Back to Hiring Guide
Employer Zone

4 ຢ່າງທີ່ເຮັດໃຫ້ການປະກາດຮັບສະໝັກພະນັກງານໜ້າສົນໃຈຂື້ນ

ການປະກາດຮັບສະໝັກພະນັກງານເປັນເລື່ອງທີ່ຍາກກວ່າການປະກາດແນວອື່ນຫຼາຍ ບາງຄັ້ງຮົາປະກາດຫາຄົນມາເຮັດວຽກນຳ ແຕ່ພັດບໍ່ໄດ້ຄົນຕາມທີ່ເຮົາຕ້ອງການ…

23 Sept 2021·4 min read·By the 108.jobs team

ການປະກາດຮັບສະໝັກພະນັກງານເປັນເລື່ອງທີ່ຍາກກວ່າການປະກາດແນວອື່ນຫຼາຍ ບາງຄັ້ງຮົາປະກາດຫາຄົນມາເຮັດວຽກນຳ ແຕ່ພັດບໍ່ໄດ້ຄົນຕາມທີ່ເຮົາຕ້ອງການ ເຊິ່ງມັນອາດຈະເປັນຍ້ອນການປະກາດຂອງເຮົາບໍ່ມີຄວາມຊັດເຈນ 

ສະນັ້ນທາງ 108.jobs ພວກເຮົາກໍ່ເລີຍມີຄຳແນະນຳ 4ຢ່າງ ເພື່ອຊ່ວຍໃຫ້ການປະກາດຮັບສະສະໝັກພະນັກງານຂອງທ່ານມີຄວາມຊັດເຈນ ແລະ ຫນ້າສົນໃຈຂື້ນໃນການຊອກຫາພະນັກງານ.

 

1. ລະບຸຊື່ຕຳແໜ່ງໃຫ້ຊັດເຈນ (Job Title)

ສິ່ງທຳອິດທີ່ຈະດຶງດູດຄວາມໜ້າສົນໃຈຂອງຜູ້ຊອກວຽກນັ້ນຄື ຊື່ຕຳແໜ່ງ, ໂດຍປົກກະຕິແລ້ວຜູ້ທີ່ຊອກຫາວຽກຈະເບິ່ງຫາຊື່ຕຳແໜ່ງເປັນຫຼັກໃນການຊອກວຽກ; ຊື່ຕຳແໜ່ງຕ້ອງສັ້ນ ແລະ ຊັດເຈນ ເຊິ່ງໃຫ້ເຂົ້າໃຈໄດ້ເລີຍວ່າບໍລິສັດ ຫຼື ອົງກອນຂອງເຮົາຕ້ອງການພະນັກງານມາເຮັດວຽກກ່ຽວກັບຫຍັງແທ້ ເພື່ອດຶງດູດຜູ້ຊອກວຽກໄດ້ຕົງຕາມທີ່ຕ້ອງການ; ການຕັ້ງຊື່ຕຳແໜ່ງດີ ມັນຈະຊ່ວຍໃຫ້ເຮົາຫຼຸດເວລາການຊອກຫາຄົນໄດ້ຫຼາຍພໍສົມຄວນເລີຍ

 

2. ການລະບຸລາຍລະອຽດຂອງວຽກ (Job Description)

