Back to Hiring Guide
Employer Zone

ເຄັດລັບການສື່ສານ 12ປະເພດສໍາລັບຜູ້ນໍາທີ່ດີ

ຜູ້ນໍາທີ່ດີຄືນັກສື່ສານທີ່ມີປະສິດຕິພາບ ຢ່າແປກໃຈຖ້າເຂົາເຈົ້າມາບອກກັບທ່ານວ່າ ຝຶກການສື່ສານໃຫ້ເປັນ ຖ້າຢາກປະສົບຜົນສໍາເລັດ ການເຮັດວຽກໜັກເປັນສ່ວນທີ່ສໍາຄັນ…

23 Sept 2021·3 min read·By the 108.jobs team

ຜູ້ນໍາທີ່ດີຄືນັກສື່ສານທີ່ມີປະສິດຕິພາບ ຢ່າແປກໃຈຖ້າເຂົາເຈົ້າມາບອກກັບທ່ານວ່າ ຝຶກການສື່ສານໃຫ້ເປັນ ຖ້າຢາກປະສົບຜົນສໍາເລັດ ການເຮັດວຽກໜັກເປັນສ່ວນທີ່ສໍາຄັນ ແຕ່ມັນຈະບໍ່ມີປະໂຫຍດຫຍັງ ຖ້າທ່ານບໍ່ສາມາດສື່ສານໄດ້ ເພາະການສື່ສານທີ່ດີຈະຊ່ວຍໃຫ້ທ່ານເປັນທີ່ຮັກຂອງໝູ່ທີ່ເຮັດວຽກນໍາກັນ, ໄດ້ຮັບຂໍ້ມູນດີໆ ແລະ ສາມາດເພີ່ມຄວາມເຂົ້າໃຈຕໍ່ຕົນເອງກັບຄົນອ້ອມຂ້າງໄດ້.


