ສະຫວັດດີການພະນັກງານທີ່ແຍກອອກຈາກກົດໝາຍແຮງງານ ໂດຍສາມາດແບ່ງອອກເປັນໝວດດັ່ງນີ້:
1. ສະຫວັດດີການທີ່ເນັ້ນເລື່ອງການພັດທະນາພະນັກງານ
ການສົ່ງເສີມຄວາມຮູ້ ຫຼື ການສຶກສາທັງໃນ ແລະ ນອກເວລາເຮັດວຽກ
- ການເຮັດໂຮງຮຽນໃນອົງກອນ
- ການຝຶກອົບຮົມຄວາມຮູ້ກ່ຽວກັບວຽກທັງໃນ ແລະ ນອກສະຖານທີ່
- ການເຮັດຫ້ອງສະຫມຸດ ຫຼື ຫ້ອງອ່ານໜັງສືເປັນຕົ້ນ
2. ສະຫວັດດີການຊ່ວຍເຫຼືອກ່ຽວກັບຄ່າຄົງຊີບ
- ການໃຫ້ບັດສ່ວນຫຼຸດໃນຮ້ານອາຫານ ຫຼື ຮ້ານຄ້າຕ່າງໆ
- ການໃຫ້ເງິນຊ່ວຍເຫຼືອຕ່າງໆເຊັ່ນ: ງານດອງ, ງານບວດ, ງານສົບ…
- ການໃຫ້ເຄື່ອງແບບແກ່ພະນັກງານ
- ການມີຫໍພັກຮອງຮັບພະນັກງານ
- ການມີລົດຮັບ-ສົ່ງ
- ເງິນໂບນັດ, ເງິນຍອດຂາຍກາຍເປົ້າ
3. ສະຫວັດດີການກ່ຽວກັບການສະສົມທຶນ
- ຕັ້ງກອງທຶນສຳຮອງພະນັກງານ
4. ສະຫວັດດີການຊ່ວຍພັດທະນາຄອບຄົວຂອງພະນັກງານ
- ການຈັດສະຖານທີ່ລ້ຽງລູກຂອງພະນັກງານ
- ການຄຸ້ມຄອງການປີ່ນປົວຄອບຄົວພະນັກງານ
- ການສະໜັບສະໜູນການສຶກສານໃຫ້ແກ່ລູກຫຼານພະນັກງານ
- ການປະກັນຊີວິດຄອບຄົວຂອງພະນັກງານ
5. ສະຫວັດດີການສົ່ງເສີມຄວາມໝັ້ນຄົງໃນອານາຄົດ
- ເງິນບຳເນັດ/ບຳນານ
- ເງິນລາງວັນເຮັດວຽກຍາວນານ
- ໃຫ້ພະນັກງານສາມາດຊື້ຫຸ້ນບໍລິສັດ
- ກອງທຶນສຳລັບງານສົບ
- ເງິນກູ້ເພື່ອການສຶກສາ, ທີ່ພັກອາໄສ ແລະ ອື່ນໆ
6. ສະຫວັດດີການກ່ຽວກັບຄວາມສຳພັນ ແລະ ສຸຂະອານະໄມ
- ການຈັດທັດສະນະສຶກສາ
- ການຈັດກິດຈະກຳກິລາ
- ການຈັດງານສ້າງສັນ, ງານລ້ຽງຂອງບໍລິສັດ
- ການໃຫ້ຄວາມຮູ້ກ່ຽວກັບສຸຂະອານະໄມ
ໃນ 6 ສະຫວັດດີການດັ່ງກ່າວນີ້ບໍ່ໄດ້ໝາຍຄວາມວ່າຈຳເປັນຕ້ອງນຳໃຊ້ທຸກຢ່າງ ແຕ່ສາມາດນຳໄປໃຊ້ເພື່ອເຮັດໃຫ້ອົງກອນຂອງເຮົາມີພາບລັກທີ່ໜ້າສົນໃຈຂື້ນ, ພະນັກງານກໍ່ຈະມີຄວາມສຸກ ເພາະວ່າຖ້າພະນັກງານໄດ້ຮັບສະຫວັດດີການທີ່ເກີນຄວາມຄາດຫວັງຂອງເຂົາແລ້ວ ກໍ່ຈະເກີດມີຄວາມປະທັບໃຈ ແລະ ມີຄວາມສຸກ ເຊິ່ງເປັນສາເຫດທີ່ເຮັດໃຫ້ເຂົາເກີດຄວາມຜູກພັກ ແລະ ຮັກອົງກອນ ເຊິ່ງຈະເປັນຜົນດີຕໍ່ອົງກອນໃນໄລຍະຍາວ.
