Back to Hiring Guide
Employer Zone

ສ່ວນປະກອບຂອງການຂຽນປະກາດຮັບພະນັກງານ

ການປະກາດຮັບສະໝັກງານຕາມໜັງສືພິມ ຫຼື ເວັບໄຊ ຕ່າງໆ ຈະມີຮູບແບບການປະກາດທີ່ບໍ່ແນ່ນອນ ລວມທັງການໃຊ້ພາສາໃນການຂຽນກໍ່ເຊັ່ນກັນ,…

23 Sept 2021·5 min read·By the 108.jobs team

    ການປະກາດຮັບສະໝັກງານຕາມໜັງສືພິມ ຫຼື ເວັບໄຊ ຕ່າງໆ ຈະມີຮູບແບບການປະກາດທີ່ບໍ່ແນ່ນອນ ລວມທັງການໃຊ້ພາສາໃນການຂຽນກໍ່ເຊັ່ນກັນ, ແຕ່ສຳລັບເນື້ອໃນໂຄສະນາແມ່ນຕ້ອງປະກອບດ້ວຍສັດສ່ວນຕ່າງໆຄືກັນຈຶ່ງຈະຖືວ່າສົມບູນແບບດັ່ງນີ້:

1. ຊື່ບໍລິສັດທີ່ປະກາດ

2. ຮູບແບບທຸລະກິດທີ່ດຳເນີນ ແລະ ສາເຫດທີ່ຕ້ອງການຮັບສະໝັກ

3. ຕຳແໜ່ງທີ່ຕ້ອງການ

4. ລາຍລະອຽດໜ້າທີ່ຮັບຜິດຊອບໃນຕຳແໜ່ງງານ

5. ຄຸນສົມບັດ ຫຼືຄຸນນະວຸດຂອງຜູ້ສະຫມັກ

6. ຄວາມສາມາດພິເສດທີ່ຕ້ອງການ

7. ແຮງຈູງໃຈ ຫຼື ຂໍ້ສະເໜີຕ່າງໆໃຫ້ຜູ້ສະໝັກ

8. ເງື່ອນໄຂ ຫຼື ວິທີ ແລະ ສະຖານທີ່ສະຫມັກງານ

    ເຖິງແມ່ນວ່າ ການເຮັດປະກາດໂຄສະນາທີ່ສົມບູນແບບຈະຕ້ອງມີອົງປະກອບຄົບຕາມຂ້າງເທິງນີ້ກໍ່ຕາມ ແຕ່ການເຮັດປະກາດແຕ່ລະຄັ້ງກໍ່ຂື້ນກັບພື້ນທີ່ໃນການໂຄສະນາພ້ອມ. ສະນັ້ນ, ບາງຄັ້ງກໍ່ບໍ່ຈຳເປັນຕ້ອງໃສ່ລາຍລະອຽດຄົບທຸກຢ່າງກໍ່ໄດ້ ແຕ່ຕ້ອງມີຂໍ້ມູນທີ່ຜູ້ຊອກວຽກສາມາດເຂົ້າໃຈໄດ້ງ່າຍ.

 

ເນື້ອຫາຂອງການເຮັດປະກາດຮັບສະຫມັກງານແຕ່ລະສ່ວນມີລາຍລະອຽດດັ່ງນີ້:

1. ຊື່ບໍ່ລິສັດທີ່ລົງປະກາດ (Company’s Name): ຊື່ບໍລິສັດອາດຈະມີຫຼາຍແບບ ຫຼາຍລັກສະນະ ບາງບໍລິສັດອາດຈະໃສ່ແຕ່ໂລໂກ້ ຫຼື ສັນຍາລັກຂອງບໍລິສັດ ຫຼື ບອກແຕ່ຊື່ຫຍໍ້ຂອງບໍລິສັດເຊັ່ນ: SCG, BCEL, PTL ເປັນຕົ້ນ ແຕ່ແບບນີ້ຕ້ອງເປັນຊື່ທີ່ຮູ້ຈັກກັນດີຢູ່ແລ້ວຈຶ່ງສາມາດໃສ່ແບບນີ້ໄດ້, ບາງຄັ້ງກໍ່ໃສ່ຊື່ເຕັມ, ໃສ່ເປັນພາສາອັງກິດ ຫຼື ພາສາລາວເຊັ່ນ: Petroleum Trading Lao Public Company, Phu Bia Mining (ພູເບ້ຍ ມາຍນິງ) ແລະ ອື່ນໆ

