Back to Hiring Guide
Employer Zone

ການເປັນ HR Business Partner ທີ່ດີໄດ້ຕ້ອງມີສິ່ງເຫຼົ່ານີ້

ຕາມທີ່ຫຼາຍໆທ່ານຮູ້ແລ້ວ່າ: ວຽກຂອງຝ່າຍບຸກຄະລາກອນ (HR) ເລີ່ມມີບົດບາດຫຼາຍຂື້ນ, ຜູ້ບໍລິຫານລະດັບສູງເລີ່ມໃຫ້ຄວາມສຳຄັນວຽກ HR ຫຼາຍຂື້ນເລື້ອຍໆ ຍ້ອນເຫັນແລ້ວວ່າ:…

23 Sept 2021·3 min read·By the 108.jobs team

ຕາມທີ່ຫຼາຍໆທ່ານຮູ້ແລ້ວ່າ: ວຽກຂອງຝ່າຍບຸກຄະລາກອນ (HR) ເລີ່ມມີບົດບາດຫຼາຍຂື້ນ, ຜູ້ບໍລິຫານລະດັບສູງເລີ່ມໃຫ້ຄວາມສຳຄັນວຽກ HR ຫຼາຍຂື້ນເລື້ອຍໆ ຍ້ອນເຫັນແລ້ວວ່າ: ຄົນເປັນຊັບພະຍາກອນທີ່ສຳຄັນທີ່ສຸດຂອງອົງກອນ, ຖ້າອົງກອນໃດຂາດຄົນດີ, ຄົນມີຄວາມສາມາດ ແລະ ເໝາະສົມກັບອົງກອນແລ້ວ ຜົນງານຂອງອົງກອນກໍ່ຈະບໍ່ສາມາດໄປສູ່ເປົ້າໝາຍຕາມທີ່ຕັ້ງໄວ້ໄດ້.


 ໃນ 2-3ປີຜ່ານມານີ້ ກໍ່ເລີ່ມມີຫຼາຍອົງກອນບອກໄວ້ວ່າຕ້ອງການ HR Business Partner ຢູ່ໃນອົງກອນ, ແລ້ວ HR ຈະເປັນຄູ່ຄິດທາງທຸລະກິດແທ້ຈິງ ຈະຕ້ອງມີຄຸນສົມບັດແບບໃດຈຶ່ງຈະເໝາະສົມ ແລະ ນີ້ກໍ່ເປັນຄຸນສົມບັດສຳຄັນບາງສ່ວນທີ່ HR Business Partner ຂາດບໍ່ໄດ້ ຖ້າຄິດຈະເປັນຄູ່ຄິດທາງທຸລະກິດແທ້ຈິງ.


 1. ເຂົ້າໃຈທຸລະກິດຂອງບໍລິສັດ:

ສິ່ງທີ່ຕ້ອງຮູ້ກໍ່ຄືຕ້ອງຖາມເຮົາເອງທີ່ເປັນ HR Business Partner ວ່າທຸລະກິດຂອງບໍລິສັດທີ່ເຮົາເຮັດວຽກກ່ຽວກັບຫຍັງ? ມີຈຸດເດັ່ນເລື່ອງໃດ? ອານາຄົດຈະເປັນແນວໃດ? ແລະ ຈຸດແຂງ, ຈຸດອອ່ນຂອງທຸລະກິດເຮົາແມ່ນຫຍັງ? ບາງຄັ້ງຈຳເປັນຕ້ອງວິເຄາະ SWOT ທຸລະກິດ ແລະ ອື່ນໆ ແລ້ວແຕ່ບໍ່ສາມາດຕອບໂຕເອງໄດ້ວ່າ ທຸລະກິດຂອງບໍລິສັດເຮົາເປັນແບບໃດ? ແລ້ວຖ້າເຮົາບໍ່ເຂົາໃຈ ເຮົາຈະເປັນ HR Business Partner ໄດ້ແທ້ຈິ່ງ ຫລື ບໍ່?