ໂດຍທົ່ວໄປແລ້ວ ຜູ້ທີ່ຊອກວຽກເຂົາເອງຈະຕ້ອງການຮູ້ກ່ຽວກັບລາຍລະອຽດໜ້າວຽກຂອງຕຳແໜ່ງທີ່ປະກາດວ່າຕ້ອງໄດ້ເຮັດຫຍັງແດ່ ແລະ ພວກເຂົາເອງກໍ່ຈະໄດ້ຮູ້ວ່າໂຕເອງວ່າເຂົາເໝາະສົມກັບຕຳແໜ່ງນີ້ຫລືບໍ່, ການລະບຸລາຍລະອຽດຂອງໜ້າວຽກລົງໃນເວລາປະກາດຮັບສະຫມັກງານນີ້ສາມາດເຮັດໃຫ້ຜູ້ສະຫມັກງານຕັດສິນໃຈໄດ້ເລີຍວ່າເຂົາເໜາະສົມ ແລະ ສາມາດເຮັດວຽກໃນຕຳແໜ່ງນີ້ໄດ້ຫຼືບໍ່ໃນທັນທີເລີຍ; ຫລາຍໆບໍລິສັດ ຫຼື ອົງກອນມັກຄິດວ່າການຂຽນລາຍລະອຽດໜ້າວຽກນີ້ເປັນການເສຍເວລາ ຂໍໃຫ້ລືມຄວາມຄິດນັ້ນໄປເລີຍ ເພາະວ່າ ການຂຽນລາຍລະອຽດຂອງໜ້າວຽກມັນຈະຊ່ວຍໃຫ້ຜູ້ຊອກວຽກເຂົ້າໃຈຕຳແໜ່ງນັ້ນໄດ້ເລີຍ ແລະ ຂະບວນການສັນຫາພະນັກງານກໍ່ຈະສັ້ນລົງເພາະບໍ່ໄດ້ເສຍເວລາໄປອະທິບາຍຫຍັງຫຼາຍ ແຕ່ວ່າເວລາຂຽນກໍ່ຕ້ອງຫມັ້ນໃຈວ່າເຮົາຂຽນໜ້າວຽກຖືກຕ້ອງແລ້ວ ເຊິ່ງການຂຽນໃຫ້ຖືກຕ້ອງກໍ່ຈະປະກອບມີດັ່ງນີ້:

  • ໜ້າທີ່ຫຼືໜ້າວຽກທີ່ຕ້ອງເຮັດໃນຕຳແໜ່ງດັ່ງກ່າວ.
  • ຄວາມຮັບຜິດຊອບທີ່ຕ້ອງມີ.
  • ຄວາມຮູ້ ແລະ ປະສົບການການເຮັດວຽກທີ່ຜ່ານມາ.
  • ຄວາມສາມາດພິເສດທີ່ຕ້ອງການ.

ຖ້າເຮົາຂຽນລາຍລະອຽດຕາມດ້ານເທິງນີ້ແລ້ວ ມັນບໍ່ພຽງແຕ່ດຶງດູດຜູ້ຊອກວຽກໃຫ້ຢາກສະຫມັກງານເທົ່ານັ້ນ ແຕ່ຍັງໝັ້ນໃຈໄດ້ວ່າຜູ້ຊອກວຽກຈະເຂົ້າໃຈໃນຄວາມຕ້ອງການຂອງບໍລິສັດຫຼືອົງກອນເຮົາ ແລະ ຍັງຮູ້ເຖິງຄຸນສົມບັດຕ່າງໆທີ່ກຽວຂ້ອງກັບຕຳແໜ່ງທີ່ຕົນເອງກຳລັງຈະສະຫມັກ.

 

3. ການລະບຸເງິນເດືອນ (Salary Range)

ເປັນເລື່ອງທີ່ຫຼາຍໆບໍລິສັດ ຫຼື ອົງກອນຍັງບໍ່ແນ່ໃຈວ່າຄວນລະບຸຊ່ວງເງິນເດືອນລົງໃສ່ປະກາດຮັບສະຫມັກງານ; ຄວາມເປັນຈິງແລ້ວ ມັນຈະມີຂໍ້ດີຫຼາຍກວ່າຂໍ້ເສຍ ເພາະການລະບຸເງິນເດືອນໃສ່ນັ້ນ ຈະສາມາດດຶງດູດເອົາຄົນທີ່ເຮັດວຽກດີ-ເຮັດວຽກເກັ່ງ ແຕ່ໄດ້ເງິນເດືອນໜ້ອຍໃນບໍລິສັດເກົ່າ ໄດ້ເຫັນໂອກາດໃຫມ່ທີ່ສະເໜີເງິນເດືອນສູງກ່ວາແບບບໍ່ຕ້ອງເສຍເວລາໄປຊອກສອບຖາມ ຍິ່ງໄປກ່ວານັ້ນ ຍັງສາມາດເປັນຕົວເລືອກທຳອິດຂອງຜູ້ຊອກວຽກຢາກເຂົ້າມາສະຫມັກວຽກກ່ອນບໍລິສັດທີ່ບໍ່ລະບຸໃສ່; ແຕ່ໃນນີ້ ກໍ່ຄວນຄຳນຶງເຖິງຖານເງິນເດືອນຂອງເຮົາເສຍກ່ອນວ່າບໍ່ໄດ້ຕ່ຳກວ່າເກນເງິນເດືອນທ້ອງຕະຫຼາດທົ່ວໄປ.