2. ຮູບແບບທຸລະກິດທີ່ດຳເນີນ ແລະ ສາເຫດທີ່ຕ້ອງການຮັບສະໝັກ (Nature of Business & Requirements): ຂໍ້ມູນທີ່ກ່ຽວຂອງກັບທຸລະກິດ ລວມທັງເຄືອຂ່າຍຕ່າງໆຂອງທຸລະກິດເຊັ່ນ: ບໍລິສັດ Petroleum Trading Lao Public Company (ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ) ເປັນບໍລິສັດໃນເຄືອຂອງ ພົງສະຫວັນກຣຸບ ດໍາເນີນທຸລະກິດໃນການໃຫ້ບໍລິການນ້ຳມັນທີ່ຄົບວົງຈອນ… ເນື່ອງຈາກວ່າທາງບໍລິສັດມີການຂະຫຍາຍທຸລະກິດ ໂດຍການເປີດປ້ຳນ້ຳມັນໃຫມ່ເພີ່ມຂື້ນໃນປີນີ້ 50ປ້ຳ. ດັ່ງນັ້ນ, ຈຶ່ງມີຄວາມຕ້ອງການທີມງານໃນການຂັບເຄື່ອນໃຫ້ໄດ້ຕາມເປົ້າໝາຍຂອງບໍລິສັດ…

3. ຕຳແໜ່ງທີ່ຕ້ອງການ (Positions): ຜູ້ອ່ານຈະສາມາດເຫັນໄດ້ງ່າຍເວລາເຮົາພິມຊື່ຕຳແໜ່ງດ້ວຍອັກສອນເຂັ້ມເປັນພິເສດ, ການໃສ່ຊື່ຕຳແໜ່ງໃນປະກາດຮັບສະຫມັກງານຈະມີຢູ່2ແບບເຊັ່ນ: ການບອກຊື່ຕຳແໜ່ງແບບສັ້ນໆຕາມໂຕເລີຍ, 2 ການບອກຊື່ຕຳແໜ່ງພ້ອມຄຳອະທິບາຍລາຍລະອຽດຂອງຕຳແໜ່ງເພີ່ມຂື້ນເພື່ອຄວາມເຂົ້າໃຈງ່າຍຕົວຢ່າງ:

  • Project Manager        ຜູ້ຈັດການໂຄງການ
  • EDP & ADM Manager  ຜູ້ຈັດການບໍລິຫານ  (Administration ແລະ ປະມວນຜົນຂໍ້ມູນທາງອີເລັກໂທນິກ Electronic Data Processing)

4. ລາຍລະອຽດໜ້າທີ່ຮັບຜິດຊອບໃນຕຳແໜ່ງງານ (Job Description): ລະບຸລາຍລະອຽດຄວາມຮັບຜິດຊອບທີ່ສຳຄັນເທົ່ານັ້ນສຳລັບຕຳແໜ່ງເຊັ່ນວ່າ:

  • ຮັບເອົາ, ຊັບຊ້ອນ ແລະ ໂອນເອກະສານ, ຈົດໝາຍ, ເຄື່ອງຝາກ,... ເຖິງບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງລູກຄ້າ ແລະ ບໍລິສັດ.
  • ຮັບ ແລະ ຕອບໂທລະສັບ, ແຟັກມາ ແລະ ຍ້າຍມາໃຫ້ບັນດາຫົວໜ່ວຍທີ່ກ່ຽວຂ້ອງ.
  • ຮັບຕ້ອນ ແລະ ແນະນຳລູກຄ້າ.