 1. ເລີ່ມຈາກຕົວເອງ
 ສິ່ງທໍາອິດທີ່ທ່ານຄວນຮູ້ຈັກຄື: ໂຕທ່ານເອງ ແລະ ຕ້ອງມີຄວາມໝັ້ນໃຈໃນຄວາມສາມາດຂອງຕົນເອງເພື່ອຈະສາມາດຕິດຕໍ່ກັບຄົນອື່ນໄດ້ງ່າຍ.
 2. ເວົ້າດ້ວຍຄວາມຈິງໃຈ
 ເມື່ອຕ້ອງການສື່ສານ ບໍ່ມີສິ່ງໃດຈະມີປະສິດທິພາບຫຼາຍກວ່າຄວາມຈິງໃຈ ແລະ ບໍ່ມີສິ່ງໃດສໍາຄັນໄປກວ່ານັ້ນແລ້ວ ຖ້າຢາກສ້າງຄວາມສໍາພັນທີ່ດີຕ້ອງສື່ສານດ້ວຍຄວາມຈິງໃຈ.
 3. ເຮັດຕາມທີ່ເວົ້າ
 ເວົ້າແນວໃດກໍ່ຕ້ອງໄດ້ເຮັດຕາມ ແລະ ຖ້າຢາກໃຫ້ຜູ້ຢູ່ໃຕ້ບັງຄັບບັນຊາເຊື່ອຖື ກໍ່ຕ້ອງເປັນແບບຢ່າງທີ່ດີໃຫ້ພະນັກງານ, ຄວາມໜ້າເຊື່ອຖືຈະເກີດຂຶ້ນຈາກໂຕຂອງທ່ານ.
 4. ເປັນຜູ້ຟັງທີ່ດີ
 ໃນກອງປະຊຸມ ທ່ານຢາກໃຫ້ຄົນເຂົ້າໃຈວ່າທ່ານກໍາລັງເວົ້າຫຍັງ ຫຼື ຕ້ອງການຫຍັງນັ້ນຄື ການສື່ສານ, ແຕ່ບໍ່ແມ່ນການສື່ສານທີ່ດີ ເພາະທ່ານຄວນຈະເປັນຜູ້ຟັງ ແລະ ເຂົ້າໃຈກັບສະຖານະການຂອງຄົນອື່ນພ້ອມ.
 5. ຟັງຢ່າງຕັ້ງໃຈ
 ເມື່ອຄົນອື່ນກໍາລັງເວົ້າ ໃຫ້ຕັ້ງໃຈຟັງວ່າເຂົາເຈົ້າຕ້ອງການຫຍັງ? ເພາະບໍ່ແມ່ນວ່າທ່ານຈະໄດ້ຂໍ້ມູນລະອຽດກ່ຽວກັບສິ່ງທີ່ສໍາຄັນຢ່າງດຽວ ແຕ່ຍັງເປັນການສ້າງຄວາມໜ້າເຊື່ອຖື ແລະ ເປັນການເຊື່ອມໂຍງທີ່ດີ.
 6. ຖາມເປັນບາງຄັ້ງ
 ຄົນບາງຄົນຕັ້ງໃຈຟັງເພື່ອຕອບຄໍາຖາມ ແຕ່ບາງຄັ້ງຄວນຟັງເພື່ອຖາມກັບ ສິ່ງທີ່ເປັນປະໂຫຍດຄື ຈະເປັນການສ້າງຄວາມໝັ້ນໃຈວ່າທ່ານເຂົ້າໃຈຖືກນັ້ນສະແດງວ່າທ່ານຕັ້ງໃຈຟັງ.
 7. ສະແດງຄວາມເຄົາລົບ
 ບໍ່ວ່າຈະຢູ່ໃນຕໍາແໜ່ງໃດ ຄົນເຮົາກໍ່ຕ້ອງການໄດ້ຮັບຄວາມເຄົາລົບ ແລະ ເມື່ອທ່ານໃຫ້ກຽດຄົນອື່ນ ພວກເຂົາກໍຈະຍິນດີທີ່ຈະປະຕິບັດແບບດຽວກັນທີ່ທ່ານປະຕິບັດກັບພວກເຂົາ ເວົ້າງ່າຍໆຄື ໃຫ້ຄວາມເຄົາລົບກັບຄົນອື່ນທ່ານເອງກໍ່ຈະໄດ້ຮັບຄວາມເຄົາລົບເຊັ່ນກັນ.
 8. ເຮັດວຽກຮ່ວມກັນ
 ການຮູ້ຈັກກັບຄົນອື່ນ ຜ່ານການເຮັດວຽກຮ່ວມກັນ ເພາະການເຮັດວຽກກັບຜູ້ອື່ນທີ່ມີປະສິດຕິພາບແມ່ນສ້າງການສື່ສານທີ່ມີຄວາມເຂົ້າໃຈກັບແຕ່ລະຄົນໄດ້ດີທີ່ສຸດ.
 9. ຖາມໃຫ້ຖືກ
 ການສື່ສານທີ່ໄດ້ປະສິດຕິພາບທີ່ສຸດຄື: ການຕັ້ງຄໍາຖາມ ຄວາມສາມາດໃນການຕັ້ງຄໍາຖາມຕ້ອງໃຊ້ທັກສະໃນການເວົ້າ ແລະ ການຟັງຮ່ວມກັນຢ່າງຖືກວິທີ ເພາະຫຼາຍຄັ້ງທີ່ຄົນເຮົາມັກຈະຜິດກັນເພາະຕັ້ງຄໍາຖາມທີ່ບໍ່ຖືກຕ້ອງ.
 10. ໃສ່ໃຈຜູ້ອື່ນ
 ເມື່ອທ່ານຕ້ອງການສື່ສານກັບຜູ້ອື່ນ ນັ້ນເພາະວ່າທ່ານມີບາງຢ່າງທີ່ຈະບອກ ແຕ່ມັນຈະດີກວ່າຖ້າທ່ານສື່ສານເພາະຄິດວ່າຄົນອື່ນມີບາງຢ່າງທີ່ຈະບອກທ່ານ.
 11. ໃຊ້ພາສາກາຍໃຫ້ຖືກ
 ທ່າທາງສາຍຕາ ແລະ ນໍ້າສຽງເປັນສ່ວນສໍາຄັນທີ່ຈະເຮັດໃຫ້ການເວົ້າຂອງທ່ານມີຄວາມໝາຍໃນທາງໃດທາງໜຶ່ງ, ສຽງທີ່ເວົ້າອອກມາບາງຄັ້ງກໍ່ສະແດງເຖິງສິ່ງທີ່ຕ້ອງການສື່ສານ ແຕ່ບາງຄັ້ງກໍ່ສະແດງເຖິງສິ່ງອື່ນທີ່ບໍ່ຕ້ອງການສື່ສານເຊິ່ງຕ້ອງໄດ້ລະວັງ.
 12. ສື່ສານແບບສອງທາງ
 ສໍາລັບການສື່ສານ ແນ່ນອນບໍ່ແມ່ນການເວົ້າກັບຕົນເອງຄົນດຽວ ໂດຍສະເພາະຜູ້ນໍາທີ່ດີຈະຕ້ອງສາມາດສ້າງບົດສົນທະນາດ້ວຍການຟັງ ແລະ ການເຊີນຊວນໃຫ້ຜູ້ອື່ນສະແດງຄວາມຄິດອອກມາໄດ້ເຊັ່ນກັນ.

 

ເຄັດລັບສໍາລັບການສື່ສານທັງ 12ຂໍ້ນີ້ ເຖິງຈະເນັ້ນສໍາລັບຜູ້ນໍາ ແຕ່ບຸກຄົນທົ່ວໄປກໍ່ຄວນສື່ສານກັນດ້ວຍຫຼັກການແບບດຽວກັນ ເພາະຈະເປັນການຊ່ວຍໃຫ້ສາມາດເຮັດວຽກຮ່ວມກັນໄດ້ດີຫຼາຍຂຶ້ນ.