໃຈຢາກຮຽນຮູ້ ແລ້ວນຳສະເໜີຈຸດດີຂອງຕົນເພື່ອໃຫ້ຈູງໃຈນາຍຈ້າງໃຫ້ເຫັນຄຸນສົມບັດທີ່ສາມາດຮັບຜິດຊອບວຽກນີ້ໄດ້.

 

ຄຸນສົມບັດຂອງຜູ້ທີ່ຈະເຮັດວຽກ HR

ການເຮັດວຽກ HR ບໍ່ພຽງແຕ່ຈະມີຄວາມຮູ້ຄວາມສາມາດທີ່ຕົງຕາມສາຍງານເທົ່ານັ້ນ ແຕ່ຕ້ອງມີຄຸນສົມບັດ ຫຼື ບຸກຄະລິກສ່ວນໂຕທີ່ສາມາດຊ່ວຍໃຫ້ການເຮັດວຽກປະສົບຜົນສຳເລັດເຊິ່ງມີດັ່ງນີ້:

  1. 1. ເຮັດວຽກໄດ້ເກີນຄວາມຄາດໝາຍ: ການໃຫ້ຄວາມຊ່ວຍເຫຼືອ ແລະ ບໍລິການທີ່ວ່ອງໄວເປັນເລື່ອງທີ່ພະນັກງານທັງຫຼາຍຄາດຫວັງ, ດັ່ງນັ້ນ ຖ້າເຮົາສາມາດເຂົ້າຫາພວກເຂົາໄດ້ໄວກໍ່ຈະເຮັດໃຫ້ພະນັກງານເກີດຄວາມປະທັບໃຈ ແລະ ຮູ້ສຶກວ່າ HR ສາມາດເປັນທີ່ເພີ່ງຂອງເຂົາໄດ້.

2. ເປັນນັກຮຽນຮູ້: HR ຕ້ອງເປັນຜູ້ທີ່ສະແຫວງຫາຄວາມຮູ້ຕະຫລອດເວລາ, ຮູ້ຈັກປັບປຸງ ຫຼື ອັບເດດຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບວຽກ HR ເຊັ່ນ: ເລື່ອງພາສີ-ອາກອນ ຫຼື ກົດໝາຍແຮງງານຕ່າງໆ ເພື່ອຈະໄດ້ນຳຂໍ້ມູນເຫຼົ່ານີ້ໄປແຈ້ງຕໍ່ກັບພະນັກງານໄດ້ຖືກຕ້ອງ.

 

ວຽກ HR ມີລັກສະນະແບບໃດ?

ຫຼາຍຄົນອາດຈະເຂົ້າໃຈວ່າວຽກ HR ເປັນວຽກທີ່ເຮັດກ່ຽວກັບເອກະສານ ແລະ ການສັນຫາຄົນເຂົ້າອົງກອນເທົ່ານັ້ນ ແຕ່ຄວາມຈິງແລ້ວວຽກ HR ຍັງແບ່ງອອກເປັນຫຼາຍພາກສ່ວນ, ຫຼາຍໜ້າທີ່ດັ່ງນີ້:

  1. 1. ວຽກສັນຫາ ແລະ ຈ້າງງານຄົນທີ່ມີຄຸນນະພາບເຂົ້າອົງກອນ: ຜູ້ເຮັດວຽກ HR ຈະເປັນຜູ້ປະກາດຮັບສະໝັກພະນັກງານ, ຄັດກອງຊິວະປະຫວັດຜູ້ສະຫມັກງານ, ນັດສຳພາດ, ສຳພາດເບື້ອງຕົ້ນ ລວມທັງການຕໍ່ລອງເງິນເດືອນເຊັ່ນກັນ.
  2. 2. ວຽກພັດທະນາຝຶກອົບຮົມ: ຈັດຫາຫຼັກສູດການຝຶກອົບຮົມໃຫ້ກັບພະນັກງານພະແນກຕ່າງໆ, ຕ້ອງສະແຫວງຫາສິ່ງທີ່ມີປະໂຫຍດຕໍ່ກັບພະນັກງານໃນອົງກອນ ເພື່ອໃຫ້ບຸກຄະລາກອນມີສັກກະຍະພາບ ແລະ ທັກສະເພີ່ມຂື້ນ.
  3. 3. ຮັກສາຜົນປະໂຫຍດໃຫ້ກັບພະນັກງານ: ໂດຍທົ່ວໄປແລ້ວຜູ້ທີ່ເຮັດວຽກຝ່າຍບຸກຄະລາກອນຈະເປັນຜູ້ທີ່ຮັກສາດ້ານເອກະສານຕ່າງໆໃຫ້ກັບພະນັກງານເຊັ່ນ: ເອກະສານເງິນເດືອນ, ໂບນັດ, ສະຫວັດດີການ, ປະກັນສັງຄົມ, ກອງທຶນ ແລະ ສິດທິປະໂຫຍດຕ່າງໆ ທີ່ພະນັກງານຄວນຈະໄດ້ຮັບ.
  4. 4. ສ້າງແຮງຈູງໃຈໃຫ້ກັບພະນັກງານດ້ວຍການສ້າງກິດຈະກຳຕ່າງໆ: ສ້າງກິດຈະກຳທັງພາຍໃນ ແລະ ນອກອົງກອນໂດຍໃຫ້ພະນັກງານມີສ່ວນຮ່ວມເຊັ່ນ: ກິດຈະກຳທ່ອງທ່ຽວປະຈຳປີ, ກິດຈະກຳສ້າງຄວາມສຳພັນທີ່ດີເພື່ອໃຫ້ການເຮັດວຽກເປັນທີມເກີດຂື້ນ (Team Building) ລວມທັງການສ້າງຈິດສຳນຶກໃຫ້ກັບພະນັກງານມີຄວາມຮູ້ສຶກເປັນສ່ວນໜຶ່ງ ແລະ ຮັກໃນອົງກອນ.
  5.  

ວຽກ HR ແບ່ງອອກເປັນຫຼາຍພາກສ່ວນ, ແຕ່ໂດຍລວມແລ້ວລັກສະນະຂອງວຽກແມ່ນເພື່ອພັດທະນາ ແລະ ສ້າງພາບລັກທີ່ດີໃຫ້ກັບອົງກອນ ໂດຍການພັດທະນາໃຫ້ພະນັກງານມີຄວາມຮູ້, ຄວາມສາມາດ ເພື່ອພາອົງກອນກ້າວໄປສູ່ຄວາມສຳເລັດ.