ທ່ານທີ່ເບິ່ງວຽກຝ່າຍຊັບພະຍາກອນມະນຸດ Human Resource (HR)
ໂດຍອິງຕາມ ຄຳແນະນຳຂອງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບການຈັດຕັ້ງປະຕິບັດຕາມກົດໝາຍປະກັນສັງຄົມ ຕາມເອກະສານສະບັບເລກທີ່ 2751/ຮສສ, ລົງວັນທີ 24 ກໍລະກົດ 2015
ກອງທຶນປະກັນສັງຄົມແຫ່ງຊາດປະກອບມີພາກສ່ວນສະສົມຄື: ລັດຖະບານ, ຜູ້ໃຊ້ແຮງງານ, ຜູ້ອອກແຮງງານ, ຜູ້ປະກອບອາຊີບສ່ວນບຸກຄົນ ແລະ ຜູ້ສະຫມັກໃຈເຂົ້າປະກອບສ່ວນ
ອັດຕາສ່ວນເງິນສົມທົບເຂົ້າກອງທຶນປະກັນສັງຄົມແຫ່ງຊາດມີ:
- 16.5% ພາກລັດ
- 11.5% ພາກເອກະຊົນ; ເຊິ່ງ 5.5% ຈາກຜູ້ອອກແຮງງານ ແລະ 6% ຈາກຜູ້ໃຊ້ແຮງງານ
- 9% ຈາກຜູ້ປະກັນຕົນແບບສະໝັກໃຈ
ເງິນສົມທົບທັງໝົດດັ່ງກວ່າ ໄດ້ຈັດແບ່ງເຂົ້າໃສ່ແຕ່ລະກອງທຶນການອຸດໜູນປະກັນສັງຄົມຕາມອັດຕາສ່ວນດັ່ງລຸ່ມນີ້:
ກອງທຶນປະກັນສັງຄົມແຫ່ງຊາດນີ້ປະກອບມີ 8ປະເພດການອຸດໜູນຄື:
1. ການອຸດໜູນອຸປະຕິເຫດແຮງງານ, ພະຍາດອາຊີບ ແລະ ອື່ນໆ
2. ການອຸດໜູນປິ່ນປົວສຸຂະພາບ
3. ການອຸດໜູນອອກລູກ ຫຼື ຫຼຸລູກ
4. ການອຸດໜູນປ່ວຍການ
5. ການອຸດໜູນບຳນານ
6. ການອຸດໜູນເສຍຊີວິດ
7. ການອຸດໜູນສະມາຊິກຄອບຄົວຂອງຜູ້ເສຍຊີວິດ
8. ການອຸດໜູນວ່າງງານ
ສ່ວນລາຍລະອຽດຂອງເງື່ອນໄຂ ແລະ ຂັ້ນຕອນການປະຕິບັດແມ່ນສາມາດເບິ່ງໄດ້ທີ່ກົດໝາຍວ່າດ້ວຍປະກັນສັງຄົມ ເລກທີ່ 34/ສພຊ; ລົງວັນທີ 26 ກໍລະກົດ 2013.