 2. ຮູ້ຈັກເປົ້າໝາຍຂອງອົງກອນ:

HR ບາງຄົນບໍ່ຮູ້ວ່າເປົ້າໝາຍທາງທຸລະກິດຂອງອົງກອນຕົນເອງເປັນແນວໃດເລີຍ ວ່າຈະກ້າວໄປທາງໃດ? ບໍ່ຮູ້ວ່າບໍລິສັດມີແຜນໄລຍະຍາວ, ໄລຍະກາງ ແລະ ໄລຍະສັ້ນຫຍັງແດ່? ແລ້ວເຮົາຈະໄປແບບໃດ? ຈະວາງແຜນເລື່ອງຄົນໃນອົງກອນແບບໃດ? ຖ້າເຮົາບໍ່ຮູ້ເປົ້າໝາຍເຫຼົ່ານັ້ນ.


 3. ເຂົ້າໃຈວັດທະນະທຳຂອງອົງກອນ:

ຍັງມີ HR ຫຼາຍບໍລິສັດທີ່ຍັງບໍ່ທັນເຂົ້າໃຈວັດທະນະທຳຂອງອົງກອນທີ່ໂຕເອງເຮັດວຽກຢູ່, ບໍ່ຮູ້ວ່າຄ່ານິຍົມຂອງອົງກອນເປັນແບບໃດ, ບາງຄົນອ່ານໄດ້ ຈື່ໄດ້ວ່າວັດທະນະທຳຂອງອົງກອນມີຫຍັງແດ່ ແຕ່ບໍ່ສາມາດເຂົ້າໃຈໄດ້ຢ່າງແທ້ຈິງວ່າບັນຍາກາດໃນການເຮັດວຽກຮ່ວມກັນຂອງຄົນໃນອົງກອນເປັນແນວໃດ ແລະ ອົງກອນໃຫ້ຄວາມສຳຄັນເລື່ອງໃດແດ່ເວລາເຮັດວຽກ, ໃນເມື່ອ HR ບໍ່ຮູ້ກໍ່ຈະເຮັດໃຫ້ບໍ່ສາມາດຫາຄົນໄດ້ຕົງ ແລະ ເໝາະສົມກັບອົງກອນໄດ້.


 4. ຍອມຮັບການປ່ຽນແປງ:

ຄົນທີ່ເຂົ້າໃຈເລື່ອງທຸລະກິດຈະຮູ້ໄດ້ທັນທີວ່າທຸລະກິດຄຶການປ່ຽນແປງຢູ່ຕະຫລອດເວລາ, ໃຜທີ່ສາມາດປັບໂຕ ຫຼື ປ່ຽນແປງໄດ້ໄວກໍ່ຈະນຳໜ້າໃນເລື່ອງທຸລະກິດໄດ້; ແຕ່ສຳລັບ HR ກັບເປັນໜ່ວຍງານທີ່ບໍ່ຄ່ອຍມີການປ່ຽນແປງຫຼາຍເທົ່າໃດ ເຄີຍເຮັດວຽກແບບໃດໃນເມື່ອກ່ອນກໍ່ມັກຈະປະຕິບັດຄືເກົ່າ ເຖິງຈະຮູ້ແກ່ໃຈວ່າທຸລະກິດຂອງອົງກອນມີການປ່ຽນແປງໄປແລ້ວກໍ່ຕາມ ແຕ່ລະບົບການບໍລິຫານຄົນພັດບໍ່ມີການປ່ຽນແປງບໍ່ວ່າຈະເປັນບົດບາດການສັນຫາຄັດເລືອກ, ລະບົບການພັດທະນາຄົນ, ການບໍລິຫານຄ່າຕອບແທນ, ລະບົບການບໍລິຫານຜົນງານ ແລະ ອື່ນໆ ແລ້ວແບບນີ້ເຮົາຈະສາມາດທຳທະລະກິດອື່ນທັນໄດ້ແບບໃດ.


ຖ້າເຮົາຕ້ອງການເປັນ HR Business Partner ແທ້ຈິງ ເຮົາຕ້ອງເຂົ້າໃຈ 4 ສິ່ງເຫຼົ່ານີ້ໃຫ້ເລິກເຊິ່ງ, ຕ້ອງໄດ້ສຶກສາ ແລະ ຮຽນຮູ້ ພ້ອມປັບໂຕໃຫ້ທັນ ເພາະຖ້າເຮົາຍັງບໍ່ສົນໃຈກັບເລື່ອງເຫຼົ່ານີ້ ທຸລະກິດຂອງອົງກອນທີ່ເຮົາເຮັດວຽກຈະປະສົບຜົນສຳເລັດໄດ້ຍາກ.