5. ຄຸນສົມບັດ ຫຼື ຄຸນນະວຸດຂອງຜູ້ສະຫມັກ (Qualifications): ສ່ວນປະກອບຂອງຄຸນສົມບັດ ຫຼື ຄຸນນະວຸດມີ:

1. ເພດ (Sex)

  • ຍິງ/ຊາຍ

2. ອາຍຸ (Age)

  • ອາຍຸ 18 ປີຂື້ນໄປ
  • ອາຍຸ 20-30 ປີ
  • ອາຍຸ 30 ປີຂື້ນໄປ
  • ອາຍຸຕ່ຳກວ່າ 35 ປີ

6. ການສຶກສາ (Education)

  • Bachelor’s degree in any field or equivalent ປະລິນຍາຕີ ຫຼື ທຽບເທົ່າສາຂາທີ່ກ່ຽວຂ້ອງ
  • Diploma in Electrical ຊັ້ນສູງສາຂາໄຟຟ້າ…

7. ປະສົບການ (Experience)

  • ມີປະສົບການທີ່ກ່ຽວຂ້ອງ 2-5ປີ
  • ມີປະສົບການດ້ານບັນຊີ-ການເງິນ ບໍ່ຕ່ຳກວ່າ 2ປີ…

8. ຄວາມສາມາດພິເສດທີ່ຕ້ອງການ (Special Skill): ໝາຍເຖິງຄວາມສາມາດພິເສດທີ່ສາມາດສະໜັບສະໜູນວຽກຂອງຕຳແໜ່ງດັ່ງກ່າວເຊັ່ນ: ທັກສະດ້ານຄອມພີວເຕີ ຫຼື ທັກສະດ້ານພາສາເປັນຕົ້ນ.

  • ມີຄວາມສາມາດໃນການອ່ານ, ຂຽນ ແລະ ເວົ້າພາສາອັງດີເປັນຢ່າງດີ
  • ຄວາມສາມາດໃນການນຳໃຊ້ເຄື່ອງສື່ສານຢ່າງດີ
  • ຄວາມສາມາດໃນການນຳໃຊ້ຄອມພີວເຕີພື້ນຖານ: Microsoft Office…

9. ແຮງຈູງໃຈ ຫຼື ຂໍ້ສະເໜີຕ່າງໆໃຫ້ຜູ້ສະໝັກ (Incentives): ໄດ້ແກ່ ເງິນເດືອນ, ສະຫວັດດີການຕ່າງໆ ທີ່ທາງບໍລິສັດຈະໃຫ້ເພື່ອດຶງດູດຄວາມສົນໃຈຈາກຜູ້ຊອກວຽກ ຕົວຢ່າງ:

  • ຜູ້ສະຫມັກງານທີ່ຜ່ານການຄັດເລືອກຈະໄດ້ຮັບເງິນເດືອນ ແລະ ສະຫວັດດີການຕ່າງໆຕາມຄວາມສະມາດ ແລະ ປະສົບການ
  • ເງິນເດືອນສູງ, ສະຫວັດດີການດີ ແລະ ຍັງມີເງິນໂບນັດທ້າຍປີພ້ອມ (ອິງຕາມຜົນປະກອບການ)
  • ບໍລິສັດມີສະຫວັດດີການຫຼາຍຢ່າງຕໍ່ພະນັກງານເຊັ່ນ:
  • ກວດສຸຂະພາບປະຈຳປີ
  • ເງິນກອງທຶນພະນັກງານ
  • ເງິນກູ້ຢືມເພື່ອການສຶກສາ/ຄວາມຈຳເປັນທາງຄອບຄົວ
  • ທ່ອງທ່ຽວປະຈຳປີ (ພາຍໃນ ຫຼື ຕ່າງປະເທດ)

10. ເງື່ອນໄຂ ຫຼື ວິທີ ແລະ ສະຖານທີ່ສະຫມັກງານ (Submission of Applications): ແຈ້ງວິທີ, ສະຖານທີ ທີ່ຈະສະຫມັກພ້ອມບອກເອກະສານ ຫຼື ຫຼັກຖານໃນການສະຫມັກ ຕົວຢ່າງ:

  • ສົນໃຈສາມາດສະຫມັກດ້ວຍຕົນເອງທີ່ບໍລິສັດ…
  • ເອກະສານປະຫວັດສ່ວນຕົວປະກອບມີ: ໃບຢັ້ງຢືນທີ່ຢູ່, ໃບແຈ້ງໂທດ, ສຳມະໂນຄົວ…
  • ຜູ້ສົນໃຈສາມາດສົ່ງຈົດໝາຍສະຫມັກງານພ້ອມຮູບຖ່າຍທາງອີເມລໄດ້ທີ: aaa@gmail.com

ສາມາດສອບຖານຂໍ້ມູນເພີ່ມເຕີມໄດ້ທີ່ ພະແນກບຸກຄະລາກອນ 020 5555 5555