ການລະບຸຖານເງິນເດືອນທີຊັດເຈນລົງໃນເວລາປະກາດສະໝັກງານນີ້ຈະຊ່ວຍດຶງດູດເອົາຜູ້ຊອກວຽກທີ່ເກັ່ງ ແລະ ມີຄຸນນະພາບເຂົ້າມາສະຫມັກວຽກນຳ ແລະນອກຈາກນັ້ນກໍ່ຍັງຊ່ວຍສ້າງຊື່ສຽງຂອງບໍລິສັດ ຫຼື ອົງກອນວ່າເປັນອົງກອນທີ່ມີຄຸນນະພາບທີ່ເປັນມາດຕະຖານນຳອີກ.

 

4. ການສະແດງຈຸດເດັ່ນ ແລະ ຄຸນຄ່າຂອງອົງກອນ (Company value)

ໃນປະຈຸບັນນີ້, ຫຼາຍໆບໍລິສັດ ຫຼືອົງກອນໄດ້ມີການແຂ່ງຂັນການສ້າງສື່ສຽງ, ຈຸດເດັ່ນ ແລະ ຄຸນຄ່າຂອງອົງກອນ ເຊິ່ງກໍ່ມີຫຼາຍສ່ອງທາງໃນການສ້າງເຊັ່ນ: ການໃຫ້ຄວາມສຳຄັນໃນການສົ່ງເສີມຄວາມກ້າວໜ້າໃນສາຍງານ, ການໃສ່ໃຈຊີວິດການເປັນຢູ່ ແລະ ຊີວິດການເຮັດວຽກຂອງພະນັກງານ, ການສົ່ງເສີມໃຫ້ພະນັກງານມີໂອກາດໄດ້ຮັບການຝຶກອົບຮົມທັກສະຕ່າງໆເພື່ອພັດທະນາການເຮັດວຽກໃຫ້ມີປະສິດທິພາບ.

ໃນການຮັບສະຫມັກງານນີ້ກໍ່ສາມາດເປັນສ່ອງທາງໜຶ່ງໃນການນຳສະເໜີຈຸດເດັ່ນ ແລະ ຄຸນຄ່າຂອງອົງກອນ ສະນັ້ນພະຍາຍາມນຳສະເໜີຈຸດດີຂອງອົງກອນໃຫ້ຫຼາຍໆ ແຕ່ຕ້ອງຕາມຄວາມເປັນຈິງທີ່ອົງກອນຂອງເຮົາສາມາດສະຫນອງໄດ້.

 

ການຫາຄົນໃຫ້ກົງຕາມວຽກນັ້ນເປັນເລື່ອງທີ່ຍາກ ແລະ ທ້າທາຍຫຼາຍ ແຕ່ບໍ່ໄດ້ຫມາຍຄວາມວ່າຈະຫາບໍ່ໄດ້ ຖ້າທ່ານນຳເຄັດລັບດ້ານເທິງນີ້ໄປໃຊ້ ການປະກາດຮັບສະຫມັກງານຂອງທ່ານກໍ່ຈະເປັນການປະກາດທີ່ສົມບູນ ແລະ ໜ້າສົນໃຈຂື້ນແນ່ນອນ.

ການໃສ່ຂໍ້ມູນຄົບຖວ້ນຊັດເຈນຫຼາຍເທົ່າໃດ ຍິ່ງດຶງດູດຜູ້ຊອກວຽກຫຼາຍເທົ່ານັ້ນ.